Ad

Ad

6 May 2016

ປກສ ນະຄອນຫລວງມ້າງເຄືອຂ່າຍຄ້າຢາເສບຕິດລາຍໃຫຍ່

ພາບ-ຂ່າວ : ຫນັງສືພິມ ປກສ
           ເມື່ອບໍ່ດົນມານີ້, ເຈົ້າໜ້າທີ່ ປກສ ນະຄອນຫລວງວຽງຈັນ ໄດ້ຈັບຕົວທ້າວ ສໍລະພົງ (ໂອ) ອາຍຸ 42 ປີ ສັນຊາດໄທ, ພັກເຊົາຢູ່ບ້ານຮ່ອງແກ, ນາງ ແສງແລ ອາຍຸ 30 ປີ ຢູ່ບ້ານສົມສະຫງ່າ ເມືອງໄຊເສດຖາ ແລະ ນາງ ວັນ ອາຍຸ 41 ປີ ຢູ່ບ້ານທົ່ງປົ່ງ ເມືອງສີໂຄດຕະບອງ ໃນຂໍ້ຫາຮ່ວມກັນຄ້າຂາຍຢາເສບຕິດ ພ້ອມຂອງກາງຢາບ້າຫລາຍກວ່າ 10 ພັນເມັດ, ຢາໄອ 665 ກຣາມ ພ້ອມລົດໃຫຍ່ 1 ຄັນ ແລະ ໂທລະສັບ 4 ໜ່ວຍ ທີ່ພວກເຂົານຳໃຊ້ໃນການເຄື່ອນໄຫວກະທຳຜິດ ຈຶ່ງຢຶດໄວ້ເປັນຫລັກຖານມາດຳເນີນຄະດີ.
          ເຈົ້າໜ້າທີ່ໃຫ້ຮູ້ວ່າ: ພວກກ່ຽວມີພຶດຕິກຳຄ້າຂາຍຢາເສບຕິດມາດົນແລ້ວ, ແຕ່ຄັ້ງນີ້ແມ່ນມີຫລັກ ຖານແໜ້ນຈຶ່ງໄດ້ນຳກຳລັງເຂົ້າຈັບຕົວໃນຂະນະທີ່ມີການຊື້-ຂາຍຢາເສບຕິດຢູ່ເຂດບ້ານດັ່ງກ່າວ.


           ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ ພວກກ່ຽວຮັບສາລະພາບວ່າ: ຢາເສບຕິດທັງໝົດເປັນຂອງພວກກ່ຽວແທ້ ເຊິ່ງຊື້ນຳເຄືອຂ່າຍຄ້າຢາເສບຕິດລາຍໃຫຍ່ ເພື່ອຈະເອົາໄປຂາຍໃຫ້ລູກຄ້າ ແຕ່ຖືກເຈົ້າໜ້າທີ່ຈັບຕົວເສຍກ່ອນ. ຄະດີຢາເສບຕິດລາຍນີ້ເຈົ້າໜ້າທີ່ຈະເລັ່ງຂະຫຍາຍຜົນຫາຜູ້ຮ່ວມຂະບວນການ ເພື່ອຈັບຕົວມາດຳເນີນຄະດີຕາມລະບຽບກົດໝາຍໃຫ້ໄດ້ໂດຍໄວ.

No comments:

Post a Comment