Ad

Ad

4 May 2016

ເລີ່​ມພັດທະນາໂຄງການເຂື່ອນໄຟຟ້ານໍ້າອູໄລຍະ II

           ພິທີເອົາເລີກເອົາໄຊ ການພັດທະນາໂຄງການເຂື່ອນໄຟຟ້ານໍ້າອູ ໄລຍະ II (ນໍ້າອູ 1, 3, 4 ແລະ ນໍ້າອູ 7) ໄດ້ຈັດຂຶ້ນ​ເມື່ອ​ທ້າຍ​ອາທິດ​ຜ່ານ​ມາ, ຢູ່ໂຮງແຮມດອນຈັນພາເລດ ນະຄອນຫລວງວຽງຈັນ, ໂດຍມີ ທ່ານ ສົມດີ ດວງດີ ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ທ່ານ ຄໍາມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ທ່ານ ຫຼີ ປາວ ກວາງ ກົງສຸນໃຫຍ່ ສປ ຈີນ ປະຈໍາແຂວງຫລວງພະບາງ ທ່ານ ຕູ້ ຊວນ ໂກ ຜູ້ອໍານວຍການໃຫຍ່ ບໍລິສັດການລົງທຶນຕ່າງປະເທດ ໃນສັງກັດກຸ່ມບໍລິສັດ ກໍ່ສ້າງພະລັງງານໄຟຟ້າ ສປ ຈີນ, ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງ ແລະ ແຂກຖືກເຊີນເຂົ້າຮ່ວມຢ່າງ​ຫລວງຫລາຍ.

ທ່ານ ຕູ້ ຊວນ ໂກ ໄດ້ກ່າວວ່າ: ໂຄງການເຂື່ອນໄຟຟ້ານໍ້າອູ ໄລຍະ I (ນໍ້າອູ 2, 5 ແລະ ນໍ້າອູ 6) ໄດ້ເລີ່ມກໍ່ສ້າງ​ໃນປີ 2012 ແລະ ສໍາເລັດ ພ້ອມທັງເລີ່ມຜະລິດກະແສໄຟຟ້າໃນທ້າຍເດືອນພະຈິກ 2015 ເປັນຕົ້ນມາ ດ້ວຍເຄື່ອງຈັກທັງໝົດ 9 ໜ່ວຍ ມີກໍາລັງການຕິດຕັ້ງ 540 MW ປັດຈຸບັນ ແມ່ນກໍາລັງສືບຕໍ່ກໍ່ສ້າງໂຄງການເຂື່ອນໄຟຟ້ານໍ້າອູ ໄລຍະ II ມີກໍາລັງຕິດຕັ້ງ 732 MW ສາມາດຜະລິດພະລັງງານສະເລ່ຍ 2.900 ລ້ານ kwh ຕໍ່ປີ, ຕາມແຜນການ ຈະເລີ່ມຜະລິດກະແສໄຟຟ້າດ້ວຍເຄື່ອງຈັກໜ່ວຍທີ 1 ໃນທ້າຍເດືອນທັນວາ 2019 ແລະ ຄາດວ່າທ້າຍເດືອນສິງຫາ 2020 ຈະໃຫ້ສໍາເລັດໂຄງການທັງ​ໝົດ. ​ໂດຍພາຍໃຕ້ຄວາມເອົາໃຈໃສ່ ແລະ ຊີ້ນໍາຈາກລັດຖະບານ ລາວ-ຈີນ ແລະ ຄວາມເອົາໃຈໃສ່ຊ່ວຍເຫລືອຂອງພາກສ່ວນກ່ຽວຂ້ອງ ທັງສອງປະເທດ ຈະສາມາດກ້າວກະໂດດໄປຂ້າງໜ້າ ໃນການພັດທະນາໂຄງການເຂື່ອນໄຟຟ້ານໍ້າອູ ໄລຍະ II ພ້ອມທັງຊຸກຍູ້ການບັນລຸເປົ້າໝາຍໃຫ້ ສປປ ລາວ ເປັນໝໍ້ໄຟອາຊຽນ ກໍ່ຄືສ້າງບຸກຄະລາກອນ, ສ້າງວຽກເຮັດງານທໍາ ໃຫ້ປະຊາຊົນ ແລະ ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ອີກດ້ວຍ.

ທ່ານ ຄໍາມະນີ ອິນທິລາດ ກ່າວວ່າ: ໂຄງການເຂື່ອນໄຟຟ້ານໍ້າອູ ຕັ້ງຢູ່ແຂວງຫລວງພະບາງ ແລະ ແຂວງຜົ້ງສາລີ ມີທັງໝົດ 7 ເຂື່ອນ, ໃນນີ້ໄລຍະ I ແມ່ນສໍາເລັດແລ້ວ ແລະ ກໍາລັງຈະກໍ່ສ້າງ ໄລຍະ II ລວມກໍາລັງການຕິດຕັ້ງທັງໝົດ 1.272 MW ສາມາດຜະລິດພະລັງງານໄຟຟ້າ ສະເລ່ຍ 5.227 Gwh ຕໍ່ປີ ມູນຄ່າການກໍ່ສ້າງ 1.712 ລ້ານໂດລາສະຫະລັດ ຫລື ປະມານ 13.696 ຕື້ກີບ ອາຍຸສໍາປະທານ 29 ປີ (ນັບ​ແຕ່ມື້ຂາຍໄຟຟ້າເປັນທາງການ).

No comments:

Post a Comment