Ad

Ad

26 April 2016

ບົດຮຽນ​ການ​ຄຸ້ມ​ຄອງ​ແຮງ​ງານ​ຢູ່​ຕ່າງປະ​ເທດ ( ຄໍລຳ ເບິ່ງກວ້າງເຫັນໄກ )


# ວິເສດສະແຫວງສຶກສາ
    ອີກບໍ່ດົນ ວັນກຳມະກອນສາກົນ (1 ພຶດສະພາ) ກໍຈະມາຮອດຈອດ​​ເຖິງ ຈຶ່ງເຫັນສົມຄວນໄປເບິ່ງບົດຮຽນຂອງບາງປະເທດກ່ຽວກັບມາດຕະການຄືນະໂຍບາຍປົກປ້ອງສິດແລະ ຜົນປະໂຫຍດຂອງຜູ້ອອກແຮງງານເຊັ່ນຢູ່ປະເທດບຣູໄນດາຣູຊາລາມ, ຢູ່ເກາະໄຕ້ຫວັນແລະ ຢູ່ອິນໂດເນເຊຍ​ ​ເປັນຕົ້ນ. ສຳລັບຢູ່ບຣູໄນ ດາຣູຊາລາມ ນັ້ນ, ​ໃນທ້າຍປີ 2015 ຜ່ານມາ ທາງການຂອງປະເທດນີ້ໄດ້ອອກຂໍ້ກຳນົດກ່ຽວກັບຈຳນວນເງິນທີ່ຜູ້ຈ້າງງານສາມາດຕັດຈາກເງິນເດືອນຂອງແຮງງານຕ່າງປະເທດເພື່ອເປັນຄ່າໃຊ້ຈ່າຍໃນການແລ່ນເອກະສານນຳແຮງງານດັ່ງກ່າວເຂົ້າໄປເຮັດວຽກຢູ່ປະເທດ. ທ່ານ ອາຊາຮາຣີ ຜູ້ຊ່ວຍລັດຖະມົນຕີແຮງງານຂອງບຣູໄນ ດາຣູຊາລາມໄດ້ໃຫ້ລາຍລະອຽດຕໍ່ໜັງສືພິມ The Brunei Times ວ່າ: ຈຳນວນເງິນທີ່ນາຍຈ້າງສາມາດຕັດຈາກເງິນເດືອນຂອງແຮງງານເພື່ອເປັນຄ່າໃຊ້ຈ່າຍດັ່ງກ່າວມາຂ້າງເທິງນັ້ນຈະຕ້ອງບໍ່ເກີນກວ່າ 50% ຫລືເຄິ່ງໜຶ່ງຂອງເງິນເດືອນຂອງແຮງງານທີ່ກ່ຽວຂ້ອງ. ຍົກຕົວຢ່າງຖ້າແຮງງານໄດ້ຮັບຄ່າ
ຈ້າງເດືອນລະ 300 ​ໂດລາສະຫະລັດ ຈຳນວນເງິນທີ່ສາມາດຕັດກໍຄືບໍ່ໃຫ້ເກີນ 150 ​ໂດລາ. ການອອກຂໍ້ກຳນົດນີ້ຈະຊ່ວຍປ້ອງກັນບໍ່ໃຫ້ນາຍຈ້າງສວຍໂອກາດຂູດຮີດແຮງງານຕ່າງປະເທດດ້ວຍການຕັດເງິນຄ່າແຮງງານຕາມລຳພັງໃຈ. ບັນຫານີ້ແຮງງານລາວໃນຕ່າງປະເທດເຄີຍພົບມາແລ້ວຈົນໄດ້ເອົານ້ຳຕາເຊັດຫົວເຂົ່າ ຍ້ອນຖືກນາຍຈ້າງຕັດເງິນຄ່າແຮງງານໂດຍອ້າງວ່າເພື່ອເປັນຄ່າໃຊ້ຈ່າຍແລ່ນເອກະສານແລະ ຄ່າເດີນທາງ. ສ່ວນຢູ່ເກາະໄຕ້ຫວັນ, ​ໃນກາງປີ 2015 ​ແນວໂຮມແຮງງານຂອງໄຕ້ຫວັນ (The Taiwan Labour Frint) ​ແລະ ກຸ່ມແຮງງານອື່ນໆໄດ້ຮ່ວມກັນຮຽກຮ້ອງໃຫ້ກະຊວງແຮງງານຂຶ້ນເງິນເດືອນພື້ນຖານຈາກເດີມເປັນ 26.000 ​ໂດລາໄຕ້ຫວັນ (​ເທົ່າກັບ 833 ​ໂດລາສະຫະລັດ) ຕໍ່ເດືອນ. ນອກຈາກນັ້ນ ກຸ່ມແຮງງານທີ່ກ່ຽວຂ້ອງຍັງໄດ້ຮຽກຮ້ອງໃຫ້ກະຊວງແຮງງານຊີ້ແຈງກ່ຽວກັບມາດຕະຖານຄິດໄລ່ເງິນເດືອນຂັ້ນພື້ນຖານໃຫ້ທົ່ວສັງຄົມຊາບ. ທ່ານ ຊຸນຢູລຽນ (Sun Yu-Lian) ​ເລຂາທິການໃຫຍ່ແນວໂຮມແຮງງານໄຕ້ຫວັນ ມີຄຳເຫັນວ່າ: ສູດໃນການຄິດໄລ່ເງິນເດືອນຂັ້ນພື້ນຖານນັ້ນຕ້ອງໃຫ້ສອດຄ່ອງກັບສູດຂອງອົງການແຮງງານສາກົນ ຄືຕ້ອງເປັນຈຳນວນທີ່ສາມາດສະໜອງຄ່າໃຊ້ຈ່າຍທີ່ຈຳເປັນຂັ້ນພື້ນຖານຂອງແຕ່ລະຄອບຄົວ. ຢູ່ອິນໂດເນເຊຍ, ທາງການອິນໂດເນເຊຍໄດ້ລິເລີ່​​ແຜນສ້າງຕັ້ງຫ້ອງການຕົວແທນແຮງງານຢູ່ຕ່າງປະເທດເພື່ອເປັນໜ່ວຍງານຮັບຜິດຊອບປົກປ້ອງສິດແລະ ຜົນປະໂຫຍດຂອງແຮງງານອິນໂດເນເຊຍ. ​ໃນເບື້ອງຕົ້ນ ຫ້ອງການຕົວແທນດັ່ງກ່າວຈະສ້າງຂຶ້ນຢູ່ບັນດາປະເທດທີ່ມີແຮງງານອິນໂດເນເຊຍເປັນຈຳນວນຫລວງຫລາຍ. ອິນໂດເນເຊຍເປັນໜຶ່ງໃນບັນດາປະເທດອາຊຽນທີ່ສົ່ງອອກແຮງງານເປັນຈຳນວນຫລວງຫລາຍໄປບັນດາປະເທດໃນຕາເວັນອອກກາງ, ສ່ວນຢູ່ໃນອາຊີກໍມີ .​ເກົາຫລີ, ຍີ່ປຸ່ນ, ​ໄຕ້ຫວັນ, ​ເຂດປົກຄອງພິເສດຮົງກົງແລະ ມາເລເຊຍ. ຜ່ານມາແຮງງານເພດຍິງອິນໂດເນເຊຍທີ່ອອກໄປເຮັດວຽກເປັນຄົນໃຊ້ປະຈຳຄົວເຮືອນນັ້ນມີຄວາມສ່ຽງສູງຕໍ່ການຖືກຂູດຮີດແຮງງານແລະ ລວນລາມທາງເພດ. ດັ່ງນັ້ນທາງການອິນໂດເນເຊຍຈຶ່ງໄດ້ຈຳກັດແຮງງານເພດຍິງທີ່ເຮັດວຽກເປັນຄົນໃຊ້. ຫ້ອງການຕົວແທນແຮງງານທີ່ຈະສ້າງຂຶ້ນຢູ່ຕ່າງປະເທດນັ້ນ ຈະບໍລິຫານແລະ ຄຸ້ມຄອງໂດຍເຈົ້າໜ້າທີ່ຈາກກະຊວງແຮງງານ. ໜ້າທີ່ຕົ້ນຕໍຂອງຫ້ອງການກໍຄືການຄຸ້ມຄອງລະບຽບການອອກແຮງງານແລະ ການປົກປ້ອງສິດທິ ກໍຄືຜົນປະໂຫຍດຂອງແຮງງານ.


No comments:

Post a Comment