Ad

Ad

5 May 2016

ລາວຫາລືການຄຸ້ມຄອງຄວາມສ່ຽງໄພແຫ້ງແລ້ງ

          
ເມື່ອມໍ່ໆມານີ້ ກົມແຜນການ ແລະ ການຮ່ວມມື ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດກອງປະ ຊຸມປຶກສາຫາລືການຄຸ້ມຄອງຄວາມສ່ຽງໄພແຫ້ງແລ້ງຂື້ນ,ຢູ່ນະຄອນຫຼວງວຽງຈັນໂດຍເປັນປະທານຂອງ ທ່ານ ນາງ ວິວັນ ສຸວັນນະເມທີ ຫົວໜ້າສູນສະຖິຕິ, ກົມແຜນການ ແລະ ການຮ່ວມມື ກະຊວງກະດັ່ງກ່າວ ແລະ ມີທ່ານ ສະຕີເຟັນ ຣູດກາດ ຜູ້ຕາງໜ້າອົງການອາຫານ ແລະການກະເສດ ສປຊ ປະຈໍາລາວ, ທ່ານ ຮອງກົມຄຸ້ມຄອງໄພພິບັດ ແລະການປ່ຽນແປງດິນຟ້າອາກາດ ກະຊວງຊັບພະຍາ ກອນທໍາມະຊາດ ແລະສິ່ງແວດລ້ອມ,ພ້ອມແຂກເຂົ້າຮ່ວມທັງໝົດ 40 ກວ່າທ່ານ.
          ົວໜ້າສູນສະຖິຕິກ່າວຕໍ່ທີ່ປະຊຸມວ່າ:  ເພື່ອແບ່ງປັນສະຖານະ ພາບຄວາມຮູ້ທີມີໃນປັດຈຸບັນ
ກ່ຽວກັບອົງປະກອບຕ່າງໆທີ່ສໍາຄັນຂອງການຄຸ້ມຄອງຄວາມສ່ຽງໄພແຫ້ງແລ້ງແບບປະສົມປະສານ ເພື່ອຊອກຫາວິທີຊ່ວຍໃນການປ້ອງກັນ ແລະ ແກ້ໄຂຄວາມເສຍຫາຍຕ່າງທີ່ຈະເກີດຂື້ນໃນອະນາຄົດ, ຮັບປະກັນໃຫ້ມີປະສິດທິພາບສູງສຸດ.​ ສະໜອງຄວາມເຂົ້າໃຈໂດຍລະອຽດຂອງກອບແນວຄວາມຄິດ,​ນະໂຍບາຍ ແລະເຄື່ອງມືຕ່າງໆ, ໂດຍສະເພາະແມ່ນ ໃນຮູບແບບວຽກງານກະສິກໍາຊຸມຊົນທີ່ອາໄສຢູ່ໃນເຂດຊົນນະບົດ ຂອງ ສປປ ລາວ, ກໍານົດປັດໃຈທີ່ກໍ່ໃຫ້ເກີດຊ່ອງຫວ່າງເພື່ອປັບປຸງແກ້ໄຂ ແລະ ນໍາໄປຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນສູງຕໍ່ກັບວຽກງານການຄຸ້ມຄອງຄວາມສ່ຽງໄພພິບັດດັ່ງກ່າວ ທີ່ຈະເກີດຂື້ນໃນຕໍ່ໜ້າ.

No comments:

Post a Comment