Ad

Ad

28 July 2016

ລາວກຽມສະຫລອງວັນສັນຕິພາບ ແລະ ສາມັກຄີ ຄົບຮອບ 33 ປີ


        ເນື່ອງໃນໂອກາດສະເຫລີມສະຫລອງວັນສ້າງຕັ້ງຄະນະສັນຕິພາບ ແລະ ສາມັກຄີຂອງລາວ ຄົບຮອບ 33 ປີ (1/8/1983-1/8/2016), ທ່ານ ຄຳພັນ ສິມມະລາວົງ ປະທານຄະນະກຳມະການດັ່ງກ່າວ, ໄດ້ຖະແຫລງຕໍ່ສື່ມວນຊົນໃນວັນທີ 27 ກໍລະກົດນີ້ວ່າ: ຄະນະກຳມະການສັນຕິພາບ ແລະ ສາມັກຄີຂອງລາວ ຖືກສ້າງຕັ້ງຂຶ້ນເມື່ອວັນທີ 1 ສິງຫາ 1983, ເພື່ອປຸກລະດົມ, ໂຄສະນາ ແລະ ປູກຈິດສຳນຶກ ເຮັດໃຫ້ປະຊາຊົນບັນດາເຜົ່າຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງ ກ່ຽວກັບວຽກງານສັນຕິພາບ, ຕິດພັນກັບການພັດທະນາ ທັງແນໃສ່ເຮັດໃຫ້ເພີ່ມຄວາມເຂົ້າໃຈໃນການປະກອບສ່ວນຕໍ່ສູ້ ເພື່ອສັນຕິພາບໂລກ, ສຶກສາອົບຮົມໃຫ້ປະຊາຊົນລາວບັນດາເຜົ່າເຂົ້າໃຈເຖິງຄວາມຈຳເປັນທີ່ຕ້ອງປະກອບສ່ວນຕໍ່ສູ້ ຕ້ານການຫັນປ່ຽນໂດຍສັນຕິ ແລະ ແບ່ງແຍກຄວາມສາມັກຄີຂອງຝ່າຍປໍລະປັກ, ນອກນີ້ ຍັງເປັນການເປີດກ້ວາງການພົວພັນ ແລະ ການຮ່ວມມືແບບສອງຝ່າຍກັບບັນດາອົງການ ສັນຕິພາບ, ສາມັກຄີ ແລະ ມິດຕະພາບ ແລະ ອົງການຈັດຕັ້ງອື່ນໆ ເພື່ອສົ່ງເສີມສັນຕິພາບ, ມິດຕະ ພາບ ແລະ ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນອີກດ້ວຍ.

          ທ່ານ ຄຳພັນ ສິມມາລາວົງ ໃຫ້ຮູ້ວ່າ: ໃນແຕ່ລະປີ ຄະນະສັນຕິພາບ ກໍໄດ້ຈັດກິດຈະກຳຕ່າງໆເຊັ່ນ: ປາຖະກະຖາກ່ຽວກັບສະພາສັນຕິພາບໂລກ, ຍ່າງເພື່ອສັນຕິພາບ, ແຂ່ງຂັນແຕ້ມຮູບກ່ຽວກັບສັນຕິພາບໃຫ້ແກ່ນ້ອງນັກຮຽນ ແລະ ກິດຈະກຳອື່ນໆ ເພື່ອສ້າງຂະບວນການຢ່າງຟົດຟື້ນ ແລະ ຍ້ອນການເຄື່ອນໄຫວຢ່າງຫ້າວຫັນ, ໄດ້ເຮັດໃຫ້ສາກົນຍອມຮັບບົດບາດຂອງ ສປປ ລາວຫລາຍຂຶ້ນ, ໂດຍສະເພາະແມ່ນຄະນະສັນຕິພາບໂລກ ອິນໂດເນເຊຍ, ໄດ້ມອບລາງວັນ ອັນຊົງກຽດຄື: ຄ້ອງສັນຕິ ພາບໂລກແກ່ ສປປ ລາວ ໃນປີ 2008, ຊຶ່ງເປັນປະເທດທຳອິດໃນບັນດາປະເທດອາຊຽນ ແລະ ຍັງເປັນປະເທດທີ 4 ໃນໂລກທີ່ໄດ້ຮັບລາງວັນດັ່ງກ່າວ. ປັດຈຸບັນແມ່ນຖືກປະດິດສະຖານໄວ້ຢູ່ສວນປະຕູໄຊ ນະຄອນຫລວງວຽງຈັນ.

No comments:

Post a Comment