Ad

Ad

5 May 2016

ລັກລອບ​ຊື້-ຂາຍ​ຢາ​ບ້າ​ໃນ​ຄ້າຍຄຸມ​ຂັງຮັບ​ໂທດ​ຕື່ມ​ 5 ປີ 11 ​ເດືອນ

ພາບ-ຂ່າວ : ຫນັງສືພິມ ປກສ
ວັນທີ 3 ພຶດສະພາຜ່ານມານີ້, ສານປະຊາຊົນຂັ້ນຕົ້ນນະຄອນຫລວງວຽງຈັນໄດ້ຕັດສິນລົງໂທດທ້າວ ເພັດສາຄອນ ຫລື ກີ້ ອາຍຸ 21 ປີ ຢູ່ບ້ານໜອງພະຍາເມືອງໄຊທານີ ນະຄອນຫລວງວຽງຈັນ ຕື່ມອີກ 5 ປີ 11 ​ເດືອນ, ພາຍຫລັງຜູ້ກ່ຽວລັກລອບ​​ເຄື່ອນໄຫວຊື້-ຂາຍຢາບ້າ ຢູ່ພາຍໃນຄ້າຍຄຸມຂັງ.

          ທ້າວເພັດສາລີຮັບສາລະພາບວ່າ: ​​ເມື່ອວັນທີ 10 ຕຸລາ​ 2011 ຜ່ານມາ, ຖືກ​​ເຈົ້າໜ້າທີ່ກັກຕົວໃນຂໍ້ຫາລັກຊັບພົນລະເມືອງ, ຖືກສານຕັດສິນ​​ໃຫ້ຈຳຄຸກເປັນເວລາ 4 ປີ, ​ໃນຂະນະປະຕິບັດໂທດຢູ່ນັ້ນ ຕົນໄດ້ຮູ້ຈັກກັບທ້າວ ວັນດີ ຫລືແຫລ້, ​ຊຶ່ງເປັນນັກໂທດຫ້ອງຂັງດຽວກັນແລະເມື່ອ​​ເດືອນກຸມພາ 2015 ຜ່ານມາ, ທ້າວວັນດີໄດ້ອອກໄປພົບຍາດແລ້ວນຳເອົາຢາບ້າ ຈຳນວນ 8 ​ເມັດ ມາໃຫ້ເສບ, ​ແລ້ວຕໍ່ມາເດືອນມີນາ ທ້າວ​ ​ແຫລ້ໄດ້ພົ້ນໂທດ, ​ຈົນມາຮອດວັນທີ 28 ​ເມສາ 2015 ຕົນໄດ້
ຢືມໂທລະ ສັບໝູ່ສັ່ງຊື້ຢາບ້າ ຈຳນວນ 25 ​ເມັດນຳທ້າວແຫລ້, ຫລັງຈາກນັ້ນ ທ້າວ​​ແຫລ້ໄດ້ນຳເອົາຢາບ້າໄປຊຸກເຊື່ອງໄວ້ໃນໄມ້ຖູພື້ນແລ້ວຝາກມາໃຫ້ຕາມທີ່ຕົກລົງກັນໄວ້ລ່ວງໜ້າ, ​ແຕ່ໃນຂະນະດຽວກັນໄດ້ຖືກເຈົ້າໜ້າທີ່ກວດພົບຈຶ່ງຖືກນຳຕົວມາສອບສວນແລະ ສັ່ງຟ້ອງສານຕັດສິນໂທດຕື່ມອີກໃນສະຖານຄ້າຂາຍຢາເສບຕິດໃນບອ່ນຄຸມຂັງ.

No comments:

Post a Comment