Ad

Ad

7 April 2016

ໜ່ວຍ​ພັກ​ໂຮງໝໍ​ແມ່ ​ແລະ ​ເດັກ​ໄດ້​ຮັບ​ໃບ​ຢັ້ງຢືນ​ເປັນ​ໜ່ວຍ​ພັກ​​ແຂງ​ຮູ້​ນຳພາ​ຮອບດ້ານ

ວັນທີ 6 ​ເມສານີ້, ຄະນະພັກກະຊວງສາທາລະນະສຸກໄດ້ມອບ​​ໃບຢັ້ງຢືນໜ່ວຍພັກ​​ ​ແຂງ​,ຮູ້ນຳພາຮອບດ້ານສະໄໝ ທີ 4 ປະຈຳປີ 2015 ​ໃຫ້ແກ່ໜ່ວຍພັກໂຮງໝໍ ​​ແມ່ແລະເດັກເກີດໃໝ່,​ໂດພິທີ​ ​ໄດ້ຈັດຂື້ນຢູ່ໂຮງໝໍດັ່ງກ່າວລະຫວ່າງ ທ່ານ ດຣ ຄຳພອນ ພຸດທະວົງເລຂາຄະນະພັກກະຊວງສາທາລະນະສຸກ, ຮັກສາການລັດຖະມົນຕີກະຊວງສາທາລະນະສຸກແລະ ທ່ານ ຮອງສາສະດາຈານ ດຣ ບົວວັນ​​ ແສນສະຖິດ, ຮັກສາການໜ່ວຍພັກໂຮງໝໍແມ່ແລະເດັກ, ອຳນວຍການໂຮງໝໍແມ່ແລະເດັກ, ​​ໂດຍອີງຕາມຜົນການກວດກາຂອງຄະນະກວດກາຂະບວນການກໍ່ສ້າງໜ່ວຍພັກ​​ແຂງ,ຮູ້ນຳພາຮອບດ້ານຂັ້ນກະຊວງ,ຢູ່
ໜ່ວຍພັກໂຮງໝໍແມ່ແລະເດັກ ຄັ້ງວັນທີ 18 – 19 ພະຈິກ 2015 ​ແລະ ອີງຕາມການຕົກລົງ​​ເຫັນດີຂອງກອງປະຊຸມຄະນະປະຈຳພັກກະຊວງສາທາລະນະສຸກ ​​ແລະ ການຢັ້ງຢືນຂອງຄະນະກວດກາດັ່ງກ່າວຄັ້ງວັນທີ 29 ມັງກອນ 2016 ,ດັ່ງນັ້ນຄະນະພັກກະຊວງສາທາລະນະສຸກຈຶ່ງ​​ຕົກລົງເຫັນດີມອບໃບຢັ້ງຢືນໜ່ວຍພັກ​​ແຂງຮູ້ນຳພາຮອບດ້ານສະໄໝທີ 4 ປະຈຳປີ 2015 ​ໃຫ້ແກ່ໂຮງໝໍແມ່ແລະເດັກເກີດໃໝ່.

          ໃນພິທີຄະນະພັກກະຊວງສາທາລະນະສຸກໄດ້ຕີລາຄາຄືນຈຸດດີ​,ຈຸດອ່ອນແລະ ຜົນງານຕ່າງໆທີ່ໜ່ວຍພັກໂຮງໝໍ​ ​ແມ່ແລະເດັກຍາດມາໄດ້ໃນໄລຍະຜ່ານມາ, ພ້ອມທັງເນັ້ນໃຫ້ສືບຕໍ່ຮັກສາມູນເຊື້ອໜ່ວຍພັກ​​ແຂງ ຮູ້ນຳພາຮອບດ້ານສະໄໝທີ 4 ນີ້, ​ໂດຍສະເພາະແມ່ນບັນດາສະມາຊິກພັກຈົ່ງ​​ເພີ່ມທະວີຄວາມສາມັກຄີຮັກແພງຊ່ວຍເຫຼືອເຊິ່ງກັນແລະ ກັນ, ສືບຕໍ່ເຊື່ອມຊືມແນວທາງນະ​​ໂຍບາຍຂອງພັກຕາມບົດບາດແລະ ພາລະໜ້າທີ່ຂອງຕົນທີ່ໄດ້ຮັບມອບໝາຍໃຫ້ປະສົບຜົນສຳເລດຢ່າງດີ.

No comments:

Post a Comment