Ad

Ad

26 July 2016

ອາຊຽນ, ຈີນ, ສ.ເກົາຫລີ, ຍີປຸ່ນ ຕົກລົງເສີມຂະຫຍາຍການຮ່ວມມືຫລາຍດ້ານ

            ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ຈີນ, ອາຊຽນ-ສ.ເກົາ ແລະ ອາຊຽນ-ຍີປຸ່ນ ທີ່ໄດ້ຈັດຂື້ນໃນວັນທີ 25 ກໍລະກົດນີ້ທີ່ນະຄອນຫລວງວຽງຈັນ, ໂດຍການເປັນປະທານຂອງທ່ານ ສະ ເຫລີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສ ປປ ລາວ ໄດ້ເຫັນດີຕົກລົງເສີມຂະຫຍາຍການຮ່ວມມືນໍາກັນຫລາຍດ້ານຫລັງຈາກເຫັນວ່າຫລາຍໂຄງການຮ່ວມມືໃນຂອບສອງຝ່າຍ ແລະ ຫລາຍຝ່າຍໃນໄລຍະຜ່ານມາແມ່ນມີຄວາມຄືບໜ້າ ແລະ ມີຜົນສໍາເລັດດີ, ໂດຍສະເພາະຢູ່ກອງປະຊຸມລັດຖະມົນຕີຕ່າງປະເທດລະຫວ່າງອາຊຽນ-ຈີນ ຕ່າງຝ່າຍແມ່ນມີຄວາມຍີນດີຕໍ່ຜົນສໍາເລັດຂອງການຮ່ວມມືໃນໄລຍະຜ່ານມາ ເປັນຕົ້ນ: ດ້ານ
ເສດຖະກິດ, ການຄ້າ, ການລົງທຶນ ແລະ ສະ ແດງຄວາມຊົມເຊີຍ ສປ ຈີນ ທີ່ສືບຕໍ່ໃຫ້ການຊ່ວຍເຫລືອອາຊຽນໃນການສ້າງປະຊາຄົມອາຊຽນ, ການຈັດຕັ້ງປະຕິບັດແຜນແມ່ບົດເພື່ອການເຊື່ອມຈອດອາຊຽນ ແລະ ຄວາມຄືບໜ້າຂອງການຈັດຕັ້ງປະຕິບັດຂໍ້ລິເລີ່ມ 2+7 ຈຸດຂອງຈີນ ລວມທັງການສ້າງຕັ້ງທະນາຄານລົງທຶນພື້ນຖານໂຄງລ່າງອາຊີ (AIIB) ຊຶ່ງໄດ້ເປີດຂຶ້ນຢ່າງເປັນທາງການແລ້ວໃນທ້າຍປີ 2015 ຜ່ານມາ ແລະ ມີສໍານັກງານໃຫຍ່ຕັ້ງຢູ່ນະຄອນຫລວງປັກກິງ ສປ ຈີນ. ພ້ອມນີ້, ກອງປະຊຸມຍັງໄດ້ປຶກສາຫາລືລາຍລະອຽດກ່ຽວກັບການຈັດກິດຈະກໍາສະເຫລີມສະຫລອງການພົວພັນອາຊຽນ-ຈີນ ຄົບຮອບ 25 ປີ (1991-2016) ກໍຄືການກະກຽມໃຫ້ແກ່ການຈັດກອງປະຊຸມສຸດຍອດສະເຫລີມສະຫລອງການພົວພັນອາຊຽນ-ຈີນ ທີ່ຈະຈັດຂຶ້ນໃນຕົ້ນເດືອນກັນຍາ 2016 ທີ່ນະຄອນຫລວງວຽງຈັນ, ລວມເຖິງສະແດງຄວາມຍີນດີຕໍ່ໝາກຜົນຂອງການຈັດຕັ້ງປະຕິບັດປີແຫ່ງການສຶກສາລະຫວ່າງອາຊຽນ-ຈີນໃນປີນີ້ ແລະ ເຫັນດີກໍານົດເອົາປີ 2017 ເປັນປີຮ່ວມມືດ້ານການທ່ອງທ່ຽວອາຊຽນ-ຈີນ ເພື່ອເປັນການເພີ່ມທະວີແລກປ່ຽນການໄປມາຫາສູ່ກັນຂອງປະຊາຊົນກໍຄືການສົ່ງເສີມການທ່ອງທ່ຽວລະຫວ່າງອາຊຽນ-ຈີນໃຫ້ນັບມື້ສູງຂຶ້ນ. ສ່ວນກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ສ.ເກົາຫລີ ໄດ້ຕີລາສູງຕໍ່ຄວາມຄືບໜ້າຂອງການຈັດຕັ້ງຜັນຂະຫຍາຍບັນດາຜົນກອງປະຊຸມສຸດຍອດອາຊຽນ-ສ.ເກົາຫລີ ແລະ ເຫັນດີເພີ່ມທະວີການຮ່ວມມືດ້ານການພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ, ພ້ອມທັງກໍານົດເອົາປີ 2017 ເປັນປີແລກປ່ຽນດ້ານວັດທະນາທໍາລະຫວ່າງອາຊຽນ-ສ.ເກົາຫລີ ແລະ ສະແດງຄວາມຊົມເຊີຍ ສ.ເກົາຫລີ ໃນການສ້າງຕັ້ງສູນວັດທະນາທໍາອາຊຽນຢູ່ແຂວງປູຊານ, ຊຶ່ງຈະເປີດຢ່າງເປັນທາງການໃນປີ 2017 ເພື່ອແນ່ໃສ່ສົ່ງເສີມການສ້າງຄວາມເຂົ້າອົກເຂົ້າໃຈ ແລະ ການໄປມາຫາສູ່ກັນລະຫວ່າງປະຊາຊົນສອງພາກພື້ນໃຫ້ນັບມື້ຫລາຍຂື້ນ ແລະ ສໍາລັບກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ຍີ່ປຸ່ນນັ້ນ ກໍໄດ້ສະແດງຄວາມເພິ່ງພໍໃຈຕໍ່ໝາກຜົນການຈັດຕັ້ງປະຕິບັດຖະແຫລງການວິໄສທັດອາ ຊຽນ-ຍີ່ປຸ່ນ ວ່າດ້ວຍມິດຕະພາບ ແລະ ການຮ່ວມມື ແລະ ຍີ່ປຸ່ນໄດ້ໃຫ້ຄວາມໝາຍໝັ້ນເພື່ອສືບຕໍ່ການຮ່ວມມື, ສະໜັບສະໜູນການເຊື່ອມຈອດ ແລະ ການຮັດແຄບຄວາມແຕກໂຕນດ້ານການພັດທະນາຢູ່ພາຍໃນອາຊຽນ ໂດຍຜ່ານການຈັດຕັ້ງປະຕິບັດແຜນແມ່ບົດເພື່ອການເຊື່ອມຈອດອາຊຽນ ແລະ ແຜນວຽກຂໍ້ລິເລີ່ມເພື່ອການເຊື່ອມໂຍງອາຊຽນ ລວມທັງຂໍ້ລິເລີ່ມໃໝ່ຂອງຍີປຸ່ນໃນການເປັນຄູ່ຮ່ວມດ້ານພື້ນຖານໂຄງລ່າງທີ່ມີຄຸນນະພາບ ເພື່ອສະໜອງທຶນໃຫ້ແກ່ການພັດທະນາພື້ນຖານໂຄງລ່າງໃນພາກພື້ນໂດຍຜ່ານທະນາຄານພັດທະນາອາຊີ. ນອກນີ້ ຍີປຸ່ນຍັງໃຫ້ການສະໜັບສະໜູນອາຊຽນ ເພື່ອການພັດທະນາຊັບພະຍາກອນມະນຸດ ເປັນຕົ້ນໃນຂົງເຂດອຸດສະຫະກໍາ ແລະ ສາທາລະນະສຸກ, ການບັນ ເທົາທຸກໄພພິບັດ ແລະ ການສົ່ງເສີມບົດບາດແມ່ຍິງເຂົ້າໃນການດໍາເນີນທຸລະກິດຕ່າງໆອີກດ້ວຍ.

No comments:

Post a Comment