Ad

Ad

4 May 2016

ຍ່າງເພື່ອສຸຂະພາບສະຫລອງວັນກໍາມະກອນສາກົນ

ສູນກາງສະຫະພັນກໍາມະບານລາວໄດ້ຈັດກິດຈະກໍາຍ່າງເພື່ອສຸຂະພາບສະເຫລີມສະຫລອງວັນກໍາມະກອນສາກົນຄົບຮອບ 130 ປີ ໃນ​ເຊົ້າວັນທີ 30 ເມສາຜ່ານ​ມາ, ທີ່ສວນປະຕູໄຊ, ນະຄອນ ຫລວງວຽງຈັນ ໂດຍມີທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ, ທັງເປັນປະທານອົງການກວດກາລັດຖະບານ ແລະ ປະທານຄະນະກໍາມະການຕ້ານການສໍ້ລາດບັງຫລວງຂອງລັດຖະບານ,ມີບັນດາຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ, ອົງການຈັດຕັ້ງສາກົນປະຈໍາລາວ, ສະມາຊິກກໍາມະບານ, ກໍາມະກອນ ແລະ ຊາວຜູ້ອອກແຮງງານ ພ້ອມດ້ວຍຊາວນະຄອນຫລວງ ວຽງຈັນ ເຂົ້າຮ່ວມຫລາຍກວ່າ 10 ພັນຄົນ.


ໃນໂອກາດດັ່ງກ່າວ, ທ່ານ ນາງ ອາລີ ວົງໜໍ່ບູນທໍາ ຮອງປະທານສູນກາງສະຫະພັນກໍາມະບານລາວ ໃຫ້ຮູ້ວ່າ: ວັນທີ 1 ພຶດສະພາ ເປັນວັນກໍາມະກອນສາກົນທີ່ໄດ້ໝູນວຽນມາອີກວາລະໜຶ່ງ ເຊິ່ງປີນີ້ຄົບຮອບ 130 ປີເປັນວັນທີມີຄວາມໝາຍສໍາຄັນຢ່າງຍິ່ງສໍາລັບຊົນຊັ້ນກໍາມະກອນໃນທົ່ວໂລກ. ເປັນມື້ແຫ່ງການເຕົ້າໂຮມພະລັງຂອງຊົນຊັ້ນກໍາມະກອນຕໍ່ສູ້ກັບຊົນຊັ້ນນາຍທຶນເພື່ອທວງເອົາຜົນປະໂຫຍດອັນຊອບທໍາຢູ່ໃນທົ່ວໂລກ ໃນປີ 1764 ໄດ້ເກີດມີຂະບວນຕໍ່ສູ້ດຸ ເດືອດຂອງກໍາມະກອນຢູ່ປະເທດອັງກິດເພື່ອທວງເອົາຜົນປະໂຫຍດ ແລະ ເອົາຄ່າແຮງງານ ຫລື ເງິນເດືອນທີ່ບໍ່ ໄດ້ຮັບຄວາມເອົາໃຈໃສ່ດ້ານສະຫວັດດີການສັງຄົມ ເຊິ່ງໃນເວລານັ້ນ ຊີວິດການເປັນຢູ່ຂອງກໍາມະກອນມີຄວາມຫຍຸ້ງຍາກລໍາບາກຂະບວນລຸກຮື້ຂຶ້ນຂອງກໍາມະກອນໄດ້ແຜ່ລາມກ້ວາງຂວາງໄປທົ່ວໂລກ ມາຮອດວັນທີ 1 ພຶດສະພາ 1886 ໄດ້ມີຂະບວນນັດຢຸດງານຄັ້ງໃຫຍ່ຂອງກໍາມະກອນໃນໂຮງຈັກ,ໂຮງງານ ຈໍານວນ 5000 ກວ່າແຫ່ງໃນອາເມລິກາໂດຍໄດ້ທວງໃຫ້ນາຍທຶນຕ້ອງຍອມຫລຸດຜ່ອນເວລາເຮັດວຽກມື້ໜຶ່ງບໍ່ໃຫ້ເກີນ 8 ຊົ່ວໂມງ, 8 ຊົ່ວໂມງໃຫ້ໄດ້ພັກຜ່ອນ ແລະ 8 ຊົ່ວໂມງໃຫ້ໄດ້ມີໂອກາດຮໍ່າຮຽນ; ທວງໃຫ້ນາຍທຶນເພີ່ມເງິນເດືອນ ແລະ ເອົາໃຈໃສ່ເບິ່ງແຍງຊີວິດການເປັນຢູ່ຂອງກໍາມະກອນ. ຈາກສະພາບການຄືແນວນັ້ນໃນວັນທີ 14 ພຶດສະພາ 1889 ກອງປະຊຸມໃຫຍ່ກອມມຸຍນິດສາກົນຄັ້ງທີ II ໄດ້ໄຂຂຶ້ນຢູ່ປາຣີ ປະເທດຝຣັ່ງໄດ້ຕົກລົງຮັບຮອງເອົາວັນທີ 1 ພຶດສະພາໃຫ້ກາຍເປັນບຸນປາງໃຫຍ່ອັນ ສໍາຄັນຂອງຊົນຊັ້ນກໍາມະກອນໃນທົ່ວໂລກ ແລະ ໄດ້ມີການສະຫລອງເປັນປະຈໍາທຸກໆປີ.

No comments:

Post a Comment