Ad

Ad

6 May 2016

ລາວ-ຈີນ ສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນການທູດຄົບຮອບ 55 ປີ

     ໃນຕອນຄໍ່າວັນທີ 4 ພຶດສະພານີ້ ຢູ່ນະຄອນຫລວງປັກກິ່ງ, ສະມາຄົມມິດຕະພາບ ຈີນ-ລາວ ແລະ ສະຖານເອກອັກຄະລັດຖະທູດລາວປະຈຳ ສປ ຈີນ ໄດ້ຈັດງານລ້ຽງສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນການທູດສອງປະເທດຄົບຮອບ 55 ປີ (ວັນທີ 25/41961-25/4/2016) ໂດຍການໃຫ້ກຽດເຂົ້າຮ່ວມຂອງສະຫາຍ ບຸນຍັງວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ແລະ ສະຫາຍ ຫລິວຢຸນຊານ ກຳມະການປະຈຳກົມການເມືອງສູນກາງພັກ, ເລຂາທິການສູນກາງພັກກອມມູນິດຈີນເຂົ້າຮ່ວມນຳດ້ວຍ.
          ສະຫາຍ ນາງ ວັນດີ ບຸດທະສະວົງ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ສປປ ລາວ ປະຈຳ ສປ ຈີນ ໄດ້ກ່າວຄຳປາໄສໃນພິທີວ່າ: ລາວ ແລະ ຈີນ ເປັນປະເທດບ້ານໃກ້ເຮືອນຄຽງທີ່ມີສາຍພູ
ແລະ ສາຍນຳ້ລຳເຊຕິດຈອດກັນ, ປະຊາຊົນສອງຊາດມີມູນເຊື້ອການພົວພັນມິດຕະພາບ ແລະ ໄປມາຫາສູ່ກັນມາແຕ່ບູຮານນະການ; ຕະຫລອດໄລຍະ 55 ປີຜ່ານມາ ສາຍພົວພັນມິດຕະພາບເປັນມູນເຊື້ອລະຫວ່າງສອງປະເທດ ລາວ-ຈີນ ໄດ້ຮັບການເສີມຂະຫຍາຍ ແລະ ເພີ່ມທະວີຂຶ້ນຢ່າງບໍ່ຢຸດຢັ້ງ. ການນຳຂັ້ນສູງຂອງສອງປະເທດໄດ້ແລກປ່ຽນການຢ້ຽມຢາມໄປມາຫາສູ່ກັນຢ່າງປົກກະຕິ ໂດຍສະເພາະແມ່ນໃນຊຸມປີມໍ່ໆມານີ້, ມີຄວາມສະໜິດສະໜົມ, ເຂົ້າອົກເຂົ້າໃຈກັນ ແລະ ໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ. ໃນປີ 2000 ໄດ້້ພ້ອມກັນກຳນົດທິດການຮ່ວມມືຮອບດ້ານລະຫວ່າງສອງປະເທດໃນສະຕະວັດທີ 21 ແນໃສ່ສ້າງການພົວພັນຮ່ວມມືທີ່ໜັ້ນຄົງຍາວນານ, ມີໄມຕີຈິດມິດຕະພາບຖານບ້ານໃກ້ເຮືອນຄຽງ ແລະ ໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນບົນພື້ນຖານ 5 ຫລັກການຢູ່ຮ່ວມກັນໂດຍສັນຕິ; ປີ2006 ສອງຝ່າຍພ້ອມກັນຊຸກຍູ້ສາຍພົວພັນມິດຕະພາບລະຫວ່າງສອງປະເທດເຂົ້າສູ່ລວງເລິກ ແລະ ກາຍເປັນປະເທດບ້ານໃກ້ເຮືອນຄຽງທີ່ດີ; ນັບແຕ່ສອງປະເທດໄດ້ສ້າງສາຍພົວພັນແບບຄູ່ຮ່ວມຍຸດສາດໃນປີ 2009 ເປັນຕົ້ນມາ, ຄວາມເຊື່ອໜັ້ນເຊິ່ງກັນ ແລະ ກັນ ທາງດ້ານການ ເມືອງຂອງສອງຝ່າຍນັບມື້ນັບເລິກເຊິ່ງ, ການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດໃນແຕ່ລະຂົງເຂດໄດ້ຮັບໝາກຜົນເປັນໜ້າເພິ່ງພໍໃຈຕາມທິດນຳທີ່ວ່າ: ໜັ້ນຄົງຍາວນານ, ເພື່ອນບ້ານທີ່ເປັນມິດ, ໄວ້ເນື້ອເຊື່ອໃຈກັນ, ຮ່ວມມືຮອບດ້ານ ແລະ ບົນຈິດໃຈ 4 ດີ ຄືບ້ານໃກ້ຮືອນຄຽງທີ່ດີ, ເພື່ອນທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ. ທັງສອງຝ່າຍໄດ້ເຫັນດີຮ່ວມກັນໃນການສືບຕໍ່ຮັກສາການແລກປ່ຽນຢ້ຽມຢາມ ແລະ ພົບປະລະຫວ່າງຜູ້ນຳຂັ້ນສູງຂອງສອງພັກ-ລັດເປັນປະຈຳ. ປັດຈຸບັນການພົວພັນຮ່ວມມືລະຫວ່າງສອງປະເທດໄດ້ກາຍເປັນຄູ່ຮ່ວມຊະຕາກຳອັນດຽວກັນທີ່ມີຄວາມເຊື່ອໜັ້ນເຊິ່ງກັນ ແລະ ກັນ, ຊ່ວຍເຫລືອກັນ ແລະ ມີຜົນປະໂຫຍດຮ່ວມກັນຢ່າງກວ້າງຂວາງ.
          ທ່ານທູດຍັງກ່າວອີກວ່າ: ການຮ່ວມມືທາງດ້ານເສດຖະກິດ, ການຄ້າ ແລະ ການລົງທຶນລະ ຫວ່າງສອງປະເທດໄດ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ນັບມື້ນັບເພື່ມຂຶ້ນ, ປັດຈຸບັນ ສປ ຈີນ ເປັນປະເທດອັນດັບໜຶ່ງໃນການລົງທຶນຢູ່ ສປປ ລາວ ໂດຍມີ 760 ໂຄງການ ແລະ ມີມູນຄ່າທັງໝົດ 6,7 ຕື້ໂດລາສະຫະລັດ. ການຮ່ວມມື ແລະ ແລກປ່ຽນດ້ານການຄ້າກໍເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະ ໜັ້ນທ່ຽງ ລວມຍອດມູນຄ່າໃນປີ 2015 ແມ່ນ 2.780 ຕື້ໂດລາສະຫະລັດ.

          ໃນໂອກາດທີ່ມີຄວາມໝາຍຄວາມສຳຄັນນັ້ນ, ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ແລະ ສະຫາຍ ຫລິວຢຸນຊານ ຄະນະປະຈຳກົມການເມືອງສູນກາງພັກ, ເລຂາທິການສູນກາງພັກກອມມູນິດຈີນ ຂຶ້ນເປີດແຜ່ນລະນຶກ ແລະ ຕັດເຄັກເພື່ອສະເຫລີມລະຫລອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນຄົບຮອບ 55 ປີ.

No comments:

Post a Comment