Ad

Ad

7 April 2016

ອາຊຽນຫາລືການຫັນເສດຖະກິດນອກລະບົບໄປສູ່ໃນລະບົບ

ກອງປະຊຸມສຳມະນາອາຊຽນເພື່ອປຶກສາຫາລື ແລະ ຮ່າງຖະແຫລງການວຽງຈັນ ວ່າດ້ວຍການສົ່ງເສີມວຽກທີມີຄຸນຄ່າໂດຍລົງເລິກຫົວຂໍ້ເສດຖະກິດນອກລະບົບຫັນປຽ່ນໄປສູ່ໃນລະບົບທາງດ້ານແຮງງານຢູ່ອາຊຽນ, ຊຶ່ງໄຂຂຶ້ນໃນວັນທີ 6 ​ເມສານີ້, ທີ່ແຂວງຫຼວງພະບາງ, ໂດຍການເປັນປະທານຂອງທ່ານ ພົງໄຊສັກ ອິນຖາລາດ ຫົວໜ້າກົມຄຸ້ມຄອງແຮງງານ ກະຊວງແຮງງານແລະ ສະຫວັດດີການສັງຄົມ ແລະ ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສແຮງງານອາຊຽນຂອງລາວ ແລະ ມີຜູ້ແທນຈາກບັນດາປະເທດອາຊຽນເຂົ້າຮ່ວມເປັນຈຳນວນຫລາຍ ເພື່ອແລກປຽ່ນບົດຮຽນການຈັດຕັ້ງປະຕິບັດ ແຜນຍຸດທະສາດ ແລະ ນິຕິກຳຕ່າງໆ ກ່ຽວກັບການ
ເຮັດວຽກແຮງງານຢູ່ເສດຖະກິດນອກລະບົບ ແລະ ພ້ອມກັນຮ່າງຖະແຫຼງ ການວຽງຈັນວ່າດ້ວຍການສົ່ງເສີມວຽກທີມີຄຸນຄ່າໃນຫົວຂໍ້ທີ່ວ່າ: ການຫັນປຽ່ນໄປສູ່ເສດຖະ ກິດໃນລະບົບຢູ່ອາຊຽນ. ພ້ອມນີ້ຍັງເປັນການກະກຽມ ເພື່ອຈະນຳໄປສະເໜີໃນກອງປະຊຸມເຈົ້າໜ້າທີ່ອາວຸໂສແຮງງານອາຊຽນ ຄັ້ງທີ 12 ແລະ ກອງປະຊຸມລັດຖະມົນ ຕີແຮງງານອາຊຽນຄັ້ງທີ່ 24 ທີ່ຈະໄດ້ຈັດຂຶ້ນໃນນະຄອນຫຼວງວຽງຈັນ ໃນລະຫວ່າງວັນທີ 16-19 ພຶດສະພາ 2016ນີ້.

ທ່ານປະທານກອງຊຸມ ກ່າວວ່າ: ປັດຈຸບັນກຳລັງແຮງງານສ່ວນຫລາຍ ແມ່ນເຮັດ ວຽກຢູ່ຫົວໜ່ວຍແຮງງານ ແລະ ປະກອບອາຊີບໃນລັກສະນະຕ່າງໆ, ຊຶ່ງບໍ່ນອນຢູ່ໃນ ລະບົບເສດຖະກິດຂອງແຕ່ລະປະເທດ ເຮັດໃຫ້ນຳເອົາລະບຽບກົດໝາຍໄປບັງຄັບໃຊ້ ຫຼື ການເບິ່ງແຍງດູແລບໍ່ທັນທົ່ວເຖິງ. ສະນັ້ນ, ​ເຖິງເວລາແລ້ວທີ່ຫລາຍປະເທດກໍຄືອາຊຽນຕ້ອງໄດ້ນຳເອົາບັນຫາດັ່ງກ່າວໄປພິຈາລະນາເພື່ອຫັນໄປສູ່ການຮ່ວມມືກັບການ ຊ່ວຍເຫຼືອ ເຮັດໃຫ້ແຮງງານຢູ່ໃນລະບົບໄດ້ຮັບການເອົາໃຈໃສ່ປົກປ້ອງ ແລະ ຄຸ້ມຄອງຢ່າງ ສະເໝີພາບກັນ.

No comments:

Post a Comment