Ad

Ad

6 May 2016

ຄະນະກຳມະການຜູ້ຕາງໜ້າຖາວອນປະຈຳອາຊຽນເລັ່ງສືບຕໍ່ຫາລືບັນດາໜ້າວຽກປົກກະຕິ

          ກອງປະຊຸມຄະນະກຳມະການຜູ້ຕາງໜ້າຖາວອນປະຈຳອາຊຽນ ຄັ້ງທີ 7 ໄດ້ຈັດຂຶ້ນໃນວັນທີ 5 ພຶດສະພານີ້, ທີ່ແຂວງຫລວງພະບາງ ໂດຍໄດ້ເລັ່ງໃສ່ສືບຕໍ່ປຶກສາຫາລືບັນດາໜ້າວຽກປົກກະຕິຂອງຄະນະກຳມະການຜູ້ຕາງໜ້າຖາວອນ ແລະ ກະກຽມເນື້ອໃນໃຫ້ແກ່ບັນດາກອງປະຊຸມລະດັບເຈົ້າໜ້າທີ່ອາວຸໂສອາຊຽນ (ASEAN SOM), ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນບວກສາມ (APT SOM), ກອງປະຊຸມລະດັບເຈົ້າໜ້າທີ່ອາວຸໂສ, ກອງປະຊຸມສຸດຍອດອາຊີຕາເວັນອອກ (EAS SOM) ແລະ ກອງປະຊຸມລະດັບເຈົ້າໜ້າທີ່ອາວຸໂສເວທີປຶກສາຫາລືພາກພື້ນອາຊຍນ (ART SOM), ຊຶ່ງຈະຈັດຂຶ້ນໃນວັນທີ 6-8 ພຶດສະພານີ້, ທີ່ແຂວງຫລວງພະບາງເຊັ່ນກັນ. ຈາກນັ້ນ ຈະໄດ້ສືບຕໍ່ຈັດກອງປະຊຸມເຈລະຈາກັບຣັດເຊຍ, ເຊິ່ງໄດ້ສຸມໃສ່ການຮ່າງ 2 ເອກກະສານສຳຄັນຄື: ຮ່າງຖະແຫລງການໂຊຈິວ່າດ້ວຍການສະເຫລີມສະຫລອງການ
ພົວພັນອາຊຽນ-ຣັດເຊຍ ຄົບຮອບ 20 ປີ ແລະ ແຜນປະຕິບັດງານອາຊຽນ-ຣັດເຊຍ ສະບັບປັບປຸງໃໝ່ ສຳລັບໄລຍະປີ 2016-2020 ທີ່ຈະຮັບຮອງເອົາຢູ່ໃນກອງປະຊຸມສຸດຍອດ ສະເຫລີມສະຫລອງການພົວພັນຮ່ວມມືອາຊຽນ-ຣັດເຊຍ ຄົບຮອບ 20 ປີ ທີ່ຈະມີຂຶ້ນໃນວັນທີ 19-20 ພຶດສະພານີ້, ທີ່ໂຊຈິ, ຣັດເຊຍ.

          ກອງປະຊຸມຄະນະກຳມະການຜູ້ຕາງໜ້າຖາວອນດັ່ງກ່າວ ໂດຍການເປັນປະທານຂອງທ່ານ ລັດສະໝີ ແກ້ວມະນີ ເອກອັກຄະລັດຖະທູດ ຜູ້ຕາງໜ້າຖາວອນແຫ່ງ ສປປ ລາວ ປະຈຳອາຊຽນ, ໂດຍການເຂົ້າຮ່ວມຂອງບັນດາເອກອັກຄະລັດຖະທູດ, ຜູ້ຕາງໜ້າຖາວອນປະເທດສະມາຊິກອາຊຍນ, ຮອງເລຂາທິການໃຫຍ່ອາຊຽນຮັບຜິດຊອບວຽກເສົາຄ້ຳການເມືອງ-ຄວາມໝັ້ນຄົງ, ພະນັກງານການທູດຈາກບັນດາປະເທດສະມາຊິກ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມດັ່ງກ່າວແມ່ນໄດ້ກຳນົດເອົາເວລາໃນການຈັດກອງປະຊຸມແຕ່ລະຄັ້ງແມ່ນສອງຄັ້ງຕໍ່ເດືອນ ແລະ ຄັ້ງທີ 8 ຕໍ່ໄປແມ່ນຈະໄດ້ຈັດຂຶ້ນໃນວັນທີ 26 ພຶດສະພາ 2016ນີ້, ທີ່ຈາກາຕາ ປະເທດອິນໂດເນເຊຍ.

No comments:

Post a Comment