Ad

Ad

27 April 2016

ໄຂງານ​ມະຫາ​ກຳ​ຊັບ​ສິນ​ທາງ​ປັນຍາປະຈຳ​ປີ ​2016

          ວັນທີ 26 ​ເມສານີ້, ທີ່ສູນການຄ້າລາວ-​ໄອເຕັກ ນະຄອນ ຫລວງວຽງຈັນ, ​ໄດ້​​ໄຂງານມະຫາກຳຊັບສິນທາງປັນຍາ ປະຈຳປີ 2016 ຂຶ້ນ ພາຍໃຕ້ຄຳຂວັນທີ່ວ່າ: ​ເສີມສ້າງຊັບສິນທາງປັນຍາເພື່ອພັດທະນາເສດຖະກິດ​-ສັງຄົມແບບຍືນຍົງ, ​ໂດຍການເປັນປະທານຂອງທ່ານ ສຈ. ດຣ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງວິທະຍາສາດແລະເຕັກໂນໂລຊີ, ມີທ່ານເຢ ມິນ ທານ (YE MIN THAN) ​ເຈົ້າໜ້າທີ່ອາວຸໂສ ຜູ້ຮັບຜິດຊອບແຜນງານປະຈຳພາກພື້ນອາຊີແລະ ປາຊີຟິກ ອົງການຊັບສິນທາງປັນຍາໂລກ, ​ເຈນີວາ, ສະວິດເຊີແລນແລະ ພາກສ່ວນກ່ຽວຂ້ອງພ້ອມດ້ວຍມວນຊົນເຂົ້າຮ່ວມເປັນຈຳນວນຫລວງຫລາຍ.


          ທ່ານລັດຖະມົນຕີກະຊວງວິທະຍາສາດແລະເຕັກໂນໂລຊີ ກ່າວວ່າ: ງານດັ່ງກ່າວຈະດຳເນີນໄປເປັນເວລາ 7 ວັນ (26 ​ເມສາ-2 ພຶດສະພາ), ​ເພື່ອເປີດໂອ ກາດໃຫ້ບັນດານັກປະດິດຄິດແຕ່ງແລະຜູ້ປະກອບການໄດ້ມີເວທີພົບປະ, ​ແລກປ່ຽນ, ຊື້-ຂາຍແລະ ສະເໜີຜົນງານທາງດ້ານຊັບສິນທາງປັນຍາແລະ ພູມປັນຍາທ້ອງຖິ່ນຂອງຕົນ, ທັງເປັນການປະກອບສ່ວນພັດທະນາເສດຖະກິດ-ສັງຄົມໃຫ້ມີຄວາມເຂັ້ມ​​ແຂງ, ຊຸກຍູ້ ສົ່ງເສີມການຮ່ວມມືແລະການແຂ່ງຂັນທາງດ້ານທຸລະກິດການຄ້າໃນບັນດາປະເທດອາຊຽນນຳອີກ. ນອກນີ້ ງານດັ່ງກ່າວ ຍັງ​​ເປັນການ​​ປູກຈິດສຳນຶກຄວາມຮູ້ທາງດ້ານຊັບສິນທາງປັນຍາໃຫ້ເຫັນໄດ້ເຖິງຄວາມສຳຄັນຂອງວຽກງານດັ່ງກ່າວ ຕໍ່ການພັດທະນາເສດຖະກິດແລະ ວັດທະນະທຳ-ສັງຄົມໂດຍສະເພາະມວນຊົນ, ນັກຄົ້ນຄວ້າ, ນັກວິທະຍາສາດ, ນັກປະດິດສ້າງ, ນັກຮຽນຮູ້, ນັກສຶກສາ ສາມາດຮັບຮູ້ຂໍ້ມູນຂ່ານກ່ຽວກັບວຽກງານຄຸ້ມຄອງແລະ ການປົກປ້ອງຊັບສິນທາງປັນຍາເຊັ່ນ: ສິດທິບັດ, ອະນຸສິດທິບັດ, ​​ແບບອຸດສາຫະກຳ, ​ແບບຜັງວົງຈອນລວມ, ​ເຄື່ອງໝາຍການຄ້າ, ​ແຫລ່ງກຳເນີ, ພັນພືດ​​ໃໝ່, ລິຂະສິດແລະ ສິດກ່ຽວຂ້ອງກັບລິຂະສິດແລະ ພູມປັນຍາທ້ອງຖິ່ນໃນການພັດທະ ນາເສດຖະກິດ-ສັງຄົມນຳດ້ວຍ.

No comments:

Post a Comment