Ad

Ad

25 April 2016

ລາວ-ຈີນ​ ເສີມ​ຂະຫຍາຍ​ສາຍ​ພົວພັນ​ຮ່ວມ​ມືສອງຝ່າຍ

          ໂດຍຕອບສະໜອງຕາມຄໍາເຊີນຂອງທ່ານ ສະເຫລີໄຊ ກົມມະສິດ ລັດຖະມົນຕີ​​ກະຊວງການຕ່າງປະເທດແຫ່ງ ສປປລາວ, ທ່ານ ຫວາງ ອີ້ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປ ຈີນ,​ໄດ້ເດີນທາງມາຢ້ຽມຢາມ ປປ ລາວ ຢ່າງເປັນທາງການໃນວັນທີ 22-24 ​ເມສານີ້ເພື່ອເສີມຂະ ຫຍາຍສາຍພົວພັນມິດຕະພາບແລະ ການຮ່ວມມືລະຫວ່າງສອງປະເທດ ​ໃຫ້​ແໜ້ນ​ແຟ້ນຍິ່ງໆຂຶ້ນ.
           ໃນວັນທີ 23 ​ເມສານີ້ທີ່ກະຊວງການຕ່າງປະເທດ,​ ໄດ້ມີການພົບປະສອງຝ່າຍຢ່າງເປັນທາງການລະຫວ່າງທ່ານລັດຖະມົນຕີ​​ກະຊວງການຕ່າງປະເທດລາວແລະ ທ່ານລັດຖະມົນຕີ​​ກະຊວງການຕ່າງປະເທດແຫ່ງຈີນ,ຊຶ່ງສອງຝ່າຍໄດ້ສະແດງຄວາມຍິນດີແລະ ຕີລາຄາສູງຕໍ່ການພົວພັນຮ່ວມມື​​ໃນໄລຍະຜ່ານມາທີ່ໄດ້ຮັບການສືບຕໍ່ເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ​ແລະ ລົງເລິກໃນວຽກງານຕົວຈິຫລາຍດ້ານເປັນຕົ້ນ:
ຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ການທ່ອງທ່ຽວແລະ ດ້ານອື່ນໆກໍໄດ້ຮັບໝາກຜົນເປັນຢ່າງດີ. ພິ​ເສດໂຄງການຮ່ວມມືທີ່ພົ້ນເດັ່ນກໍ​ຄືຜົນສໍາເລັດການສົ່ງດາວທຽມລາວດວງທໍາອິດຂຶ້ນສູ່ວົງໂຄຈອນໂລກແລະໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນໂດຍສອດຄ່ອງກັບການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານທີ່ຜູ້ນໍາທັງສອງປະເທດໄດ້ຕົກລົງຮ່ວມກັນ, ພ້ອມດຽວກັນນັ້ນ, ສອງຝ່າຍເຫັນດີຈະຈັດກິດຈະກໍາຕ່າງໆຮ່ວມກັນເພື່ອ​ເປັນ​ການສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນການທູດລາວ-ຈີນຄົບຮອບ 55 ປີໃນປີນີ້, ສອງຝ່າຍຍິນດີໃຫ້ການສະໜັບສະໜູນແລະ ຊ່ວຍເຫລືອເຊິ່ງກັນແລະ ກັນໃນເວທີພາກພື້ນແລະ ສາກົນ, ສືບຕໍ່ຮ່ວມມືປະສານງານກັນຢ່າງ​ໃກ້
ຊິດຄືດັ່ງທີ່ເຄີຍປະຕິບັດຜ່ານມາ,​ ໂດຍສະເພາະການເປັນປະທານອາຊຽນຂອງ ສປປ ລາວໃນປີ 2016 ນີ້. ນອກນັ້ນສອງຝ່າຍໄດ້ກໍານົດທິດທາງແລະແຜນການຮ່ວມມືກັນໃນຕໍ່ໜ້າ, ລວມທັງການແລກປ່ຽນຄໍາຄິດ​​ເຫັນຕໍ່ບັນຫາພາກພື້ນແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.
          ໃນໂອກາດນີ້,ທ່ານລັດຖະມົນຕີຕ່າງປະເທດ ສປ ຈີນ ຍັງໄດ້ເຂົ້າຢ້ຽມຂໍ່ານັບທ່ານປະທານປະເທດ ບຸນຍັງ ວໍລະຈິດ ແລະ ຢ້ຽມຂໍ່ານັບທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ, ໃນໂອກາດນີ້ທານປະທານປະເທດ ແລະ ທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ, ໄດ້ຕີລາຄາສູງຕໍ່ການມາຢ້ຽມ ຢາມລາວຂອງທ່ານ ຫວາງ ອີ ພ້ອມຄະນະ, ເຊິ່ງເປັນການປະກອບສ່ວນສໍາຄັນເຂົ້າໃນການເພີ່ມທະວີສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຈີນ ໃຫ້ນັບມື້ແຕກດອກອອກຜົນງອກງາມຍິ່ງຂຶ້ນ, ພ້ອມທັງສະແດງຄວາມຮູ້ບຸນຄຸນຕໍ່ພັກ, ລັດຖະບານ ແລະ ປະຊາຊົນຈີນທີ່ໄດ້ໃຫ້ການຊ່ວຍເຫລືອອັນໃຫຍ່

ຫລວງແກ່ ສປປ ລາວ ມາໂດຍຕະຫລອດ, ພ້ອມທັງຝາກຄໍາຢື້ຢາມຖາມຂ່າວອັນສະໜິດສະໜົມເຖິງບັນດາການນໍາຂັ້ນສູງຂອງພັກ ແລະ ລັດຖະບານ ສປ ຈີນ ນໍາດ້ວຍ.

No comments:

Post a Comment