Ad

Ad

26 July 2016

ລາວ-ປາກິດສະຖານ ຍົກເວັ້ນວີຊາໜັງສືຜ່ານແດນການທູດ ແລະ ລັດຖະການ

          ໃນວັນທີ 25 ກໍລະກົດນີ້, ທີ່ນະຄອນຫລວງວຽງຈັນ, ທ່ານ ແສງເພັດ ຮຸ່ງບຸນຍວງ ຮອງລັດຖະ ມົນຕີກະຊວງການຕ່າງປະເທດລາວ ແລະ ທ່ານ ໄຊຮາມ ຢູ່ດິນເອຊາມ ເອກອັກຄະລັດຖະທູດ ແຫ່ງສາທາລະນະລັດ ອິດສະລາມປາກິດສະຖານ ປະຈຳ ສປປ ລາວ ທີ່ມີສຳນັກງານການທູດ ຕັ້ງຢູ່ ຮ່າໂນຍ ສສ ຫວຽດນາມ, ໄດ້ຕາງໜ້າລັດຖະບານຮ່ວມລົງນາມສັນຍາ ຍົກເວັ້ນວີຊາສຳລັບຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງສອງປະເທດ ສປປ ລາວ ແລະ ສາທາລະນະລັດ ອິດສະລາມ ປາກິດສະຖານ.


          ໃນສັນຍາສະບັບດັ່ງກ່າວ, ໄດ້ລະບຸວ່າ: ຜູ້ທີ່ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ຂອງສອງປະເທດຈະໄດ້ຮັບການຍົກເວັ້ນວີຊາ ເມື່ອເດີນທາງເຂົ້າ-ອອກ, ຜ່ານ ແລະ ພັກເຊົາໃນດິນແດນຂອງຄູ່ສັນຍາ ໃນໄລຍະເວລາບໍ່ເກີນ 90 ວັນ ແລະ ສັນຍາສະບັບດັ່ງກ່າວ ຈະມີຜົນບັງຄັບໃຊ້ 30 ວັນ ນັບແຕ່ມື້ລົງລາຍເຊັນນີ້ເປັນຕົ້ນໄປ.

No comments:

Post a Comment