Ad

Ad

26 July 2016

ການນໍາພັກ-ລັດຮ່ວມງານຊາປະນາກິດສົບ ສະຫາຍ ພົນໂທ ສະໝານ ວິຍະເກດ


          ພິທີຊາປະນາກິດສົບ ສະຫາຍ ພົນໂທ ສະໝານ ວິຍະເກດ ອະດີດກໍາມະການສູນກາງພັກສະໄໝທີ II, III ແລະ ອະດີດກໍາມະການກົມການເມືອງສູນກາງພັກສະໄໝທີ IV V, VI, VII ແລະ VIII, ອະດີດປະທານສະພາແຫ່ງຊາດຊຸດທີ III, IV ແລະ V, ອະດີດຫົວໜ້າຄະນະຈັດຕັ້ງສູນກາງພັກ,ອະດີດຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ອະດີດລັດຖະມົນຕີກະຊວງສຶກສາທິການ, ອະດີດຮອງລັດຖະມົນຕີກະຊວງປ້ອງກັນປະເທດໄດ້ຈັດຂຶ້ນໃນບ່າຍວັນທີ 25 ກໍລະກົດນີ້ທີ່ເດີນທາດຫລວງໂດຍມີການນໍາຂັ້ນສູງພັກ-ລັດ, ເຊິ່ງນໍາໂດຍສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິ ຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ທ່ານນາງ ປານີ ຢາທໍຕູ້ ປະທານສະພາແຫ່ງຊາດ, ພ້ອມດ້ວຍຄະນະບໍລິຫານງານສູນກາງພັກ, ສະພາ
ແຫ່ງຊາດ, ລັດຖະບານ, ກະຊວງປ້ອງກັນຄວາມສະຫງົບ, ສູນກາງແນວລາວສ້າງຊາດ, ຄອບຄົວ ວິຍະເກດ ແລະ ປະຊາຊົນບັນດາເຜົ່າເຂົ້າຮ່ວມພິທີດ້ວຍຄວາມສົກເສົ້າອາໄລອາວອນຢ່າງສຸດຊຶ້ງ.
            ສະຫາຍພົນໂທ ສະໝານ ວິຍະເກດ  ເກີດເມື່ອວັນທີ 3 ມີນາ 1927 ທີ່ບ້ານດົງ, ຕຳບົນປ່າມ ຄາບ, ເມືອງພິຈິດ, ແຂວງພິຈິດ (ປະເທດໄທ), ໄດ້ສ້າງຄອບຄົວກັບນາງ ສຸວັນ ວິຍະເກດ, ມີລູກນໍາກັນ 3 ຄົນ, ໃນນັ້ນເປັນຊາຍ 1 ຄົນ, ປັດຈຸບັນຢູ່ບ້ານໜອງສ້າງທໍ່, ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ. ຕະຫລອດຊີວິດ ແລະ ການເຄື່ອນໄຫວປະຕິວັດຂອງສະຫາຍແມ່ນໄດ້ຖືກມອບໝາຍໃຫ້ຮັບຜິດຊອບເປັນການນໍາໃນຫລາຍຂົງເຂດວຽກງານສໍາຄັນເປັນຕົ້ນ: ວຽກງານປ້ອງກັນປະເທດ, ຈັດຕັ້ງພັກ-ພະນັກງານ, ວຽກງານສຶກສາ, ນິຕິບັນຍັດ, ໂຄສະນາອົບຮົມ, ທິດສະດີ ແລະ ວັດທະນາທໍາ ຊຶ່ງເປັນວຽກງານຍຸດທະສາດສໍາຄັນຂອງພັກທີ່ໜັກໜ່ວງ ແລະ ຫຍຸ້ງຍາກ, ແຕ່ສະຫາຍກໍມີຄວາມບຸກ
ບືນ, ມີຄວາມອົດທົນຜ່ານຜ່າຈົນມີຜົນສໍາເລັດເປັນຢ່າງດີ, ສະຫາຍເປັນພະນັກງານປະຕິວັດອາວຸໂສທີ່ດີເດັ່ນຂອງພັກ, ອຸທິດເຫື່ອແຮງ ແລະ ສະຕິປັນຍາຂອງຕົນເຂົ້າໃນພາລະກິດປົດປ່ອຍຊາດ, ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ,ສະຫາຍເປັນພະນັກງານການນໍາຂັ້ນສູງຂອງພັກ ແລະ ລັດ ທີ່ມີຄວາມບໍລິສຸດຕໍ່ພັກ, ຕໍ່ປະເທດຊາດ ແລະ ຕໍ່ປະຊາຊົນໂດຍຕະຫລອດມາ, ບໍ່ໄດ້ສວຍໃຊ້ໜ້າທີ່ຕໍາແໜ່ງ, ບໍ່ຮຽກຮ້ອງຫາຜົນປະໂຫຍດສ່ວນຕົວນອກຈາກນະໂຍບາຍລວມພັກ-ລັດ ແລະ ດ້ວຍຜົນງານ ແລະ ຄຸນງາມຄວາມດີທີ່ໄດ້ປະກອບສ່ວນເຂົ້າໃນພາລະກິດຕໍ່ສູ້ປົດປ່ອຍປະເທດຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດດັ່ງກ່າວ ສະຫາຍຈຶ່ງໄດ້ຮັບການຍ້ອງຍໍຈາກພັກ ແລະ ລັດຖະບານປະເພດຕ່າງໆຄື: ຫລຽນຄໍາແຫ່ງຊາດ 1 ຫລຽນ, ຫລຽນໄຊອິດສະຫລະຊັ້ນ I ຈໍານວນ 4 ຫລຽນ, ຫລຽນໄຊພິລະອາດຫານຊັ້ນ I, ຫລຽນໄຊຊະນະເລີດ, ຫລຽນຄໍາແຫ່ງຊາດຫວຽດນາມ, ຫລຽນຄໍາແຫ່ງຊາດກໍາປູເຈຍ, ຫລຽນລະນຶກສ້າງຕັ້ງພັກຄົບຮອບ 50 ປີ, ຫລຽນລະນຶກວັນສ້າງຕັ້ງກອງທັບຄົບຮອບ 50 ປີ, ຫລຽນລະນຶກວັນສ້າງຕັ້ງສູນກາງແນວລາວສ້າງຊາດຄົບຮອບ 60 ປີ,ຫລຽນກາຕໍ່ຕ້ານຝລັ່ງ, ຫລຽນກາຕໍ່ຕ້ານອາເມລິກາ ແລະ ອື່ນໆອີກ.
          ຕະຫລອດໄລຍະທີ່ສຸຂະພາບຮ່າງກາຍຂອງສະຫາຍ ພົນໂທ ສະໝານ ວິຍາເກດ ເຈັບປ່ວຍນັ້ນ ການຈັດຕັ້ງພັກ ແລະ ລັດ ພ້ອມດ້ວຍຄອບຄົວ, ຍາດພີ່ນ້ອງ, ແພດໝໍທັງພາຍໃນ ແລະ ຕ່າງປະເທດເພື່ອນມິດກໍໄດ້ເອົາໃຈໃສ່ເບິ່ງແຍງຢ່າງໃກ້ຊິດຈົນສຸດຄວາມສາມາດ ເພື່ອຊ່ວຍເຫລືອກອບກູ້ເອົາຊີວິດຂອງສະຫາຍ, ແຕ່ດ້ວຍຄວາມແກ່ຊະລາຕາມອາຍຸສັງຂານຈຶ່ງບໍ່ສາມາດກອບກູ້ເອົາຊີວິດຂອງສະ ຫາຍໄວ້ໄດ້ ແລະ ສະຫາຍໄດ້ສີ້ນລົມຫາຍໃຈຈາກພວກເຮົາໄປໃນເວລາ 00:24 ໂມງຂອງວັນທີ 22 ກໍລະກົດ 2016 ລວມອາຍຸໄດ້ 89 ປີ.

           ສະຫາຍໄດ້ຈາກພວກເຮົາໄປຢ່າງບໍ່ມີວັນກັບຄືນມາອີກແລ້ວ, ແຕ່ພັກ-ລັດຖະບານ ແລະ ປະ ຊາຊົນບັນດາເຜົ່າຂໍຈົດຈໍາຜົນງານ ແລະ ຄຸນງາມຄວາມດີຂອງສະຫາຍທີ່ໄດ້ອຸທິດໃນພາລະກິດປະຕິ ວັດຕະຫລອດໄລຍະເຄື່ອນໄຫວປະຕິວັດ 70 ກວ່າປີຜ່ານມານັ້ນຢ່າງບໍ່ມີວັນຫລົງລືມ, ຊື່ສຽງ ແລະ ກຽດຕິຄຸນຂອງສະຫາຍຈະຖືກຈາລຶກໄວ້ໃນພາລະກິດການປະຕິວັດຂອງປະເທດຕະຫລອດໄປ.  

No comments:

Post a Comment