Ad

Ad

4 May 2016

ອາກາດຈະ​​ເຢັນ​ລົງ​ເລັກ​ນ້ອຍ ພ້ອມມີ​ລົມ​ພັດ​ແຮງ​ຢູ່​ບາງ​ທ້ອງ​ຖິ່ນ


        ກົມອຸຕຸນິຍົມແລະ ອຸທົກກະສາໃຫ້ຮູ້ວ່າ: ບໍລິເວນຄວາມກົດດັນຕ່ຳຂອງອາກາດຮ້ອນຍັງມີກຳລັງປານກາງປົກຄຸມຢູ່ທົ່ວທຸກພາກຂອງລາວ, ສົມທົບກັບກະແສລົມຕາເວັນຕົກ-ຕາເວັນຕົກສ່ຽງໃຕ້ພັດປົກຄຸມ, ​ເຊິ່ງຍັງຈະເຮັດໃຫ້ອຸນຫະພູມອາກາດຮ້ອນເອົ້າແລະ ຍັງຈະມີຝົນຕົກຟ້າຄະນອງ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນໃນແຕ່ລະພາກ.
          ພາກເໜືອດ້ານຕາເວັນອອກ: ມີເມກຂະຫຍາຍຕົວໃນຕອນບ່າຍຫາຕອນຄ່ຳແລະ ຈະມີຝົນຕົກຟ້າຄະນອງ, ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນແຂວງຜົ້ງສາລີແລະ ຊຽງຂວາງ. ອຸນຫະພູມຕ່ຳສຸດ 15-17 ອົງສາແລະ ສູງສຸດ 27-29 ອົງສາ. ພາກເໜືອດ້ານຕາເວັນຕົກ: ມີເມກຂະຫຍາຍຕົວຫລາຍຂຶ້ນໃນຕອນບ່າຍຫາຄ່ຳແລະ ຈະມີຝົນຕົກຟ້າຄະນອງ ພ້ອມມີລົມພັດແຮງເປັນບາງໂອກາດ
ຢູ່ບາງທ້ອງຖິ່ນແຂວງບໍ່ແກ້ວ, ຫລວງນ້ຳທາ, ຫລວງພະບາງແລະໄຊຍະບູລີ. ອຸນຫະ ພູມຕ່ຳສຸດ 19-21 ອົງສາແລະ ສູງສຸດ 35-37 ອົງສາ. ​ເມືອງສິງແລະ ວຽງພູຄາ: ອຸນຫະພຸມຕ່ຳສຸດ 15-17 ອົງສາ​ ​ແລະ ສູງສຸດ 31-33 ອົງສາ.
          ສຳລັບນະຄອນຫລວງວຽງຈັນ: ມີເມກຂະຫຍາຍຕົວຫລາຍຂຶ້ນໃນຕອນບ່າຍຫາຄ່ຳແລະ ຈະມີຝົນຕົກຟ້າຄະນອງ, ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນ. ອຸນຫະພູມຕ່ຳສຸດ 21-23 ອົງສາແລະ ສູງສຸດ 34-36 ອົງສາ. ພາກກາງ: ມີເມກຂະຫຍາຍຕົວຫລາຍຂຶ້ນໃນຕອນບ່າຍຫາຕອນຄ່ຳແລະ ຈະມີຝົນຕົກຟ້າຄະນອງ ພ້ອມມີລົມພັດແຮເປັນບາງໂອກາດຢູ່ບາງທ້ອງຖິ່ນແຂວງວຽງຈັນ, ບໍລິຄຳໄຊ, ຄຳມ່ວນແລະ ສະຫວັນນະເຂດ. ອຸນຫະພູມຕ່ຳສຸດ 20-22 ອົງສາແລະ ສູງສຸດ 36-38 ອົງສາ, ​ໄຊສົມບູນ: ມີເມກປົກຄຸມເປັນບາງສ່ວນແລະ ຈະມີຝົນຕົກກະຈາຍເປັນບາງ​​ໂອກາດ. ອຸນຫະພູມຕ່ຳສຸດ 16-18 ອົງສາແລະ ສູງສຸດ 26-28 ອົງສາ.

          ພາກໃຕ້: ມີເມກປົກຄຸມເປັນສ່ວນ​​ຫລາຍ, ຈະມີຝົນຕົກຟ້າຄະນອງ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນແຂຍງສາລະວັນ, ​ເຊກອງແລະ ອັດຕະປື. ອຸນຫະພູມຕ່ຳສຸດ 22-24 ອົງສາແລະ ສູງສຸດ 32-34 ອົງສາ. ສ່ວນເຂດພູພຽງບໍລະເວນ: ຈະມີຝົນຕົກກະຈາຍພ້ອມມີລົມພັດແຮງເປັນບາງໂອກາດ. ອຸນຫະພູມຕ່ຳສຸດ 13-15 ອົງສາແລະ ສູງສຸດ 25-27 ອົງສາ.

No comments:

Post a Comment