Ad

Ad

28 July 2016

ກຽມຈັດການແຂ່ງຂັນຖາມ-ຕອບ ຄວາມຮູ້ກ່ຽວກັບອາຊຽນລະດັບພາກພື້ນຄັ້ງທີ 7

          ໃນວັນທີ 27 ກໍລະກົດນີ້, ທີ່ນະຄອນຫລວງວຽງຈັນ, ອະນຸກຳມະການຖະແຫລງຂ່າວອາຊຽນ ໄດ້ຈັດກອງປະຊຸມຂອງຕົນຂຶ້ນ ເພື່ອກະກຽມໃຫ້ແກ່ການຈັດກິດຈະກຳແຂ່ງຂັນຖາມ-ຕອບ ຄວາມຮູ້ກ່ຽວກັບອາຊຽນລະດັບພາກພື້ນ ຄັ້ງທີ 7, ເຊິ່ງຈະມີຂຶ້ນໃນມໍ່ໆນີ້, ໂດຍທີ່ປະຊຸມໄດ້ມີການທົບທວນຄວາມຄືບໜ້າຂອງການຈັດຕັ້ງແຂ່ງຂັນລະດັບຊາດ ຂອງແຕ່ລະປະເທດສະມາຊິກອາຊຽນ, ທັງປຶກສາຫາລື ກ່ຽວກັບກົນໄກການແຂ່ງຂັນຖາມ-ຕອບ ຄວາມຮູ້ກ່ຽວກັບອາຊຽນ ກໍຄື ການກຳນົດກະຕິກາການແຂ່ງຂັນ, ການນຳໃຊ້ລະບົບໄອທີ ແລະ ອື່ນໆ, ເພື່ອຮັບປະກັນໃຫ້ການແຂ່ງຂັນດັ່ງກ່າວ ມີຄຸນນະພາບດີຂຶ້ນ.

          ທ່ານ ວໍລະສັກ ປຣະວົງວຽງຄຳ ຮອງຜູ້ອຳນວຍການວິທະຍຸກະຈາຍສຽງແຫ່ງຊາດ ໃນນາມອະນຸກຳມະການດັ່ງກ່າວ ໃຫ້ຮູ້ວ່າ: ການແຂ່ງຂັນຖາມ-ຕອບ ຄວາມຮູ້ກ່ຽວກັບອາຊຽນ ລະດັບພາກພື້ນ ບໍ່ພຽງແຕ່ຊ່ວຍໂຄສະນາສົ່ງເສີມການສ້າງພາບລັກ ໃຫ້ແກ່ອາຊຽນເທົ່ານັ້ນ, ແຕ່ຍັງສ້າງໂອກາດການຮັດແໜ້ນສາຍພົວພັນມິດຕະພາບ ໃຫ້ແກ່ຄົນຮຸ່ນໃໝ່ ກໍຄື ຊາວໜຸ່ມ ອາຊຽນ ສາມາດເຂົ້າໃຈ ແລະ ເຫັນຄວາມສຳຄັນຂອງການເປັນປະຊາຄົມອາຊຽນໜຶ່ງດຽວ, ພ້ອມທັງເປັນການສົ່ງເສີມການເຊື່ອມໂຍງລະຫວ່າງປະຊາຊົນ ກໍຄື ການໄປມາຫາສູ່ກັນໃນພາກພື້ນອາຊຽນ.

          ໃນໄລຍະຜ່ານມາອາຊຽນ ໄດ້ມີການຮ່ວມມືກັນເພື່ອພັດທະນາ ແລະ ປະຕິບັດຫລາຍໂຄງການສຳຄັນ ໃນຂົງເຂດຖະແຫລງຂ່າວ ເຊິ່ງມີຫລາຍກິດຈະກຳພົ້ນເດັ່ນ ແລະ ບັນລຸຜົນສຳເລັດ ເຊັ່ນ: ການແລກປ່ຽນຂໍ້ມູນ-ຂ່າວສານອາຊຽນ ຜ່ານສື່ໂທລະພາບ ແລະ ສະຖານີວິທະຍຸ ດັ່ງລາຍການສຽງຂອງອາຊຽນ, ລວມທັງກິດຈະກຳແຂ່ງຂັນຖາມ-ຕອບ ຄວາມຮູ້ກ່ຽວກັບອາຊຽນ. ບັນດາກິດຈະກຳດັ່ງ ກ່າວນີ້, ແມ່ນໄດ້ຮັບການຊົມເຊີຍ ຈາກກອງປະຊຸມລັດຖະມົນຕີຖະແຫລງຂ່າວອາຊຽນ ເນື່ອງຈາກເປັນກິດຈະກຳ ທີ່ໄດ້ສືບຕໍ່ຈັດຕັ້ງປະຕິບັດເປັນໄລຍະເວລາ 2 ທົດສະວັດຜ່ານມາ, ເຊິ່ງໄດ້ສົ່ງເສີມພາບລັກ ແລະ ສ້າງຄວາມຮູ້ຄວາມເຂົ້າໃຈກ່ຽວກັບອາຊຽນເລິກເຊິ່ງຂຶ້ນຕື່ມອີກ.

No comments:

Post a Comment