Ad

Ad

26 July 2016

ຜົນກອງປະຊຸມຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າຄົງຄາຄັ້ງທີ 7 ແລະ ແມ່ນໍ້າຂອງ-ສ.ເກົາຫລີ ຄັ້ງທີ 6

            ກອງປະຊຸມລັດຖະມົນຕີຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າຄົງຄາຄັ້ງທີ 7, ຊຶ່ງປະກອບມີປະເທດກໍາປູເຈຍ, ລາວ, ມຽນມາ, ໄທ, ຫວຽດນາມ ແລະ ອີນເດຍ ແລະ ກອງປະຊຸມລັດຖະມົນຕີຕ່າງປະເທດແມ່ນໍ້າຂອງ-ສ.ເກົາຫລີຄັ້ງທີ 6 ລວມມີປະເທດກໍາປູເຈຍ, ລາວ, ມຽນມາ, ໄທ, ຫວຽດ  ນາມ ແລະ ສ.ເກົາຫລີ ໄດ້ຈັດຂຶ້ນໃນວັນທີ 24 ກໍລະກົດນີ້, ທີ່ນະຄອນຫລວງວຽງຈັນ.
             ສໍາລັບກອງປະຊຸມລັດຖະມົນຕີຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າຄົງຄາຄັ້ງທີ 7 ໄດ້ຮັບ ຮອງເອົາເອກະສານສໍາຄັນຄື: ຖະແຫລງການຮ່ວມກອງປະຊຸມລັດຖະມົນຕີຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າຄົງຄາຄັ້ງທີ 7 ແລະ ແຜນປະຕິບັດງານຂອງຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າຄົງຄາໃນໄລຍະ 3 ປີຕໍ່ໜ້າ ( 2016-2018) ເພື່ອເປັນບ່ອນອິງໃນການຈັດຕັ້ງປະຕິບັດສໍາລັບການຮ່ວມມືໃນຕໍ່ໜ້າ. ສໍາ
ລັບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າຄົງຄາໃນໄລຍະຜ່ານມາແມ່ນປະເທດອິນເດຍໄດ້ໃຫ້ ການຊ່ວຍເຫລືອການພັດທະນາຊັບພະຍາກອນມະນຸດ ໂດຍສະໜອງທຶນການສືກສາໃຫ້ແກ່ປະເທດກໍາປູເຈຍ, ລາວ, ມຽນມາ ແລະ ຫວຽດນາມ ຈໍານວນ 900 ທຶນຕໍ່ປີ ແລະ ກໍາລັງຈັດຕັ້ງປະຕິບັດໂຄງ ການທີ່ເຫັນຜົນໄວຮ່ວມກັນຈໍານວນ 20 ໂຄງການ, ໃນນັ້ນ ສ ປປ ລາວ ມີ 3 ໂຄງການ ແລະ ກອງປະຊຸມລັດຖະມົນຕີຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າຄົງຄາຄັ້ງຕໍ່ໄປຈະຈັດຂຶ້ນທີ່ປະເທດຟີລີບປີນໃນປີ 2017.
             ສໍາລັບກອງປະຊຸມລັດຖະມົນຕີຕ່າງປະເທດແມ່ນໍ້າຂອງ-ສ.ເກົາຫລີຄັ້ງທີ 6 ໄດ້ຮັບຮອງເອົາຖະແຫລງການກອງປະຊຸມຄັ້ງນີ້ ເພື່ອເປັນບ່ອນອິງໃນການຈັດຕັ້ງປະຕິບັດວຽກງານຮ່ວມມືໃນຕໍ່ໜ້າ, ພິເສດກອງປະຊຸມໄດ້ເຫັນດີຕົກລົງຮັບຮອງເອົາ 7 ໂຄງການໃໝ່ ໂດຍນໍາໃຊ້ກອງທຶນເພື່ອການຮ່ວມມືແມ່ນໍ້າຂອງ-ສ.ເກົາຫລີ, ຊຶ່ງ ສ.ເກົາຫລີ ໄດ້ປະກອບສ່ວນດ້ານງົບປະມານເຂົ້າໃນກອງທຶນດັ່ງກ່າວນັບແຕ່ປີ 2015 ເປັນຕົ້ນມາເປັນຈໍານວນ 1 ລ້ານໂດລາສະຫະລັດຕໍ່ປີ, ໃນນັ້ນມີ 1 ໂຄງການໃນ ສປ ປ ລາວ ຄື: ໂຄງການເພີ່ມທະວີຄວາມອາດສາມາດຂອງປະຊາຊົນ ແລະ ບັນດາເມືອງທຸກຍາກຂອງ ສປປ ລາວ ໃນການເຂົ້າເຖິງນິຕິກໍາຂອງຂະແໜງການອຸດສະຫະກໍາ ແລະ ການຄ້າ ລວມມູນຄ່າປະ ມານ 423 ພັນໂດລາສະຫະລັດ.

            ຂອບການຮ່ວມມືແມ່ນໍ້າຂອງ-ສ.ເກົາຫລີ ໄດ້ກວມເອົາຂົງເຂດວຽກງານຄື: ການເຊື່ອມຈອດອາຊຽນ, ການພັດທະນາແບບຍືນຍົງ ແລະ ການພັດທະນາທີ່ຖືເອົາປະຊາຊົນເປັນໃຈກາງ ແລະ ກວມຫລາຍຂະແໜງການບູລິມະສິດຄື: ການພັດທະນາພື້ນຖານໂຄງລ່າງ, ເຕັກໂນໂລຊີຂໍ້ມູນຂ່າວ ສານ, ການພັດທະນາສີຂຽວ, ຊັບພະຍາກອນນໍ້າ, ກະສິກໍາ, ການພັດທະນາຊົນນະບົດ ແລະ ການພັດທະນາຊັບພະຍາກອນມະນຸດ ແລະ ກອງປະຊຸມຄັ້ງຕໍ່ໄປຈະຈັດຂຶ້ນທີ່ ສ.ເກົາຫລີ.

No comments:

Post a Comment