Ad

Ad

6 May 2016

ຍີ່ປຸຸ່ນສືບຕໍ່ຊ່ວຍເຫລືອລາວປັບປຸງພື້ນຖານໂຄ່ງລາງ ແລະ ພັດທະນາຊັບພະຍາກອນມະນຸດ

    ພິທີລົງນາມການຊ່ວຍເຫລືອຈາກລັດຖະບານຍີປຸ່ນໃນໂຄງການປັບປຸງຂົວ, ເສັ້ນທາງຫລວງເລກ 9 ໃນມູນຄ່າ 2.528 ຕື້ເຢັນ ແລະ ໂຄງການພັດທະນາຊັບພະຍາກອນມະນຸດມູນຄ່າ 247 ລ້ານເຢັນ(ສະກຸນເງິນຍີ່ປຸ່ນ), ໄດ້ມີຂຶ້ນໃນວັນທີ 4 ພຶດສະພາ ນີ້ທີ່ກະຊວງການຕ່າງປະເທດລະຫວ່າງທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສ ປປ ລາວ ແລະ ທ່ານ ຟູມິໂອະ ກິຊິດະ ລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ ໃນໂອກາດໄດ້ມາຢ້ຽມຢາມລາວຢ່າງເປັນທາງການ. ພ້ອມນີ້ທັງສອງຝ່າຍຕ່າງກໍໄດ້ສະແດງຄວາມຍິນດີ ແລະ ຕີລາຄາສູງຕໍ່ສາຍພົວພັນມິດຕະ ພາບ ແລະ ການຮ່ວມມື ລະຫວ່າງລາວ-ຍີ່ປຸ່ນທີ່ນັບມື້ນັບຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ໂດຍສະເພາະໄດ້ຕີລາຄາສູງຕໍ່ຜົນສໍາເລັດອັນຈົບງາມໃນການສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນ
ການທູດລາວ-ຍີ່ປຸ່ນຄົບຮອບ 60 ປີຜ່ານມາ, ການຍົກລະດັບສາຍພົວພັນເປັນຄູ່ຮ່ວມມືຍຸດທະສາດ, ພ້ອມທັງປືກສາຫາລືການຊຸກຍູ້ສົ່ງເສີມການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ການສຶກສາ ແລະ ວັດທະນະທໍາໃຫ້ດີຂຶ້ນກວ່າເກົ່າ. ຂະນະທີ່ຝ່າຍຍີ່ປຸ່ນໄດ້ຢືນຢັນຈະສືບຕໍ່ໃຫ້ການຊ່ວຍເຫລືອເພື່ອການພັດທະນາຢູ່ລາວ, ພ້ອມທັງຍີນດີສະໜັບສະໜູນຊ່ວຍເຫລືອແກ່ ສປປ ລາວ ໃນການເປັນປະ ທານອາຊຽນໃນປີ 2016 ໃຫ້ມີຜົນສໍາເລັດຈົບງາມ.

No comments:

Post a Comment