ກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດຊຸດທີ VIII ໄດ້ປິດລົງດ້ວຍຜົນສໍາເລັດຈົບງາມໃນວັນທີ 22 ເມສານີ້ທີ່ຫໍສະພາແຫ່ງຊາດ, ພາຍຫລັງດໍາເນີນມາເປັນເວລາ 3 ວັນ, ໂດຍການເປັນປະທານຂອງທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ແລະ ໃຫ້ກຽດເຂົ້າຮ່ວມຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສ
ປປ ລາວ
ບຸນຍັງ ວໍລະຈິດ, ມີບັນດາການນໍາຂັ້ນສູງພັກ-ລັດ ແລະ
ສະມາຊິກສະພາແຫ່ງຊາດເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມຄັ້ງນີ້ໄດ້ຮັບຟັງການລາຍງານຜົນການເລືອກຕັ້ງສະມາຊິກສະພາແຫ່ງຊາດ
ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ,ການຢັ້ງຢືນຄຸນລັກສະນະຂອງສະມາຊິກສະພາແຫ່ງຊາດຊຸດທີ VIII, ພິຈາລະນາ ແລະ ຮັບ ຮອງໂຄງປະກອບກົງຈັກການຈັດຕັ້ງຂອງສະພາແຫ່ງຊາດ,
ໄດ້ເລືອກຕັ້ງປະທານປະເທດແຫ່ງ ສປປ ລາວ,
ປະທານສະພາແຫ່ງຊາດຊຸດທີ VIII, ນາຍົກລັດຖະມົນຕີແຫ່ງ ສປປ ລາວ,
ບັນດາຮອງປະທານສະພາແຫ່ງຊາດ ແລະ
ຄະນະປະຈຳສະພາແຫ່ງຊາດ, ຮັບຮອງການແຕ່ງຕັ້ງປະທານ, ຮອງກຳມາທິການ
ແລະ ເລຂາທິການສະພາແຫ່ງຊາດຊຸດທີ VIII, ຮັບຮອງເອົາໂຄງປະກອບກົງຈັກລັດຖະບານ
ແລະ ສະມາຊິກຄະນະລັດຖະບານຊຸດໃໝ່ຕາມການສະເໜີຂອງນາຍົກລັດຖະມົນຕີ ເຊິ່ງປະກອບມີ 18 ກະຊວງ ແລະ 3 ອົງການທຽບເທົ່າ, ໄດ້ເລືອກຕັ້ງເອົາຫົວໜ້າອົງການໄອຍະການປະຊາຊົນສູງສຸດ
ແລະ ປະທານສານປະຊາຊົນສູງສຸດຖືກຕ້ອງຕາມຂັ້ນຕອນຂອງກົດໝາຍ, ຮັບຮອງເອົາແຜນພັດທະນາເສດຖະກິດ-ສັງຄົມ 5
ປີຄັ້ງທີ VIII, ຮັບຮອງເອົາວິໄສທັດຮອດປີ 2030, ຍຸດທະສາດຮອດປີ
2025, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ VIII ແລະ ແຜນງົບປະມານແຫ່ງລັດ 5 ປີ 2016-2020, ແຜນດັດແກ້ງົບປະມານສົກປີ 2015-2016 ແລະ
ແຜນງົບປະມານຂ້າມຜ່ານ 3 ເດືອນ 2016 ແລະ ທິດທາງແຜນການເຄື່ອນໄຫວຂອງສະພາແຫ່ງຊາດ ແລະ ແຜນສ້າງ ແລະ ປັບ ປຸງກົດໝາຍ 5 ປີຕໍ່ໜ້າຂອງສະພາແຫ່ງຊາດຊຸດທີ VIII ເພື່ອແນໃສ່ຕອບສະໜອງການຄຸ້ມຄອງລັດ,ຄຸ້ມຄອງເສດຖະກິດ-ສັງຄົມດ້ວຍກົດໝາຍໃນໄລຍະໃໝ່ຕາມມະຕິ X ຂອງພັກໃຫ້ປະກົດຜົນເປັນຈິງ.
ທ່ານປະທານສະພາແຫ່ງຊາດ ກ່າວວ່າ:ຜົນສໍາເລັດຂອງກອງປະຊຸມຄັ້ງນີ້, ໄດ້ສະແດງເຖິງຄວາມເປັນເອກະພາບ
ແລະ
ຄວາມຮັບຜິດຊອບສູງທາງດ້ານການເມືອງຂອງບັນດາສະມາຊິກສະພາແຫ່ງຊາດເຂົ້າໃນການປັບປຸງບູລະນະລັດປະຊາທິປະໄຕ
ປະຊາຊົນໃຫ້ມີຄວາມເຂັ້ມແຂງ ແລະ ໜັກ
ແໜ້ນຂຶ້ນຕື່ມ ເພື່ອແບກຫາບພາລະກິດອັນໜັກໜ່ວງທີ່ປະເທດຊາດ ແລະ
ປະຊາຊົນມອບໝາຍໃຫ້.
No comments:
Post a Comment