Ad

Ad

26 April 2016

ຊາຍ​ໜຸ່ມແຂວນ​ຄໍ​ຕາຍ ຍ້ອນ​ຮັກ​ບໍ່​ສົມ​ຫວັງ

          ຊາຍໜຸ່ມຜິດຫວັງກັບຄວາມຮັກ ຂຽນຈົດໝາຍລາ​​ແຟນສາວ ກ່ອນຄິດສັ້ນໄປແຂວນຄໍຕາຍຢູ່ແຄມນ້ຳຂອງເຂດບ້ານຫ້ວຍນາງລີ້, ​ເມືອງທ່າແຂກແຂວງຄຳມ່ວນ.
​          ເຈົ້າໜ້າທີ່ ປກສ ​​​ເມືອງທ່າ​​ແຂກໃຫ້ຮູ້ວ່າ: ຄືນວັນທີ 23 ​ເມສາຜ່ານມານີ້, ​ໄດ້ມີປະຊາຊົນຢູ່ເຂດດັ່ງກ່າວໄປພົບຊົບຊາຍໜຸ່ມແຂວນຄໍຕາຍຢູ່ກ້ອງຕົ້ນໄມ້ໃຫຍ່, ຈຶ່ງໄດ້ແຈ້ງເຈົ້າໜ້າທີ່ໄປກວດສອບຮູ້ວ່າ: ຜູ້ຕາຍແມ່ນທ້າວໄຫວ ອາຍຸ 21 ປີ ອາຊີບກຳມະກອນ, ຢູ່ບ້ານປ່າກ້ວຍດົງເມືອງໄຊບົວທອງແຂວງຄຳມ່ວນ, ​​ໄດ້ແຂວນຄໍຕາຍດ້ວຍການໃຊ້ເຊືອກ 1 ​ເສັ້ນ ມັດໃສ່ງ່າໄມ້ໃຫຍ່ຢູ່ແຄມ​​ແມ່ນ້ຳຂອງ ຍ້ອນບໍ່ສົມຫວັງ ຕາມການສັນນະສູດຂອງເຈົ້າໜ້າທີ່ ແລະ ຫລັກຖານຈາກຈົດໝາຍຂອງຜູ້ຕາຍ.



No comments:

Post a Comment