Ad

Ad

28 July 2016

ຕະຫຼາດຫຼັກຊັບລາວສຳເລັດການເຝິກອົບຮົມເພື່ອການລົງທຶນຢ່າງມືອາຊີບ

  ຕະຫຼາດຫຼັກຊັບລາວ (ຕລຊລ) ໄດ້ຈັດພິທີມອບໃບປະກາສະນິຍະບັດຢ່າງເປັນທາງການໃຫ້ 29 ຄົນທີ່ໄດ້ສໍາເລັດການຝຶກອົບຮົມຫຼັກສູດ ແຜນລາຍການຝຶກອົບຮົມ-ການທະນາຄານເພື່ອການລົງທຶນຢ່າງມືອາຊີບລາວພາຍຫລັງດຳເນີນມາເປັນເວລາ 5 ອາທິດເພື່ອແນ່ໃສ່ຍົກສູງຄວາມຮູ້ຂອງການບໍລິຫານການເງິນ, ຂັ້ນພື້ນຖານ, ການຕັດສິນໃຈການລົງທຶນ, ຜະລິດຕະພັນທາງການເງິນໃນຕະຫຼາດທຶນ ແລະວິທີປະເມີນມູນຄ່າເຊິ່ງມີ ຕາສານທຶນ, ຕາສານໜີ້, ຫຼັກຊັບປະສົມ ແລະກອງທຶນຮ່ວມ, ບົດບາດຂອງນາຍໜ້າ ແລະການແລກປ່ຽນຊື້-ຂາຍຫຼັກຊັບ, ໜ້າທີ່-ກິດຈະກໍາຂອງທີ່ປຶກສາທາງດ້ານການເງິນ, ກົດໝາຍສະກັດ
ກັ້ນ ແລະການຕ້ານການຟອກເງິນ ແລະສະໜອງທຶນໃຫ້ແກ່ການກໍ່ການຮ້າຍ, ບັນດາກົດ   ໝາຍ, ນິຕິກໍາ ແລະບັນຫາອື່ນໆທີ່ປິ່ນອ້ອມວຽກງານຕະຫຼາດທຶນ, ນອກນີ້ ນັກຝຶກອົບຮົມຍັງໄດ້ໄປທັດສະນະສຶກສາຢູ່ຕະ ຫຼາດທຶນຊັ້ນນໍາຂອງປະເທດໄທ ເປັນຕົ້ນ ຕະຫຼາດຫຼັກຊັບແຫ່ງປະເທດໄທ (SET), ບໍລິສັດນາຍໜ້າແລກປ່ຽນຊື້-ຂາຍຫຼັກຊັບ, ບໍລິສັດທີ່ປຶກສາທາງການເງິນ ແລະບໍລິສັດສໍາຄັນຕ່າງໆຈໍານວນໜຶ່ງ.

                                                                 # ຂ່າວ-ພາບ:ຣັດສະໝີ ດວງສັດຈະ

No comments:

Post a Comment