Ad

Ad

5 May 2016

41% ຂອງເດັກນ້ອຍລາວອາຍຸລຸ່ມ 5 ປີຍັງປະເຊີນກັບອັດຕາການຂາດສານອາຫານສູງ

ກະຊວງສາທາລະນະສຸກໃຫ້ຮູ້ວ່າປັດຈຸບັນປະເທດເຮົາຍັງປະສົບກັບອັດຕາການຂາດສານອາຫານໃນເດັກ ອາຍຸຕ່ຳກວ່າ 5 ປີລົງມາສູງຫຼາຍ, ຊຶ່ງມີເດັກປະມານ 360.000 ຄົນທີ່ມີພາວະການຂາດສານອາຫານແບບຊ້ຳເຮື້ອ (ເຕ້ຍ), ຈ່ອຍ, ນ້ຳໜັກຫຼຸດມາດຕະຖານ ແລະ ອັດຕາການເປັນ ເລືອດຈາງໃນເດັກຕ່ຳກວ່າ 5 ປີສູງເຖິງ 41 % ແລະ ສູງເຖິງ 60% ໃນເດັກອາຍຸຕ່ຳກວ່າ 2 ປີ, ຕາມຂໍ້ມູນປີ 2012 ແລະ ຄາດຄະເນວ່າແຕ່ລະປີຢູ່ປະເທດເຮົາ ມີເດັກອາຍຸຕ່ຳກວ່າ 5 ປີ ເສຍຊີວິດສູງເຖິງ 17.300 ຄົນ, ໃນນັ້ນຈຳນວນ 6.900 ຄົນ  ( 40%) ທີ່ເສຍຊີວິດແມ່ນພົວພັນກັບການຂາດສານອາຫານ ແລະ
ສະພາບການຂາດສານອາຫານແບບຊ້ຳເຮື້ອມີການພົວພັນຢ່າງໃກ້ຊິດກັບລະດັບການສຶກສາຕ່ຳ, ຍິ່ງໄປກວ່ານັ້ນຈະພາໃຫ້ມີລາຍຮັບຕ່ຳເມື່ອເຂົ້າສູ່ໄວຜູ້ໃຫຍ່, ການຂາດສານອາຫານຍັງເຮັດໃຫ້ມີຄ່າໃຊ້ຈ່າຍສູງຂຶ້ນ, ເນື່ອງຈາກເດັກເຫຼົ່ານັ້ນມັກຈະເຈັບປ່ວຍເລື້ອຍໆ, ອາດສົ່ງຜົນໃຫ້ແກ່ການສ້າງລາຍຮັບຂອງປະເທດຕ່ຳໃນອະນາຄົດ ແລະ ເພື່ອແກ້ໄຂບັນຫາດັ່ງກ່າວລັດຖະບານໄດ້ໃຫ້ບຸລິມະສິດແກ່ວຽກງານໂພຊະນາການ, ໂດຍການສ້າງຕັ້ງຄະນະກຳມະການໂພຊະນາການແຫ່ງຊາດ ແລະ ກອງເລຂາໃນທຸກຂັ້ນ, ເພີ່ມງົບປະມານ ແລະອຳນວຍຄວາມສະດວກຕ່າງໆໃນການປັບປຸງໂພຊະນາການຂອງປະຊາຊົນບັນດາເຜົ່າໃຫ້ດີຂຶ້ນ, ອົງການຕ່າງໆທັງພາຍໃນ ແລະ ຕ່າງປະເທດກໍໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອທາງດ້ານທືນຮອນ ແລະ ວິຊາການເພື່ອແນ່ໃສ່ຫຼຸດຜ່ອນອັດຕາການຂາດສານອາຫານ ແລະ ກ້າວເຂົ້າສູ່ການບັນລຸເປົ້າໝາຍສະຫັດສະຫວັດດ້ານການພັດທະນາ ແລະ ເປົ້າໝາຍການທັດທະນາແບບຍືນຍົງໃນຕໍ່ໜ້າໄປຄຽງຄູ່ກັບບັນດາປະເທດຕ່າງໆໃນທົ່ວໂລກ, ເຊັ່ນດຽວກັບໂຄງການໂພຊະນະການ 1000 ວັນທີ່ພວມຈັດຕັ້ງປະຕິບັດຢູ່ໃນປັດຈຸບັນ.   

No comments:

Post a Comment