Ad

Ad

5 May 2016

ສະຫາຍເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ ເຂົ້າພົບປະບັນດາການນຳພັກ-ລັດ ສປ ຈີນ

          ວັນທີ 4 ພຶດສະພານີ້ ເຊິ່ງເປັນມື້ທີ 2 ຂອງການຢ້ຽມຢາມສັນຖະວະໄມຕີ ສປ ຈີນ ຢ່າງເປັນທາງການຂອງສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ພ້ອມຄະນະຜູ້ແທນຂັ້ນສູງພັກ-ລັດລາວ ໄດ້ໄປວາງພວງມາລາຢູ່ອະນຸສາວະລີວິລະຊົນ ປະຊາຊົນຈີນ ເພື່ອຈາລຶກຮູ້ບຸນຄຸນບັນດານັກຮົບວິລະຊົນປະຊາຊົນ ທີ່ເສຍສະຫລະຊີວິດເລືອດເນື້ອ ເຂົ້າໃນການຕໍ່ສູ້ເພື່ອປົດປ່ອຍປະເທດຊາດ.
          ໃນຕອນບ່າຍຂອງວັນດຽວກັນ ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ພ້ອມຄະນະເຂົ້າພົບປະ ສະຫາຍ ຈ່າງເຕີຈຽງ ຄະນະປະຈຳກົມການເມືອງສູນກາງພັກ, ປະທານຄະນະປະຈຳສະພາຜູ້ແທນແຫ່ງຊາດຈີນ, ສະຫາຍ ຫລີເຄີ້ສຽງ, ຄະນະປະຈຳກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ທີ່ຫ້ອງຮັບແຂກຫໍສະພາປະຊາຊົນແຫ່ງຊາດຈີນ ທີ່ນະຄອນ ຫລວງປັກກິ່ງ ເຊິ່ງ
ທັງສອງຝ່າຍໄດ້ແຈ້ງໃຫ້ກັນຊາບ ກ່ຽວກັບສະພາບການຂອງແຕ່ລະປະເທດ ແລະ ໄດ້ແລກປ່ຽນຄຳຄິດຄຳເຫັນຢ່າງເລີກເຊິ່ງ ແລະ ມີຄວາມເປັນເອກະພາບກັນຢ່າງກວ້າງຂວາງ ກ່ຽວກັບການເສີມຂະຫຍາຍ ສາຍພົວພັນແບບຄູ່ຮ່ວມຍຸດທະສາດຮອບດ້ານ ລະຫວ່າງ ສປປ ລາວ ແລະ ສປ ຈີນ ໃຫ້ມີຄວາມຫລາກຫລາຍ ແລະ ອຸດົມສົມບູນຍິ່ງໆຂື້ນ. ພ້ອມນັ້ນ, ກໍໄດ້ແລກປ່ຽນທັດສະນະຕໍ່ບາງບັນຫາພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ. ຕໍ່ການຮ່ວມມືສອງຝ່າຍ.
ຜູ້ນໍາສອງປະເທດ ໄດ້ເປັນເອກະພາບກັນວ່າ: ນັບແຕ່ສອງປະເທດ ໄດ້ສ້າງສາຍພົວພັນແບບຄູ່ຮ່ວມຍຸດທະສາດໃນ ປີ 2009 ເປັນຕົ້ນມາ, ຄວາມເຊື່ອໜັ້ນ ເຊິ່ງກັນ ແລະກັນ  ທາງດ້ານການເມືອງຂອງສອງຝ່າຍ ນັບມື້ນັບເລິກເຊິ່ງ, ການຮ່ວມມືແບບຕ່າງຝ່າຍ ຕ່າງມີຜົນປະໂຫຍດ ໃນແຕ່ລະຂົງເຂດໄດ້ຮັບໝາກຜົນເປັນໜ້າເພິ່ງພໍໃຈຕາມທິດນຳທີ່ວ່າ: ໜັ້ນຄົງຍາວນານ, ເພື່ອນບ້ານທີ່ເປັນມິດ,ໄວ້ເນື້ອເຊື່ອໃຈກັນ, ຮ່ວມມືຮອບດ້ານ ແລະ ບົນຈິດໃຈ 4 ດີ ຄື: ບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ. ພ້ອມກັນນີ້, ສອງຝ່າຍໄດ້ເຫັນດີເພີ່ມທະວີ ການສະໜັບສະໜູນ ແລະ ຮ່ວມມືປະສານສົມທົບກັນໃຫ້ສະໜິດແໜ້ນ ໃນຂອບການຮ່ວມມືໃນພາກພື້ນ ແລະ ສາກົນ, ເພື່ອຜົນປະໂຫຍດຂອງສອງຝ່າຍ ກໍຄືພາລະກິດ ສັນຕິພາບ, ມິດຕະພາບ ແລະ ການຮ່ວມມືພັດທະນາຂອງພາກພື້ນ ແລະ ໃນໂລກ.

          ໃນຕອນເຊົ້າວັນທີ 4 ພຶດສະພາ ນີ້ ສະຫາຍ ບຸນຍັງ ວໍລະຈິດ, ພ້ອມຄະນະຜູ້ແທນຂັ້ນສູງພັກ-ລັດລາວ ໄດ້ໄປຢ້ຽມຢາມໂຮງຮຽນທິດສະດີສູນກາງພັກກອມມູນິດຈີນ, ພົບປະກັບຄະນະອຳນວຍການໂຮງຮຽນ ແລະ ໄດ້ພົບປະໂອ້ລົມພະນັກງານລາວ ທີ່ກຳລັງຝຶກອົບຮົມທິດສະດີຢູ່ໂຮງຮຽນດັ່ງກ່າວ, ເຊິ່ງສະຫາຍ ເລຂາທິການໃຫຍ່ ໄດ້ເນັ້ນໜັກ ໃຫ້ພະນັກງານທຸກຄົນຈົ່ງຕັ້ງໃຈສຶກສາເອົາຄວາມຮູ້ ຄວາມສາມາດ ແລະ ປະສົບການໃນການພັດທະນາປະເທດຂອງສປ ຈີນ, ປະເທດເພື່ອນມິດຍຸດທະສາດ ນຳໄປໜູນໃຊ້ໃນປະເທດເຮົາ ໃຫ້ມີການພັດທະນາດີຂຶ້ນ ເທົ່າທຽມກັບປະເທດເພື່ອນມິດອື່ນໆ.

No comments:

Post a Comment