Ad

Ad

27 April 2016

ລາວກຽມເນື້ອໃນເຈລະຈາເລື່ອງຄ້າໄມ້ຖືກກົດໝາຍກັບອີຢູ

ໃນວັນທີ 26 ເມສານີ້, ກົມອຸດສະຫະກໍາ ແລະ ການຄ້າ, ກະຊວງອຸດສະຫະກໍາ ແລະ ການຄ້າ, ໄດ້ຈັດກອງປະຊຸມກະກຽມເນື້ອໃນນິຍາມຄວາມຖືກຕ້ອງທາງດ້ານກົດໝາຍໄມ້ທີ່ຈະນໍາໄປເຈລະຈາກັບສະຫະພາບເອີຣົບ (EU) ກ່ຽວກັບການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ຄຸ້ມຄອງໄມ້ ແລະ ການຄ້າໄມ້ລະຫວ່າງສອງຝ່າຍໃນໄວໆນີ້.
ທ່ານຫົວໜ້າກົມອຸດສະຫະກໍາ ແລະ ການຄ້າມະໂນຮັກລາຊະຈັກກ່າວວ່າ: ນິຍາມດັ່ງກ່າວແມ່ນມີຄວາມສໍາຄັນສໍາລັບປະເທດເຮົາຍ້ອນວ່າມັນປຽບເໝືອນໃບເບີກທາງໃນການເຂົ້າໄປຫາຕະຫລາດສົ່ງອອກຜະລິດຕະພັນໄມ້ໃໝ່ ແລະ ກວ້າງຂວາງກວ່າເກົ່າເຊັ່ນ: ສະຫະພາບເອີຣົບ, ອາເມລິ ກາ, ຈີນ, ອົດສະຕາລີ, ຍີ່ປຸ່ນ, .ເກົາຫລີ ແລະ ບັນດາປະເທດອາຊຽນທີ່ສົນໃຈນໍາເຂົ້າໄມ້ ແລະຜະລິດຕະພັນໄມ້ທີ່ຖືກຕ້ອງຕາມກົດໝາຍ.


ສະຫະພາບເອີຣົບໄດ້ລິເລີ່ແຜນງານການຈັດຕັ້ງປະຕິບັດກົດໝາຍປ່າໄມ້ຂອງຕົນຢ່າງເຂັ້ມງວດເພື່ອສະກັດກັ້ນການຂຸດຄົ້ນໄມ້ທີ່ຜິດກົດໝາຍໃນທົ່ວໂລກ ແລະ ພວມໄດ້ກະກຽມການເຈລະຈາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າໄມ້ແບບສະໝັກໃຈກັບບັນດາປະເທດຜະລິດໄມ້ເພື່ອຢັ້ງຢືນຄວາມຖືກຕ້ອງຂອງໄມ້ທີ່ຈະສົ່ງອອກໄປຕະຫລາດເອີຣົບ ແລະ ລາວແມ່ນໜຶ່ງໃນບັນດາປະເທດທີ່ເລີ່ເຈລະຈາຂໍ້ຕົກລົງດັ່ງກ່າວ, ພາຍຫລັງໄດ້ຮັບການຊ່ວຍເຫລືອຈາກໂຄງການ GIZ ​ແຫ່ງປະເທດເຢຍລະມັນຕໍ່ການສະໜັບສະໜູນແຜນງານການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງແລະ ການຄ້າໄມ້ລະຫວ່າງສປປ ລາວແລະ ສະຫະພາບເອີລົບ.

No comments:

Post a Comment