Ad

Ad

27 July 2016

ໄລຍະນີ້ອາດມີພະຍຸໝູນເຂດຮ້ອນເຄື່ອນເຂົ້າມາພາກເໜືອຂອງລາວ

          ກົມອຸຕຸນິຍົມ ແລະ ອຸທົກກະສາດ ໃຫ້ຮູ້ວ່າ: ລະຫວ່າງວັນທີ 27-29 ກໍລະກົດນີ້, ຄວາມກົດດັນອາກາດຕ່ຳຢູ່ເຂດທະເລຈີນໃຕ້ຈະເພີ່ມກຳລັງແຮງຂຶ້ນ ແລະ ອາດກໍຕົວເປັນພະຍຸໝູນເຂດຮ້ອນເຄື່ອນທີ່ຜ່ານເຂດເກາະໄຮໜຳ ແລະ ເຄື່ອນເຂົ້າຝັ່ງພາກເໜືອຂອງ ສສ ຫວຽດນາມ ແລະ ອາດຜ່ານພາກເໜືອຂອງ ສປປ ລາວ, ເຊິ່ງຈະເຮັດໃຫ້ມີຝົນຕົກໜັກ ພ້ອມມີລົດພັດແຮງຢູ່ບັນດາແຂວງພາກເໜືອລົງຫາພາກກາງ. ໄລຍະວັນທີ 30-31 ກໍລະກົດ, ສະພາບຝົນຈະຫລຸດລົງ. ພ້ອມນີ້ ອາດເຮັດໃຫ້ມີສະພາບດິນເຈື່ອນ, ນ້ຳຖ້ວມຊູ່, ນ້ຳຖ້ວມ ແລະ ນ້ຳປ່າໄຫລຊຸແຮງ. ດັ່ງນັ້ນ ຈຶ່ງເຕືອນປະຊາຊົນທີ່ອາໃສຢູ່ເຂດດັ່ງກ່າວ ຈົ່ງມີສະຕິລະມັດລະວັງຕໍ່ສະພາບພະຍຸ ແລະ ຝົນຕົກໜັກດັ່ງກ່າວ, ເຊິ່ງອາດສົ່ງຜົນໃຫ້ເກີດອັນຕະລາຍກັບຊັບສິນຂອງມີຄ່າ, ຊີວິດຄົນ ແລະ ສັດໄດ້.


          ພາກເໜືອດ້ານຕາເວັນອອກ: ຈະມີຝົນຕົກຟ້າຮ້ອງຟ້າເຫລື້ມ ໃນລະດັບປານກາງ ຫາ ໜັກ ພ້ອມມີລົມພັດແຮງ, ຈາກນັ້ນ ສະພາບຝົນຈະຫລຸດລົງ. ອຸນຫະພູມຕ່ຳສຸດ 20-22 ອົງສາ ແລະ ສູງສຸດ 29-31 ອົງສາ. ພາກເໜືອດ້ານຕາເວັນຕົກ: ຈະມີຝົນຕົກເພີ່ມຂຶ້ນຕື່ມອີກໃນໄລຍະ 28-30 ກໍລະກົດ, ຊຶ່ງຈະຕົກໃນລະດັບຄ່ອຍຫາປານກາງເປັນບໍລິເວນກວ້າງ ແລະ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມຕ່ຳສຸດ 23-25 ອົງສາ ແລະ ສູງສຸດ 33-35 ອົງສາ.          ນະຄອນຫລວງວຽງຈັນ: ຈະມີຝົນຕົກໃນລະດັບຄ່ອຍຫາປານກາງເປັນບໍລິເວນກ້ວາງ ແລະ ຕົກໜັກຢູ່ບາງບໍລິເວນ, ສ່ວນລະຫວ່າງວັນທີ 30-31 ກໍລະກົດ, ສະພາບຝົນຈະຫລຸດລົງເລັກນ້ອຍ, ອຸນຫະພູມຕ່ຳສຸດ 23-25 ອົງສາ ແລະ ສູງສຸດ 33-35 ອົງສາ. ພາກກາງ: ຈະມີຝົນຕົກໃນລະດັບປານກາງຫາໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມຕ່ຳສຸດ 24-26 ອົງສາ ແລະ ສູງສຸດ 33-35 ອົງສາ ແລະ ພາກໃຕ້: ຈະມີຝົນຕົກຫລາຍຂຶ້ນ, ຊຶ່ງຈະຕົກໃນລະດັບຄ່ອຍຫາປານກາງຢູ່ຫລາຍທ້ອງຖິ່ນ. ຈາກນັ້ນ ທ້າຍອາທິດ ສະພາບຝົນຈະຫລຸດລົງ. ອຸນຫະພູມຕ່ຳສຸດ 23-25 ອົງສາ ແລະ ສູງສຸດ 34-36 ອົງສາ.  

No comments:

Post a Comment