Ad

Ad

4 May 2016

ນັກສຶກສາສຸດສະກະເພີ່ມຄວາມຮູ້ດ້ານການເງິນຈຸລະພາກ

ວິທະຍາໄລ ສຸດສະກະ ທີ່ນະຄອນຫຼວງວຽງຈັນຮ່ວມກັບກົມຄຸ້ມຄອງສະຖາບັນການເງິນ ທະນາຄານແຫ່ງ ສປປ ລາວ ໄດ້ຈັດຕັ້ງເຜີຍແຜ່ການໃຫ້ຄວາມຮູ້ທາງດ້ານການເງິນຂອງທະ ນາຄານແຫ່ງ ສປປ ລາວແກ່ບັນດານັກສຶກສາໃນພາກວິຊາການເງິນ-ບໍລິຫານທຸລະກິດຂອງວິທະຍາໄລດັ່ງກ່າວ ເຊິ່ງໄດ້ຈັດຂື້ນໃນວັນທີ 28 ເມສາ2016 ທີ່ສະຖາບັນການ​ເງິນ-ທະນາຄານ, ໂດຍມີຄະນະອາຈານ ແລະນັກສຶກສາເຂົ້າຮ່ວມຫຼາຍສົມຄວນ, ການເຜີຍແຜ່ໃນຄັ້ງນີ້ມີຄວາມສໍາຄັນຫຼາຍເພາະສະຖາບັນ ແຫ່ງນີ້ເປັນສະຖານທີ່ສ້າງປັນຍາຊົນສະເພາະດ້ານເສດຖະສາດ-ຂະແໜງການສໍາຄັນອື່ນໆທີ່ມີຄວາມຈໍາເປັນ, ມີຄວາມທັນສະ ໄໝ ແລະ ເປັນສະຖານການສຶກສາຊັ້ນນໍາຂອງລາວໃນການສ້າງຊັບພະຍາກອນມະນຸດໃຫ້ປະເທດຊາດໃນຍຸກແຫ່ງການເຊື່ອມໂຍງສາກົນ ແລະ ຍຸກ AEC.

              ທ່ານນາງ ເພັດສະໝອນ ຈັນດາຣາ ຮັກສາການພະແນກນິຕິກໍາ ກົມຄຸ້ມຄອງສະຖາບັນການເງິນພ້ອມດ້ວຍວິທະ ຍາກອນກົມດັ່ງກ່າວ ໄດ້ໃຫ້ການເຜີຍແຜ່ຄວາມຮູ້ທາງດ້ານການເງິນ ແລະ ການຄຸ້ມຄອງຂອງທະນາຄານແຫ່ງ ສປປ ລາວມີຫຼາຍບັນຫາທີ່ສໍາຄັນ ໂດຍສະເພາະກ່ຽວກັບດໍາລັດວ່າດ້ວຍສະຖາບັນການເງິນຈຸລະພາກເຊິ່ງດໍາລັດສະບັບນີ້ໄດ້ກໍານົດຫຼັກ ການ, ລະບຽບການ ແລະ ມາດຕະການກ່ຽວກັບການສ້າງຕັ້ງ, ການເຄື່ອນໄຫວ ແລະ ການຄຸ້ມຄອງສະຖາບັນການເງິນຈຸລະພາກຢູ່ ສປປ ລາວໃຫ້ມີຄວາມປອດໄພ ແລະໝັ້ນຄົງ, ສ້າງເງື່ອນໄຂໃຫ້ປະຊາຊົນບັນດາເຜົ່າ ສາມາດເຂົ້າເຖິງການບໍລິການທາງດ້ານການເງິນ ປະກອບສ່ວນເຂົ້າໃນການແກ້ໄຂຄວາມທຸກຍາກ ແລະ ພັດທະນາເສດຖະກິດ-ສັງຄົມຂອງຊາດ, ຂະນະດຽວກັນ ຍັງນໍາສະເໜີດໍາລັດວ່າດ້ວຍສະຖາບັນການເງິນຈຸລະພາກ, ຄໍາແນະນຳຈັດຕັ້ງປະຕິບັດດຳລັດວ່າດ້ວຍສະຖາບັນການເງິນ ແລະ ຂໍ້ກຳນົດວ່າດ້ວຍການຄຸ້ມຄອງສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດກໍຄືບັນຫາສຳຄັນອື່ນໆທີ່ປິ່່ນອ້ອມວຽກງານສະຖາບັນການເງິນ ເຊິ່ງວຽກງານທັງໝົດເປັນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ສ້າງຄວາມເປັນລະບຽບຮຽບຮ້ອຍ, ໝັ້ນຄົງ ແລະ ຍືນຍົງໃຫ້ແກ່ລະບົບການເງິນ-ເງິນຕາແຫ່ງຊາດ, ພ້ອມນັ້ນ ຍັງສະເໜີຂໍ້ກໍານົດວ່າດ້ວຍການຄຸ້ມຄອງສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດກໍຄືວຽກງານອື່ນໆຂອງສະຖາບັນການເງິນ.
          ວຽກງານສະຖາບັນການເງິນຈຸລະພາກເປັນພາກສ່ວນໜຶ່ງທີ່ມີຄວາມຈໍາເປັນ ແລະ ສໍາຄັນໃນລະບົບການເງິນ-ເງິນຕາ, ເປັນແຫຼ່ງທຶນທີ່ສາມາດເຂົ້າຫາງ່າຍ, ສະດວກສະບາຍທັງຢູ່ໃກ້ຊິດ, ເປັນມິດ ແລະ ປະຊາຊົນຍັງມີສ່ວນຮ່ວມໃນວຽກງານດັ່ງ ກ່າວ ເຊິ່ງໃນໄລຍະຜ່ານມາກໍຄືປະຈຸບັນວຽກງານດັ່ງກ່າວຍັງຄົງຕົວ, ສືບຕໍ່ຂະຫຍາຍຕົວຢ່າງວ່ອງໄວ ແລະ ແຂງແຮງ ກາຍເປັນສະຖາບັນການເງິນດ່ວນທີ່ໄດ້ປະກອບສ່ວນຊ່ວຍປົດເປື້ອງຄວາມເດືອດຮ້ອນ ແລະຍັງສືບຕໍ່ເປັນແຫຼ່ງທຶນຕົ້ນຕໍໃນຂະແໜງ ການວິສາຫະກິດຂະໜາດກາງ ແລະ ວິສາຫະກິດຂະໜາດນ້ອຍໃຫ້ແກ່ປະຊາຊົນຜູ້ທີ່ມີລາຍໄດ້ໜ້ອຍຢູ່ບັນດາປະຊາຊາດໃນໂລກລວມທັງຢູ່ລາວ, ສະຖາບັນການເງິນຈຸລະພາກເຖິງວ່າຈະມີເງິນກູ້ບໍ່ຫຼາຍແຕ່ກໍເປັນຈຸດເລີ່ມຂອງການກໍາເນີດຂອງຫຼາຍ ທະນາຄານໃນໂລກ.                 
            ເຖິງຢ່າງໃດກໍຕາມ ສໍາລັບຢູ່ປະເທດເຮົາໃນປະຈຸບັນນີ້ການດໍາເນີນການເຄື່ອນໄຫວທຸລະກິດດ້ານນີ້ຍັງປະກົດມີຫຼາຍບັນຫາເຊິ່ງໃນນີ້ມີທັງການເຮັດທຸລະກິດທີ່ຖືກຕ້ອງ ແລະ ເປັນທາງການໂດຍພາຍໃຕ້ການຄຸ້ມຄອງຂອງກົມຄຸ້ມຄອງສະຖາບັນ ການເງິນ, ແຕ່ຂະນະດຽວກັນກໍມີກຸ່ມຄົນບໍ່ດີຈໍານວນໜຶ່ງຍັງເຮັດທຸລະກໍາເຖື່ອນ, ມີການຕົວະຕົ້ມ-ຕົ້ມຕຸນປະຊາຊົນດ້ວຍການແອບອ້າງຊວນເຊື່ອສັງຄົມດ້ວຍຫຼາຍຮູບການໂດຍໃຫ້ດອກເບ້ຍຈູງໃຈທີ່ສູງ, ລະເມີດລະບຽບຫຼັກການ, ກົດໝາຍຂອງບ້ານເມືອງ, ບໍ່ພໍເທົ່ານັ້ນ ມີບາງລາຍຫອບເງິນລູກຄ້າໜີໄປບໍ່ຮູ້ຮ່ອງຮອຍ, ບາງພວກຖືກເຈົ້າໜ້າທີ່ດໍາເນີນຄະດີ ແລະ ນໍາຕົວຜູ້ກະທໍາຜິດເຂົ້າສູ່ຂະບວນການຍຸຕິທໍາ ແລະ ມີນິຕິບຸກຄົນຈໍານວນໜຶ່ງໄດ້ເຄື່ອນໄຫວເຮັດທຸລະກິດໃນດ້ານນີ້ຢ່າງບໍ່ຖືກຕ້ອງ, ຍັງມີການປ່ອຍ-ກູ້ໃນອັດຕາດອກເບ້ຍສູງກ່ວາທາງການກໍານົດ, ກົດໜ່ວງຖ່ວງດຶງແຫຼ່ງທຶນຂອງລູກຄ້າ, ບໍ່ຈິງໃຈລາຍງານການ ດໍາເນີນທຸລະກໍາ, ມີການແອບອ້າງວ່າສະຖາບັນໂຕເອງເປັນທະນາຄານ, ຫັກເອົາເງິນກູ້ລູກຄ້າລ່ວງໜ້າ, ມີບາງແຫ່ງບໍ່ສົ່ງຄືນເງິນລູກຄ້າ, ຮ້າຍແຮງກ່ວານັ້ນຍັງຫຼົບຫຼີກການກວດກາຂອງອົງການຄຸ້ມຄອງມະຫາພາກທີ່່ກ່ຽວ ຂ້ອງ, ເກີດມີການຮ້ອງຟ້ອງຕ່າງໆ​ນາໆ​ເກີດ​ຂຶ້ນ.

               ຕໍ່ບັນຫາດັ່ງກ່າວຈຶ່ງຂໍຮຽກຮ້ອງມາຍັງທຸກທ່ານ, ກ່ອນຈະເຂົ້າໃຊ້ບໍລິການກູ້ຢືມ ຫຼື ຝາກເງິນ ຫຼື ເຊົ່າຊື້ສິນຄ້າ-ສິນ ເຊື່ອ ຕ້ອງມີຄວາມລະມັດລະວັງ, ມີການສຶກສາຂໍ້ມູນໃຫ້ດີ ແລະ ດີແທ້ຄວນຫຼີກເວັ້ນບໍ່ເຂົ້າໃຊ້ການບໍລິການຢູ່ສະຖາບັນການເງິນເຖື່ອນທີ່ບໍ່ໄດ້ຮັບການອະນຸຍາດຈາກກົມຄຸ້ມຄອງສະຖາບັນການເງິນ, ຖ້າທ່ານໃດພົບເຫັນສະຖາບັນການເງິນເຖື່ອນລວມທັງສະຖາບັນການເງິນທີ່ຢູ່ໃຕ້ການຄຸ້ມຄອງຂອງທະນາຄານແຫ່ງ ສປປ ລາວຫາກດໍາເນີນການຄື່ອນໄຫວບໍ່ຖືກຕ້ອງ ກະລຸນາແຈ້ງມາຍັງກົມຄຸ້ມຄອງສະຖາບັນການເງິນໂດຍດ່ວນໃນໂມງລັດຖະການ ເພື່ອປັບປຸງແກ້ໄຂ.

No comments:

Post a Comment