Ad

Ad

5 May 2016

ຍັງ​ມີ​​ການເອົາ​ລັດ-​ເອົາ​ປຽບ ລະຫວ່າງ​ຜູ້​ອອກ​ແຮງ​ງານ ​ແລະ ຜູ້​ໃຊ້​ແຮງ​ງານ​ເປັນ​ຈຳນວນ​ຫລາຍ​

ທ່ານ ພົງໄຊສັກ ອິນຖາລາດ ຫົວໜ້າກົມຄຸ້ມຄອງແຮງງານ ກະຊວງແຮງງານແລະ ສະ ຫວັດດີການສັງຄົມໃຫ້ສຳພາດເມື່ອບໍ່ດົນມານີ້ວ່າ: ​ໄລຍະຜ່ານມາ, ການປົກປ້ອງແຮງງານຢູ່ລາວເຮົາ ກໍ​​ໄດ້ຮັບການເອົາໃຈ​​ໃສ່ແລະ ມີການປັບປຸງດີຂຶ້ນເພື່ອໃຫ້ສອດຄ່ອງກັບລະບຽບກົດໝາຍວ່າດ້ວຍແຮງງານ, ດ້ວຍລະບົບການຮ່ວມມື​​ສາມຝ່າຍຄື: ລັດຖະບານ, ຜູ້ອອກແຮງງານແລະຜູ້ໃຊ້ແຮງງານ,ຄ່າແຮງງານຂັ້ນຕ່ຳໄດ້ຮັບການປັບປຸງໃຫ້ສອດຄ່ອງກັບລະດັບຄ່າຄອງຊີບຂັ້ນພື້ນຖານ ຈາກ 626.000 ກີບ/​ເດືອນ ມາ​​ເປັນ 900.000 ກີບ/​ເດືອນແລະໄດ້ເອົາໃຈໃສ່ກວດກາການຈັດຕັ້ງປະຕິ ບັດກົດໝາຍວ່າດ້ວຍ​​ແຮງງານຢູ່ໃນຫົວໜ່ວຍແຮງງານຕ່າງໆ 6.580 ກວ່າແຫ່ງ, ລົງໂຄສະນາເຜີຍແຜ່ກົດໝາຍວ່າດ້ວຍແຮງງານແລະບັນດານິຕິກຳກ່ຽວກັບສິດ, ພັນທະ, ໜ້າທີ່, ຄວາມປອດໄພແລະ ສຸຂະພາບແຮງງານຫົວໜ່ວຍແຮງງານຕ່າງໆ​​ເກືອບ 1 ພັນແຫ່ງ, ຂໍ້
ຂັດແຍ່ງທາງດ້ານແຮງງານໄດ້ຮັບການແກ້ໄຂຫລາຍກໍລະນີເຮັດໃຫ້ສິດແລະ ຜົນປະ​​ໂຫຍດຂອງຜູ້ອອກແຮງງານແລະ ຜູ້ໃຊ້ແຮງງານໄດ້ຮັບການປົກປ້ອງຕາມລະບຽບກົດໝາຍ, ​ແຜນງານແຫ່ງຊາດວ່າດ້ວຍການປົກປ້ອງແລະ ລົບລ້າງການນຳໃຊ້ແຮງງານເດັກ, ​ໄດ້ຮັບການຈັດຕັ້ງປະຕິບັດຢ່າງກວ້າງຂວາງ ​​ເປັນຕົ້ນແມ່ນການປະຕິບັດໂຄງການກອງທຶນສະກັດກັ້ນການ​​ໄປອອກແຮງງານຢູ່ປະເທດໃກ້ຄຽງແບບຜິດກົດໝາຍ, ​ໂດຍສະເພາະແມ່ນແມ່ຍິງແລະເດັກນ້ອຍຢູ່ບັນດາແຂວງຕ່າງໆ, ມາຮອດປັດຈຸບັນທົ່ວປະເທດມີແຮງງານທີ່ມີວຽກເຮັດງານທຳ (ແຮງງານໃນລະ ບົບ) 551.254 ຄົນ, ໃນນັ້ນ ເປັນລັດຖະກອນ 161.527 ຄົນ, ແຮງງານວິສາຫະກິດ 389.727 ຄົນ, ຊຶ່ງປະກອບມີຫົວໜ່ວຍແຮງງານທັງໝົດ 45.527 ແຫ່ງໃນທົ່ວປະເທດ.

​          ທ່ານ ພົງໄຊສັກ ກ່າວວ່າ: ​ແຕ່ຄຽງຄູ່ກັນນີ້ ຍັງມີຫລາຍບັນຫາແລະສິ່ງທ້າທາຍຕ່າງໆທີ່ຈະຕ້ອງຮີບຮ້ອນແກ້ໄຂເປັນຕົ້ນ ການປົກປ້ອງສິດ, ​ຜົນປະໂຫຍດຂອງຜູ້ອອກແຮງງານແລະ ຜູ້ໃຊ້ແຮງງານຕາມລະບຽບກົດໝາຍວ່າດ້ວຍ​​ແຮງງານຍັງບໍ່ທັນເຂັ້ມງວດເທົ່າທີ່ຄວນເຮັດໃຫ້ເກີດມີຊ່ອງຫວ່າງແລະ ມີປະກົດການຫຍໍ້ທໍ້ເອົາລັດ-​ເອົາປຽບກັນ ລະຫວ່າງຜູ້ອອກແຮງງານແລະ ຜູ້ໃຊ້ແຮງງານ, ການປະສານງານແລະ ວິທີ​​ເຮັດວຽກຂອງອົງການສາມຝ່າຍຍັງບໍ່ທັນເຂັ້ມແຂງເທົ່າທີ່ຄວນແລະເພື່ອເປັນການ​​ແກ້ໄຂບັນຫາທີ່ຍັງຄົງຄ້າງດັ່ງກ່າວ​, ພາກສ່ວນກ່ຽວຂ້ອງ ກໍຄືກົມຄຸ້ມຄອງແຮງງານ ກະຊວງແຮງງານແລະ ສະຫວັດດີການສັງຄົມ ຈະຕ້ອງສືບຕໍ່ຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຕົນເຊັ່ນ: ​ເອົາໃຈໃສ່ປົກປ້ອງສິດແລະ ຜົນປະໂຫຍດຂອງຜູ້ໃຊ້ແຮງງານແລະ ຜູ້ອອກແຮງງານຕາມລະບຽບກົດໝາຍວ່າດ້ວຍ​​ແຮງງານແລະ ລຶບລ້າງການນຳໃຊ້​​ແຮງງານເດັກໃຫ້ໄດ້ໂດຍພື້ນຖານ.

No comments:

Post a Comment