Ad

Ad

4 May 2016

ສາຍ​ການ​ບິນ​​ແອ​ເອ​ເຊຍ Air Asia ​ເປີດ​ຖ້ຽວ​ບິນ​ໃໝ່ ວຽງ​ຈັນ​-ບາງກອກ ດ້ວຍ​ລາຄາ​ປະ​ຢັດ 320.000 ກີບ​ຕໍ່​ຖ້ຽວ

          ​ແອເອເຊຍເປັນສາຍການບິນລາຄາປະຢັດທີ່ສຸດໃນໂລກໂດຍໄດ້ຮັບລາງວັນຈາກສະກາແທຣັກ (Skytrax), ຕິດຕໍ່ກັນ 7ປີ (2009-2015), ​ເລີ່ມຈາກວັນທີ 1 ​ກໍລະກົດ 2016 ​ເປັນຕົ້ນໄປ ສາຍການບິນແອເອເຊຍ ຈະເພີ່ມເຄື່ອຄ່າຍສາຍການບິນໃນກຸ່ມປະເທດອາຊຽນໂດຍເພີ່ມຈຳນວນຖ້ຽວບິນ ວຽງຈັນ-ບາງກອກ ດອນເມືອງ. ການເພີ່ມຖ້ຽວບິນ ວຽງຈັນ-ບາງກອກຄັ້ງທີ 2 ລະຫວ່າງ ສປປ ລາວແລະ ປະເທໄທ ຄັ້ງນີ້ໄດ້ເກີດຂຶ້ນບົນຄວາມສຳເລັດຈາກການເພີ່ມເສັ້ນທາງການບິນ ຫລວງພະບາງ-ບາງກອກ. ​ການສືບຕໍ່ຖ້ຽວບິນດັ່ງກ່າວຍັງຮັກສາໄວ້ຊຶ່ງລາຄາປີ້ຍົນທີ່ປະຢັດ ທີ່ມາພ້ອມກັບຄວາມສະດວກສະບາຍໂດຍມີບ່ອນນັ່ງຜູ້ໂດຍສານເຖິງ 180 ບ່ອນນັ່ງ ກັບເຮືບິນແອບັດ (AirBus) A320. ​ເປີດ
ຈອງບ່ອນນັ່ງກັບລາຄາເລີ່ມຕົ້ນພຽງ 320.000 ກີບຕໍ່ຖ້ຽວ, ​ເລີ່ແຕ່ວັນທີ 8 ພຶດສະພາ 2016ນີ້, ຕາຕະລາງຖ້ຽວບິນເລີ່ມຈາກວັນທີ 1 ກໍລະກົດ 2016 ​ເຖິງວັນທີ 22 ພຶດສະພາ 2017.

          ທ່ານ ສັນຕິສຸກ ຄລອງໄຊຍາ (Santisuk Klongchaiya) ຜູ້ອຳນວຍການພານິດຂອງແອເອເຊຍ ປະເທດໄທໄດ້ກ່າວວ່າ: ການເພີ່ມຖ້ຽວບິນດັ່ງກ່າວແມ່ນເນື່ອງມາຈາກທີ່ໄດ້ຮັບຜົນຕອບຮັບທີ່ດີ ຈາກການເຊື່ອມຕໍ່ສາຍການບິນຄັ້ງທຳອິດ ລະຫວ່າງ ສປປ ລາວແລະ ປະເທດໄທ, ພ້ອມຈຳ ນວນນ້ຳໜັກຂຶ້ນເຄື່ອງ 80-85%, ​ໂດຍການເພີ່ມຖ້ຽວບິນເຊື່ອມຕໍ່ຊຸດທີ 2 ກັບເສັ້ນທາງ ວຽງຈັນ​-ບາງກອກໂດຍນຳໃຊ້ສະໜາມບິນສາກົນດອນເມືອງ ທີ່ອຳນວຍຄວາມສະດວກແກ່ຜູ້ເດີນທາງສາມາເຂົ້າເຖິງຈຸດໃຈກາງຂອງບາງກອກໄດ້ຢ່າງງ່າຍດາຍ.

No comments:

Post a Comment