Ad

Ad

5 May 2016

ກະຊວງ​ປ້ອງ​ກັນ​ປະ​ເທດລະນຶກ​ວັນ​ໄຊຊະນະ​ປົດ​ປ່ອຍ​ພາກ​ໃຕ້​ ຫວຽດນາມ ຄົບຮອບ 41 ປີ

          ​ວັນທີ 4 ພຶດສະພານີ້, ກະຊວງປ້ອງກັນປະເທດໄດ້ຈັດປາຖະ ກະຖາລະນຶກວັນໄຊຊະນະ ປົດປ່ອຍພາກໃຕ້ຫວຽດນາມ ຄົບຮອບ 41 ປີ (30/4/1975 - 30/4/2106) ​ໂດຍມີສະຫາຍ ພັ. ຕາວວັນທາຍ ທີ່ປຶກສາທູດຝ່າຍທະຫານສສ ຫວຽດນາມ ປະຈຳລາວແລະ ບັນດາສະຫາຍ ຄະນະນຳກະຊວງປ້ອງກັນປະເທດເຂົ້າຮ່ວມ.
          ສະຫາຍ ພົ. ສອນທອງ ພົມລາວົງ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບກ່່າວວ່າ: ກ່ອນໜ້ານີ້ 41 ປີແມ່ນວັນໄຊຊະນະຂອງຊາດຫວຽດນາມເປັນຂີດໝາຍແລະເປັນບາດລ້ຽວປະຫວັດສາດ​​ສຳຄັນຍິ່ງຂອງຊາດຫວຽດນາມ,ແມ່ນບັ້ນຮົບສຸດທ້າຍ ໃນການຕໍ່ສູ້ເພື່ອທ້ອນໂຮມປະເທດຫວຽດນາມເປັນເອກະພາບອັນໜຶ່ງອັນດຽວ, ​ແມ່ນໄຊຊະນະຂອງກອງທັບແລະ
ປະຊາຊົນຫວຽດນາມໃນຂະບວນວິ ວັດແຫ່ງການຕໍ່ສູ້ກູ້ຊາດ ຕ້ານຈັກກະພັດຜູ້ຮຸກຮ້ານ,ແມ່ນໝາກຜົນອັນຍິ່ງໃຫຍ່​​ໃນຂະບວນການປົດປ່ອຍຊາດ, ປົດປ່ອຍສັງຄົມໂດຍແມ່ນພັກກອມມູນິດຫວຽດນາມແລະ ປະທານໂຮ່ຈິມິງເປັນຜູ້ນຳພາສ້າງປະຫວັດສາດທີ່ພິລະອາດຫານແລະ ສະຫວ່າງສະໄຫວໃນຂະບວນວິວັດແຫ່ງການກໍ່ຕັ້ງແລະປົກປັກຮັກສາປະເທດຊາດຫວຽດນາມ ນັບ​​ເປັນພັນໆປີຜ່ານມາ, ​ໄຊຊະນະຂອງກອງທັບແລະ ປະ ຊາຊົນຫວຽດນາມໃນການຕໍ່ສູ້ປົດປ່ອຍພາກ​​ໃຕ້ຫວຽດນາມ,ເປັນກຳລັງແຮງທີ່ຊະນະເລີດໃນການປະຕິບັດສອງໜ້າທີ່ຍຸດທະສາດແລະ ພິໄນກຳທີ່ຊັກກາລະບູຊາໃຫ້ແກ່ຮຸ້ນລູກຮຸ້ນຫລານ ຂອງສອງຊາດ ລາວ- ຫວຽດນາມ ສືບທອດປະຕິບັດຊົ່ວກາລະນານ. ຍ້ອນວ່າມະຫາໄຊຊະນະດັ່ງກ່າວໄດ້ສ້າງກາລະໂອກາດພັນປີມີເທື່ອໜຶ່ງ ໃຫ້ການປະຕິວັດລາວແລະ ພັກປະຊາຊົນປະຕິວັດລາວ ປຸກລະດົມນຳພາປະຊາຊົນລາວບັນດາເຜົ່າ ລຸກຂຶ້ນຕໍ່ສູ້ປົດປ່ອຍຊາດ ຍຶດເອົາອຳນາດມາສູ່​​ປະຊາຊົນແລະ ກ້າວໄປເຖິງສະຖາປະນາປະເທດຊາດ ເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນໃນວັນທີ 2 ທັນວາ 1975 ຢ່າງສະຫງ່າຜ່າເຜີຍ.

          ສະຫາຍ ພົ. ສອນທອງ ພົມລາວົງ ກ່າວຕື່ມວ່າ: ຕາງໜ້າຄະນະນຳກະຊວງປ້ອງກັນປະເທດ ຂໍສະແດງຄວາມຂອບອົກຂອບໃຈຢ່າງຈິງຈັງມາຍັງ ພັກ-​ລັດ, ພະນັກງານ-​ນັກຮົບແລະ ປະຊາຊົນຫວຽດ ນາມອ້າຍນ້ອງ ທີ່ໄດ້ໃຫ້ການຊ່ວຍເຫລືແລະ ສະໜັບສະໜູນແກ່ພາລະກິດປະຕິວັດຂອງປະ ຊາຊົນລາວ ກໍຄືກອງທັບພວກເຮົາຕະຫລອດມາ ພ້ອມນີ້ ຢືນຢັນຈະສືບຕໍ່ຮ່ວມມືກັບ ພັກ-​ລັດ, ກອງ ທັບແລະປະຊາ ຊົນຫວຽດນາມອ້າຍນ້ອງເຮັດສຸດຄວາມສາມາດຂອງຕົນເພື່ອປົກປັກຮັກສາ, ​ເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ-​ຫວຽດນາມເພື່ອສະແດງຄວາມຈົ່ງຮັກພັກດີ  ​ແລະຈດຕະນາລົມຂອງປະທ່ານໂຮ່ຈິມິງ ຜູ້ນຳທີ່ຍິ່ງໃຫຍ່, ປະທານໄກສອນພົມວິຫານແລະ ປະທານ ສຸພານຸວົງ ຜູ້ນຳທີ່ເຄົາລົບຮັກເປັນຜູ້ກໍຕັ້ງເພີ່ມພູນຄູນສ້າງແລະ ອົບຮົມສັ່ງ ສອນ, ພ້ອມເຊື່ອໝັ້ນຢ່າງໜັກແໜ້ນວ່າ ມິດຕະພາບອັນຍິ່ງ​​ໃຫຍ່ລະ ຫວ່າງສອງຊາດ ຈະໝັ້ນຄົງຂະໜົງແກ່ນ ເໝືອນດັ່ງສາຍພູຫລວງ, ການຮ່ວມມືລະຫວ່າງສອງປະເທດ ຈະເກີດດອກອອກຜົນບໍ່ເຫືອດແຫ້ງ    ເໝືອນດັ່ງສາຍນ້ຳຂອງແລະ ​ແມ່​ນ້ຳຮົ່ງຮາ ຂອງພວກເຮົາ

No comments:

Post a Comment