Ad

Ad

4 May 2016

ເທດສະການອາຫານເອີຣົບປະຈໍາປີ 2016 ຈະຈັດຂຶ້ນໃນວັນທີ 7ພຶດສະພານີ້ທີ່ນະຄອນຫລວງວຽງຈັນ


          ໃນວັນທີ 3 ພຶດສະພານີ້, ທ່ານອຸປະທູດສໍານັກງານຜູ້ຕາງໜ້າສະຫະພາບເອີຣົບປະຈໍາລາວ ມີແຊນ ໂກແຟງ ແລະ ຜູ້ຕາງໜ້າສະພາການຄ້າ ແລະ ອຸດສະຫະກໍາເອີຣົບປະຈໍາລາວ ແລະ ບໍລິສັດ ອານາມຟາຍຟູດ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນກ່ຽວກັບງານເທດສະການອາຫານເອີຣົບປະຈໍາປີ 2016 ວ່າ: ງານດັ່ງກ່າວຈະຈັດຂຶ້ນໃນວັນທີ 7 ພຶດສະພານີ້ທີ່ເດີນຫໍວັດທະນາທໍາແຫ່ງຊາດ, ນະ ຄອນຫລວງວຽງຈັນເລີ່ມແຕ່ເວລາ 8:00- 22:00 ໂມງ.
           ທ່ານ ມີແຊນ ໂກແຟງ ກ່າວວ່າ:ເທດສະການດັ່ງກ່າວຄັ້ງນີ້ຈັດຂຶ້ນເປັນຄັ້ງທີ 5 ເພື່ອສົ່ງເສີມ ການຮ່ວມມືທາງດ້ານວັດທະນາທໍາ ແລະ ການທ່ອງທ່ຽວໃນນະຄອນຫລວງວຽງຈັນ, ຊຶ່ງຈະມີ ຫລາຍກິດຈະກໍາດ້ານອາຫານທີ່ໜ້າສົນໃຈໂດຍສະເພາະແມ່ນການອອກແບບປຸງແຕ່ງອາຫານ, ເຄື່ອງດື່ມເພື່ອໃຫ້ເໝາະ
ກັບລັກສະນະອັນໂດດເດັ່ນຂອງແຕ່ລະປະເທດ,ໂດຍມີຜູ້ປະກອບການນໍາເຂົ້າອາຫານ ແລະ ຮ້ານອາຫານເອີຣົບຫລາຍກວ່າ 25 ຮ້ານໃນນະຄອນຫລວງວຽງຈັນ ແລະ ຈາກຕ່າງແຂວງເຂົ້າຮ່ວມນໍາສະເໜີອາຫານໃຫ້ຜູ້ເຂົ້າຮ່ວມງານໄດ້ຊົມ ແລະ ຊິມດ້ວຍຄວາມປະທັບໃຈ. ນອກຈາກນີ້ຍັງຈະມີການສະແດງສີລະປະວັນນະຄະດີ ແລະຈັບລາງວັນມອບໂຊກ ໃຫ້ຜູ້ເຂົ້າຮ່ວມ ງານຢ່າງຫລວງຫລາຍ, ເຊິ່ງລາງວັນໃຫຍ່ແມ່ນປີ້ເຮືອບິນໄປກັບວຽງຈັນ-ເອີຣົບ.

           ປັດຈຸບັນມີຮ້ານອາຫານທີ່ເປັນການລົງທຶນຈາກປະເທດສະມາຊິກສະຫະພາບເອີ ຣົບ ຫລາຍກວ່າ 120 ແຫ່ງຢູ່ໃນທົ່ວປະເທດລາວ, ໂດຍສ່ວນໃຫຍ່ແມ່ນຢູ່ນະຄອນຫລວງວຽງຈັນ, ຫລວງພະບາງ, ສະຫວັນະເຂດ ແລະ ຈໍາປາສັກ, ການລົງທຶນດັ່ງກ່າວໄດ້ປະກອບສ່ວນສໍາຄັນເຂົ້າໃນ ການພັດທະນາຂະແໜງບໍລິການ, ການທ່ອງທ່ຽວ, ສ້າງວຽກເຮັດງານທໍາໃຫ້ຄົນທ້ອງຖິ່ນ ແລະ ສ້າງລາຍຮັບຈາກພາສີອາກອນໃຫ້ລັດໄດ້ເປັນຢ່າງດີ.

No comments:

Post a Comment