Ad

Ad

4 May 2016

ສະຫາຍເລຂາທິການໃຫຍ່ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກຢ້ຽມຢາມສັນຖະວະໄມຕີ ສປ ຈີນ

ຕອບສະໜອງຕາມການເຊີນຂອງ ສະຫາຍ ສີຈິ້ນຜິງ ເລຂາທິ ການໃຫຍ່ຄະນະບໍລິຫານງານ ສູນກາງພັກກອມມູນິດຈີນ ປະທານປະເທດ ແຫ່ງ ສປ ຈີນ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍ ຄະນະຜູ້ແທນຂັ້ນສູງ ພັກ-ລັດ ສປປ ລາວ ໄດ້ຢ້ຽມຢາມສັນຖະວະໄມຕີ ສາທາລະນະລັດປະຊາຊົນຈີນ ຢ່າງເປັນທາງການແຕ່ວັນທີ 3-5 ພຶດສະພາ 2016 ນີ້, ​ຊຶ່ງພິທີຕ້ອນຮັບໄດ້ຈັດຂຶ້ນຢ່າງສົມກຽດແລະເຕັມໄປດ້ວຍບັນຍາກາດແຫ່ງໄມຕີຈິດ ມິດຕະພາບອັນອົບອຸ່ນ, ຢູ່ຫໍສະພາປະຊາຊົນຈີນ, ນະຄອນຫລວງປັກກິ່ງ, ​ໂດຍສະຫາຍ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປ ຈີນ ແລະ ບັນດາສະຫາຍການນຳຂັ້ນສູງຂອງພັກ-ລັດ ສປ ຈີນ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

          ພາຍຫລັງສຳເລັດພິທີຕ້ອນຮັບຢ່າງເປັນທາງການແລ້ວກໍໄດ້ມີພິທີພົບປະລະດັບສູງສອງຝ່າຍ ລາວ-ຈີນ ຢູ່ຫໍສະພາປະຊາຊົນຈີນ, ຝ່າຍລາວນຳໂດຍສະຫາຍ ເລຂາທິການໃຫຍ່, ປະທານປະເທດ ບຸນຍັງ ວໍລະຈິດ ແລະ ຝ່າຍຈີນ ນຳໂດຍສະຫາຍ ເລຂາທິການໃຫຍ່, ປະທານປະເທດ ສີຈິ້ນຜິງ. ​ເພື່ອແຈ້ງໃຫ້ກັນຊາບກ່ຽວກັບສະພາບການອັນພົ້ນເດັ່ນຂອງແຕ່ລະພັກ, ​ເພື່ອໄດ້ແລກປ່ຽນຄຳຄິດຄຳເຫັນຢ່າງເລີກເຊິ່ງ ແລະ ມີຄວາມເອກະພາບກັນຢ່າງກວ້າງຂວາງກ່ຽວກັບການເສີມຂະຫາຍສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ລະຫວ່າງ ສປປ ລາວ ແລະ ສປຈີນ ໃຫ້ມີຄວາມອຸດົມສົມບູນຂຶ້ນຕື່ມ, ແລກປ່ຽນທັດສະນະກ່ຽວກັບບັນຫາພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນໃນສະພາບການໃໝ່.
          ສອງຝ່າຍສະແດງຄວາມປິຕິຊົມຊື່ນຕໍ່ຜົນສຳເລັດອັນໃຫຍ່ຫລວງ ໃນພາລະກິດສ້າງສາສັງຄົມນິຍົມຂອງແຕ່ລະປະເທດ, ​ໂດຍະສເພາະແມ່ນພາລະກິດປ່ຽນແປງໃໝ່ຂອງລາວ ແລະ ພາລະກິດປະຕິຮູບເປີດປະຕູສູ່ພາຍນອກຂອງຈີນ ທີ່ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ -ຈີນ ຍາດມາໄດ້.
          ໃນໂອກາດວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 55 ປີ, ສອງຝ່າຍໄດ້ຫວນຄືນປະຫວັດສາດທີ່ສະຫງ່າລາສີຂອງປະຊາຊົນສອງຊາດຍາດມາໄດ້ໃນສະໄໝຕໍ່ສູ້ຍາດເອົາເອກກະລາດ, ປົດປ່ອຍຊາດ ແລະ ໄລຍະແຫ່ງການສ້າງສາສັງຄົມນິຍົມ ເຊິ່ງໄດ້ຮັບການສະໜັບສະໜູນຊ່ວຍເຫລືອເຊິ່ງກັນ ແລະ ກັນ, ໄດ້ສະຫລຸບຖອດຖອນບົດຮຽນ, ວິວັດແຫ່ງການຂະຫຍາຍຕົວຂອງສາຍພົວພັນ ລາວ-ຈີນ ແລະ ເຫັນວ່າສອງປະເທດ ລາວ-ຈີນ ລ້ວນແລ້ວແຕ່ເປັນປະເທດສັງຄົມນິຍົມ ທີ່ນຳພາດ້ວຍພັກກອມມູນິດ, ມີອຸດົມການທີ່ສອດຄ່ອງກັນ, ມີອະນາຄົດຊະຕາກຳກ່ຽວພັນກັນ ແລະ ມີເສັ້ນທາງແຫ່ງການພັດທະນາຄ້າຍຄຽງກັນເຊິ່ງແມ່ນຮາກຖານການເມືອງອັນສຳຄັນ ໃນການພັດທະນາສາຍພົວພັນລາວ-ຈີນ.
          ສອງຝ່າຍກຳແໜ້ນ ທິດທາງການເສີມຂະຫຍາຍສາຍພົວພັນສອງຝ່າຍ, ໂດຍຢຶດໜັ້ນຊຸກຍູ້ການ ຮ່ວມມືທີ່ເປັນຮູບປະທຳໃນຂົງເຂດຕ່າງໆ, ເພີ່ມທະວີການປະສານສົມທົບກັນໃນກິດຈະການພາກພື້ນ ແລະ ສາກົນ, ເສີມຂະຫຍາຍມິດຕະພາບອັນດີ ລະຫວ່າງ ປະຊາຊົນສອງຊາດໃຫ້ໜັກແໜ້ນ, ຊຸກຍູ້ສາຍພົວພັນລາວ-ຈີນ ໃຫ້ໄດ້ຜົນສຳເລັດອັນອຸດົມສົມບູນຢ່າງບໍ່ຢຸດຢັ້ງ ແລະ ກາຍເປັນຊັບສົມບັດອັນລ້ຳຄ່າຮ່ວມກັນຂອງສອງພັກ, ສອງລັດລາວ-ຈີນ.
ສອງຝ່າຍຢືນຢັນວ່າ: ລາວ-ຈີນ ໃນຖານະເປັນປະເທດສັງຄົມນິຍົມ ເພື່ອນບ້ານໃກ້ເຮືອນຄຽງທີ່ເປັນຄູ່ຮ່ວມຊະຕາກຳທີ່ມີຄວາມໝາຍຍຸດທະສາດ. ຈະສືບຕໍ່ຢຶດໜັ້ນຕາມທິດໜັ້ນຄົງຍາວນານ, ເພື່ອນບ້ານມິດຕະພາບ, ໄວ້ເນື້ອເຊື່ອໃຈກັນ, ຮ່ວມມືຮອບດ້ານບົນຈິດໃຈແຫ່ງການເປັນບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ, ລົງເລິກການຮ່ວມມືແລກປ່ຽນໃນຂົງເຂດຕ່າງໆຢ່າງຮອບດ້ານ, ຊຸກຍູ້ສາຍພົວພັນແບບຄູ່ຮ່ວມຍຸດທະສາດຮອບດ້ານ ລາວ-ຈີນ ທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ, ຊ່ວຍ ເຫລືອກັນ ແລະ ເຊື້ອໜັ້ນກັນໃນລະດັບສູງໃຫ້ກ້າວຂຶ້ນສູ່ລະດັບໃໝ່ຢ່າງບໍ່ຢຸດຢັ້ງ, ປະກອບສ່ວນອັນສຳຄັນເຂົ້າໃນການປົກປັກຮັກສາສັນຕິພາບ, ຄວາມໜັ້ນຄົງ, ຄວາມຈະເລີນຮຸ່ງເຮືອງ ແລະ ການພັດທະນາພາກພື້ນ ແລະ ໃນໂລກ.
ສອງຝ່າຍເຫັນດີ ສືບຕໍ່ເສີມຂະຫຍາຍການຮ່ວມມືໃນວຽກງານກໍ່ສ້າງພັກ, ສ້າງສັງຄົມນິຍົມ, ການ ແລກປ່ຽນທິດສະດີ ແລະ ຈັດກອງປະຊຸມສຳມະນາທິດສະດີປະຈຳປີ ລະຫວ່າງພັກ, ການແລກ ປ່ຽນຄະນະພະນັກງານໄປທັດສະນະສຶກສາ ແລະ ຝຶກອົບຮົມ, ໃນຂົງເຂດຕ່າງໆ ລະຫວ່າງອົງການຈັດຕັ້ງອ້ອມຂ້າງສູນກາງ, ຂັ້ນທ້ອງຖິ່ນ ແລະ ອົງການຈັດຕັ້ງມະຫາຊົນຂອງສອງພັກ ໃຫ້ກ້າວສູ່ທັງທາງເລິກ ແລະ ທາງກວ້າງ, ຍົກສູງຄຸນນະພາບ ແລະ ລະດັບການຮ່ວມມືຕາມທິດແຫ່ງການເພີ່ມທະວີ ການຮ່ວມມືຍຸດທະສາດຮອບດ້ານຍາວນານ ແລະ ພົວພັນຕາມທິດ 4 ດີ. ພ້ອມນັ້ນ, ສອງຝ່າຍຕີລາຄາສູງຕໍ່ການຮ່ວມມືຢ່າງມີປະສິດທິຜົນຂອງສອງຝ່າຍໃນວຽກງານພາກພື້ນ ແລະ ສາກົນ, ທັງໄດ້ຢືນຢັນຄືນຈະສືບຕໍ່ເພີ່ມທະວີ ການປະ ສານງານ ແລະ ສົມທົບກັນໃນຂອບກົນໄກພະຫຸພາຄີຕ່າງໆ ເຊັ່ນ : ອົງການສະຫະປະຊາຊາດ, ອົງການການຄ້າໂລກ, ກອງປະຊຸມອາຊີ-ເອີຣົບ, ກອງປະຊຸມສຸດຍອດອາຊີຕາເວັນອອກ, ຈີນ-ອາຊຽນ, ອາຊຽນຍີ່ປຸ່ນ, ເວທີປືກສາຫາລືຂົງເຂດອາຊຽນ, ກົນໄກແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ, ການຮ່ວມມືໃນອະນຸພາກພື້ນແມ້ນ້ຳຂອງ ແລະ ກົນໄກຮ່ວມມືອື່ນໆ ເພື່ອປະກອບສ່ວນສຳຄັນໃນການປົກປັກຮັກສາສັນຕິພາບ, ຄວາມໜັ້ນຄົງ ແລະ ການພັດທະນາຂອງພາກພື້ນ ແລະ ສາກົນ.
ໃນໂອກາດຢ້ຽມຢາມ ສປ ຈີນ ຄັ້ງນີ້ ສອງຝ່າຍໄດ້ລົງນາມແຜນການຮ່ວມມືລະຫວ່າງພັກປະຊາ ຊົນປະຕິວັດລາວ ແລະ ພັກກອມມູນິດຈີນ ໄລຍະ 2016-2020, ບົດບັນທຶກຄວາມເຂົ້າໃຈກ່ຽວກັບແຜນແມ່ບົດຂອງແຜນການຮ່ວມມືສອງຝ່າຍສຳລັບຂໍ້ລິເລີ່ມໜຶ່ງແລວທາງ, ໜຶ່ງເສັ້ນທາງ, ບົດບັນທຶກຄວາມເຂົ້າໃຈກ່ຽວກັບການຊຸກຍູ້ການຮ່ວມມືໃນຂະແໜງການຜະລິດ, ການລົງທຶນ ແລະ ເອກະສານຮ່ວມມືອື່ນໆອີກຈຳນວນຫລາຍສະບັບ, ໂດຍການເຂົ້າຮ່ວມເປັນສັກຄີພິຍານຂອງສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ແລະ ສະຫາຍ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປ ຈີນ, ພ້ອມຄະນະຜູ້ແທນຂັ້ນສູງຂອງສອງຝ່າຍ.

ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງສປປ ລາວໄດ້ ສະແດງຄວາມຂອບໃຈຕໍ່ສະຫາຍ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດແຫ່ງສປ ຈີນ, ພັກກອມມູນິດຈີນ, ລັດຖະບານ ແລະ ປະຊາຊົນຈີນ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ເຕັມໄປດ້ວຍໄມຕີຈິດມິດຕະ ພາບ ແລະ ໄດ້ເຊື້ອເຊີນສະຫາຍ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດແຫ່ງສປ ຈີນ ມາຢ້ຽມຢາມສ ປປ ລາວ. ສະຫາຍ ສີຈິ້ນຜິງ ໄດ້ສະແດງຄວາມຂອບໃຈຕໍ່ການເຊີນຂອງສະຫາຍ ບຸນຍັງ ວໍລະຈິດ  ແລະ ຍິນດີຈະຢ້ຽມຢາມສປປ ລາວ ໃນເວລາທີ່ທັງສອງຝ່າຍສະດວກ.

No comments:

Post a Comment