Ad

Ad

27 April 2016

ສະຫາຍເລຂາທິການໃຫຍ່ ບຸນຍັງວໍລະຈິດພົບປະບັນດາການນໍາຂັ້ນສູງ ສສ ຫວຽດນາມ

ແລງວັນທີ 25 ເມສານີ້, ສະຫາຍ ບຸນຍັງ ວໍລະຈິດ ເລຂາທິ ການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ ໄດ້ພົບປະຢ້ຽມຢາມສະຫາຍ   ຫງວຽນຊວນຟຸກ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ເພື່ອແນໃສ່ເສີມຂະຫຍາຍມູນເຊື້ອຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ລັດຖະບານ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວດ້ວຍຄວາມໜັກແໜ້ນ ແລະ ມີໝາກຜົນຕົວຈິງນໍາເອົາຜົນປະໂຫຍດມາສູ່ປະຊາຊົນສອງຊາດ ແລະ ປະກອບສ່ວນສໍາຄັນເຂົ້າໃນການຮັກສາຄວາມໝັ້ນຄົງໃນພາກພຶ້ນ ແລະ ສາກົນ.

ໃນຕອນແລງຂອງວັນດຽວກັນ, ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ກໍໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍນາງ ຫງວຽນທິກີມ ເງິນປະທານສະພາແຫ່ງຊາດຫວຽດນາມເພື່ອສະແດງຄວາມຊົມເຊີຍອັນເລິກເຊິ່ງມາຍັງສະຫາຍບຸນຍັງວໍລະຈິດທີ່ໄດ້ຮັບແຕ່ງຕັ້ງໃຫ້ເປັນເລຂາທິ ການໃຫຍ່ຄະນະບໍລິຫານງານສູນກາງພັກ, ທັງເປັນປະທານປະເທດແຫ່ງ ສປປ ລາວ ຄົນໃໝ່, ການເດີນທາງມາຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ  ຂອງສະຫາຍຄັ້ງນີ້ໄດ້ສະແດງໃຫ້ເຫັນການພົວພັນທີ່ດູດດື່ມລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ, ເຊື່ອໝັ້ນວ່າດ້ວຍບົດຮຽນ ແລະ ປະສົບການຂອງສະຫາຍຈະນໍາພາປະເທດຊາດລາວກ້າວຂຶ້ນຢ່າງບໍ່ຢຸດຢັ້ງ, ພ້ອມນີ້ສະຫາຍນາງຫງວຽນທິກິມເງິນກໍໄດ້ແຈ້ງໃຫ້ສະຫາຍບຸນຍັງວໍລະຈິດຊາບກ່ຽວກັບຜົນສໍາເລັດການດໍາເນີນກອງປະຊຸຸມຂອງສະພາແຫ່ງຊາດຫວຽດນາມ, ເຊິ່ງໄດ້ມີການກໍານົດແຕ່ງຕັ້ງບຸກຄົນສໍາຄັນໃນຄະນະລັດຖະບານຊຸດໃໝ່ດ້ວຍຜົນສໍາເລັດຈົບງາມ. ຕໍ່ກັບການຮ່ວມອົງການນິຕິບັນຍັລະຫວ່າງສອງປະເທດນັ້ນແມ່ນນັບມື້ກວ້າງຂວາງເພື່ອເຮັດໃຫ້ສະພາແຫ່ງຊາດເປັນເວທີສະແດງຄວາມຄິດເຫັນຂອງປະຊາຊົນເພື່ອປະຊາຊົນຢ່າງແທ້ຈິງ.

ໃນຕອນຄໍ່າຂອງວັນດຽວກັນ, ສະຫາຍຫງວຽນຟູຈ້ອງເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ແລະ ສະຫາຍເຈີ່ນດາຍກວາງປະທານປະເທດແຫ່ງ ສສ ຫວຽດນາມ, ໄດ້ຈັດງານລ້ຽງເປັນກຽດຕ້ອນຮັບສະຫາຍເລຂາທິການໃຫຍ່ ບຸນຍັງ ວໍລະຈິດ ພ້ອມຄະນະທີ່ໄດ້ເດີນທາງມາຢ້ຽມ ຢາມສັນຖະວິໄມຕີສສຫວຽດນາມຢ່າງເປັນທາງການ ແລະ ອວຍພອນໃຫ້ຄວາມສະມັກຄີພິເສດ, ການຮ່ວມມືຮຶບດ້ານລາວ-ຫວຽດນາມ ຈົ່ງໝັ້ນຄົງທະນົງແກ່ນຕະຫລອດກາລະນານ

No comments:

Post a Comment