Ad

Ad

5 May 2016

ມອບ-ຮັບ​ໜ້າ​ທີ່​ປະ​ທານກໍາ​ມາ​ທິການຕ່າງ​ຂອງ​ສະພາ​ແຫ່ງ​ຊາດ

          ​​​ວັນທີ 4 ພຶດສະພາ ນີ້ ຢູ່ສະພາແຫ່ງຊາດ ໄດ້ຈັດພິທີມອບ-ຮັບໜ້າທີ່ ປະທານກໍາມາທິການຂອງສະພາແຫ່ງຊາດຫລາຍຕໍາແໜ່ ລະຫວ່າງ ທ່ານ ພົນຈັດຕະວາ ວິໄລ ດວງມະນີ ປະທານກໍາມາທິການປກຊ-ປກສ ຜູ້ເກົ່າແລະ ທ່ານ ພົນຈັດຕະວາ ຄໍາສຸກ ອີນທະວົງ ປະທານກໍາມາທິການປກຊ-ປກສ ຜູ້ໃໝ່, ທ່ານ ຄໍາຊາວໄກຊົງ ອະດີດຮັກສາການປະທານກໍາມາທິການບັນດາເຜົ່າ ຜູ້ເກົ່າແລະ ທ່ານນາງ ບົວພັນ ລິໄກຢາ ປະທານກໍາມາທິການບັນດາເຜົ່າຜູ້ໃໝ່ໃຫ້ກຽດເຂົ້າຮ່ວມໂດຍທ່ານ ພົນໂທແສງນວນໄຊຍະລາດເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ມີບັນດາຫົວໜ້າກົມ, ຮອງກົມແລະ ພະນັກງານວິຊາການກ່ຽວຂ້ອງເຂົ້າຮ່ວມ.

          ​ໃນໂອກາດນີ້, ທ່ານ ພົນໂທແສງນວນໄຊຍະລາດໄດ້ໃຫ້ກຽດໂອ້ລົມ, ໄດ້​ສະ​ແດງ​ຄວາມ​ຍ້ອງ ຍໍ​ຊົມ​ເຊີຍຕໍ່ຜົນງານ ​ທີ່​ບັນດາກໍາມາທິການສາມາດ​ຍາດ​ມາ​ໄດ້​ໃນ​ໄລຍະ​ທີ່​ຜ່ານ​ມາ ​ແລະ ​ເພື່ອ​ເປັນ​ການ​ສືບ ຕໍ່​ເສີມ​ຂະຫຍາຍຊີ້​ນໍາ​ ນໍາພາ​ວຽກງານ​ຂອງກໍາມາທິການ​ໃຫ້​ມີຜົນສຳ​ເລັດ​ອັນ​ໃໝ່​ ໃຫຍ່ຫລວງກວ່າ​ເກົ່າ​ນັ້ນ  ຕ້ອງສືບຕໍ່​ເອົາ​ໃຈ​ໃສ່​ປັບປຸງ​ກົງຈັກ​ການຈັດ​ຕັ້ງໃນກໍາມາທິການຕ່າງໆ ​ໃຫ້​ມີ​ຄວາມ​ກະທັດ​ລັດ, ສົມ​ເຫດ​ສົມ​ຜົນ, ມີ​ປະສິດທິພາບ ​ແລະ ປະສິດທິ​ຜົນ​ສູງ, ເອົາໃຈໃສ່ປັບປຸງລະບຽບ​​ການເຄື່ອນໄຫວ ຂອງກໍາມາທິການໃຫ້ສອດຄ່ອງກັບກົດໝາຍສະພາແຫ່ງຊາດ ສະປັບປັບປຸງ 2015, ສອດຄ່ອງກັບໜ້າທີ່ການເມືອງໄລຍະໃໝ່, ຕ້ອງ​ຢຶດຖືຫລັກການ​ປະຊາທິປະ​ໄຕ ​ເຮັດ​ວຽກ​ເປັນໝູ່ຄະນະ, ບຸກຄົນ​ຮັບຜິດຊອບ, ​ໃກ້​ສິດແຖ​ດ​ເຖິງ​​ຮາກ​ຖານຕົວ​ຈິງ ​ເພື່ອ​ຮັບປະກັນ​ເຮັດ​ໃຫ້​ການ​ລາຍ​ງານ ​ແລະ ສະໜອງຂໍ້​ມູນ​ໃຫ້ການ​ນໍາ​ພິຈາລະນາ​ຮັບຮອງມີ​ຄວາມ​ຊັດ​ເຈນຈະ​ແຈ້ງ ອັນ​ສໍາຄັນ​ແມ່ນ​ຕ້ອງ​ມີ​ຄວາມ​ສາມັກຄີ​ເປັນ​ຈິດໜຶ່ງ​ໃຈດຽວກັນ ​ໃນ​ການ​ປະຕິບັດໜ້າທີ່​ວຽກງານ.

          ​ໃນຕອນບ່າຍວັນດຽວກັນນີ້, ໄດ້ມີພິມອບ-ຮັບໜ້າທີ່ປະທານກໍາມາທິການກົດໝາຍແລະ ປະ ທານ ກໍາມາທິການຕ່າງປະເທດ ຢູ່ສະພາແຫ່ງຊາດ ລະຫວ່າງ ທ່ານ ກຸແກ້ວ ອັກຄະມົນຕີ ປະທານກໍາມາທິການຕ່າງປະເທດຜູ້ເກົ່າແລະ ທ່ານເອກສະຫວ່າງ ວົງວິຈິດ ປະທານກໍາມະທິການຕ່າງປະເທດຜຸ້ໃໝ່; ທ່ານ ດາວອນ ຫວ່າງວິຈິດ ປະທານກໍາມາທິການກົດໝາຍຜູ້ເກົ່າແລະ ທ່ານ ສາຍທອງແກ້ວດວງດີ ປະທານກໍາມາທິການກົດໝາຍຜູ້ໃໝ່.

No comments:

Post a Comment