Ad

Ad

6 May 2016

ກອງປະຊຸມເຈົ້າໜ້າທີ່ອາວຸໂສນະຄອນຫລວງອາຊຽນ

     ກອງປະຊຸມເຈົ້າໜ້າທີ່ອາວຸໂສນະຄອນຫລວງອາຊຽນໄດ້ຈັດຂຶ້ນໃນວັນທີ 5 ພຶດສະພານີ້, ຢູ່ນະ ຄອນຫລວງວຽງຈັນ, ຊຶ່ງໄດ້ມີການປຶກສາຫາລືຫລາຍບັນຫາເພື່ອກະກຽມໃຫ້ແກ່ກອງປະຊຸມເຈົ້າຄອງນະຄອນຫລວງອາຊຽນຄັ້ງທີ 4 ທີ່ຈະຈັດຂຶ້ນໃນເດືອນພະຈິກນີ້ທີ່ນະຄອນຫລວງວຽງຈັນ.

           ທ່ານຮອງເຈົ້າຄອງນະຄອນຫລວງວຽງຈັນ ແກ້ວພິລາວັນ ອາໄພລາດ ກ່າວວ່າ: ກອງປະຊຸມດັ່ງກ່າວໄດ້ປຶກສາຫາລືກັນຫລາຍບັນຫາ ເປັນຕົ້ນແມ່ນຄໍາຂວັນ ແລະ ຫົວຂໍ້ຂອງກອງປະຊຸມເຈົ້າຄອງນະ ຄອນຫລວງອາຊຽນຄັ້ງທີ 4 ວ່າ ພັນທະໜ້າທີ່ຂອງນະຄອນຫລວງອາຊຽນຕໍ່ການເຊື່ອມໂຍງປະຊາຄົມອາຊຽນ”, ຫາລືການສ້າງນະຄອນຫລວງອາຊຽນໃຫ້ເປັນນະຄອນຫລວງທີ່ໜ້າຢູ່, ສະຫງົບ, ສະອາດ,
ສີຂຽວ, ສະ ຫວ່າງ ແລະ ສີວິໄລ, ຮັບປະກັບຄວາມປອດໄພດ້ານສາທາລະນະຂອງນະຄອນຫລວງອາຊຽນ, ແລກປ່ຽນບົດຮຽນການແກ້ໄຂອຸປະຕິເຫດຕາມທ້ອງຖະໜົນ, ແກ້ໄຂບັນຫາອາສະຍາກໍາ, ປ້ອງກັນອັກຄີໄພ, ແກ້ໄຂຈໍລະຈອນແອອັດ, ຄຸ້ມຄອງອາຫານໃຫ້ມີຄວາມປອດໄພ ແລະ ສົ່ງເສີມການປູກພືດຜັກປອດສານພິດ, ຮັກສາ ແລະ ສົ່ງເສີມມໍລະດົກທາງວັດທະນະທໍາ ເພື່ອສົ່ງເສີມການທ່ອງທ່ຽວ, ການຮ່ວມມືດ້ານແຮງງານ ແລະ ການຊ່ວຍເຫລືອຍົກລະດັບສີມືແຮງງານລະຫວ່າງນະຄອນຫລວງທີ່ຈະເລີນແລ້ວກັບນະຄອນຫລວງທີ່ຍັງບໍ່ທັນຈະເລີນ, ປຶກສາຫາລືແລກ ປ່ຽນແຮງງານ, ການຄຸ້ມຄອງແຮງງານ ແລະ ການຍົກລະດັບສີມືແຮງງານໃນນະຄອນຫລວງອາ ຊຽນເພື່ອຈັດຕັ້ງປະຕິບັດວິໄສທັດຂອງອາຊຽນຮອດປີ 2025 ໃຫ້ປະກົດຜົນເປັນຈິງ.

No comments:

Post a Comment