Ad

Ad

4 May 2016

ຍົກ​ລະດັບ​ຄວາມ​ຮູ້​ ດ້ານ​ທິດ​ສະ​ດີການ​ເມືອງ​ໃຫ້​ພະນັກງານ​ກະຊວງ​ແຜນການ

          ຊຸດຝຶກອົບຮົມທິດສະດີກາເມືອງ-ການປົກຄອງໄລຍະສັ້ນ 45 ວັນ ຊຸດທີ XII ​ໃຫ້ແກ່ພະ ນັກງານຫລັກແຫລ່ງກະຊວງແຜນການແລະ ການລົງທຶນ, ໄດ້​​ໄຂຂຶ້ນໃນວັນທີ 3 ພຶດສະພານີ້, ທີ່ນະ ຄອນຫລວງວຽງຈັນ, ​ໂດຍການເຂົ້າຮ່ວມຂອງທ່ານນາງ ຄຳຈັນ ວົງແສນບຸນ ຮອງລັດຖະມົນຕີກະຊວງດັ່ງກ່າວ, ນັກສຳມະນາກອນທີ່ມາຈາກອ້ອມຂ້າງກະຊວງຫລາຍກວ່າ 40 ຄົນເຂົ້າຮ່ວມ.

          ທ່ານຮອງລັດຖະມົນຕີກ່າວວ່າ: ການອົບຮົມດັ່ງກ່າວ ກໍເພື່ອແນໃສ່ຍົກລະດັບຄວາມຮູ້, ຄວາມສາມາດໃນດ້ານທິດສະດີກາເມືອງ, ການຊີ້ນຳ-ນໍາພາແລະ ການຄຸ້ມຄອງລັດໃຫ້ໄປຕາມທິດຊີ້ນຳແລະ ສອດຄ່ອງກັບແນວທາງນະໂຍບາຍຂອງພັກແລະ ລັດ, ​ເຊິ່ງຜູ້ເຂົ້າຮ່ວມຝຶກອົບຮົມຈະ​​ໄດ້ຮຽນຮູ້ຫລັກມູນພື້ນຖານຂອງທິດສະດີມາກ-​ເລນິນ, ​ແນວທາງນະໂຍບາຍຂອງພັກ, ວຽກບໍລິຫານການປົກຄອງແລະ
ກົດໝາຍພື້ນຖານຈຳນວນໜຶ່ງເພື່ອແນໃສ່ເຮັດໃຫ້ສຳມະນາກອນ ກຳແໜ້ນສະພາບຄວາມເປັນຈິງທາງດ້ານເສດຖະກິດ-ສັງຄົມຂອງປະເທດແລະ ຮັບຮູ້ເຊື່ອມຊຶມແນວທາງປ່ຽນແປງໃໝ່ຂອງພັກຢ່າງເປັນລະບົບເພື່ອນຳໄປໝູນໃຊ້ເຂົ້າໃນວຽກງານຕົວຈິງຢ່າງມີຫລັກການແລະ ຖືກຕ້ອງ, ທັງເປັນການປຸກລະດົມການພັດທະນາເສດຖະກິດ-ສັງຄົມໃຫ້ມີປະສິດທິຜົນດີຂຶ້ນ.​ ດັ່ງນັ້ນ ຈຶ່ງຮຽກຮ້ອງໃຫ້ນັກສຳມະນາກອນເອົາໃຈໃສ່ຄົ້ນຄວ້າຮ່ຳຮຽນ, ປະກອບຄຳຄິດເຫັນ, ຍາດແຍ່ງເອົາບົດຮຽນນຳຄູອາຈານເພື່ອຝຶກຝົນຫລໍ່ຫລອມຕົນເອງໃຫ້ກາຍເປັນຜູ້ທີ່ມີຄຸນສົມບັດສິນທຳປະຕິວັດ ເປັນພະນັກງານຫລັກແຫລ່ງແລະ ເປັນຜູ້ສືບທອດ ທີ່ດີຂອງພັກເພື່ອເຮັດສຳເລັດທຸກໜ້າທີ່ວຽກງານທີ່ຂັ້ນເທິງມອບໝາຍໃຫ້.

No comments:

Post a Comment