Ad

Ad

27 July 2016

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນບວກສາມຄັ້ງທີ 17, ກອງປະຊຸມລັດຖະມົນຕີຕ່າງປະເທດຂອງກອງປະຊຸມສຸດຍອດອາຊີຕາເວັນອອກ (ອີເອເອສ) ຄັ້ງທີ 6 ແລະ ກອງປະຊຸມເວທີພາກພື້ນອາຊຽນຄັ້ງທີ 23

          ໃນວັນທີ 26 ກໍລະກົດນີ້, ທີ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ສືບຕໍ່ເປັນປະທານກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນສາມບວກຄັ້ງທີ 17, ກອງປະຊຸມລັດຖະມົນຕີການຕ່າງປະເທດຂອງກອງປະຊຸມສຸດຍອດ ອີເອເອສ ຄັ້ງທີ 6 ແລະ ກອງປະຊຸມເວທີພາກພື້ນອາຊຽນຄັ້ງທີ 23.
          ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນບວກສາມ ຄັ້ງທີ 17 (ອາຊຽນ + ສປ ຈີນ, ຍີ່ປຸ່ນ, ສ.ເກົາຫລີ) ໄດ້ຕີລາຄາວ່າ ນັບແຕ່ໄດຮັບການສ້າງຕັ້ງໃນປີ 1997 ເປັນຕົ້ນມາ, ການຮ່ວມມືອາຊຽນບວກສາມ ໄດ້ຮັບຜົນສຳເລັດທີ່ສຳຄັນໃນຫລາຍດ້ານ ໂດຍສະເພາະ ແມ່ນດ້ານການເງິນ ແລະ ຄວາມໝັ້ນຄົງດ້ານສະບຽງອາຫານ ກ່ຽວກັບການຮ່ວມມືດ້ານການເງິນ, ກອງປະຊຸມມີຄວາມຍິນດີທີ່ເຫັນວ່າການຮ່ວມມືໃນຂອບຂໍ້ລິເລີ່ມຊຽງໃໝ່ຫລາຍຝ່າຍ (CMIM), ຫ້ອງການຕິດຕາມເສດຖະກິດມະຫາພາກອາຊຽນບວກສາມ (AMRO), ຂໍ້ລິເລີ່ມພັນທະບັດອາຊີ (ABMI), ເຄື່ອງມືຄ້ຳປະກັນສິນເຊື່ອ ແລະ ການລົງທຶນ (CGIF), ສືບຕໍ່ໄດ້ຮັບການເສີມຂະຫຍາຍໃຫ້ມີຄວາມເຂັ້ມແຂງເພື່ອຮັບ ປະກັນສະຖຽນລະ
ພາບທາງການເງິນໃນພາກພື້ນ, ສ່ວນຄວາມໝັ້ນຄົງດ້ານສະບຽງອາຫານແມ່ນສືບຕໍ່ໄດ້ຮັບການຄ້ຳປະກັນ ໂດຍຜ່ານການຈັດຕັ້ງປະຕິບັດຄັງເຂົ້າສຸກເສີນອາຊຽນສາມບວກ (APTERR), ອັນສຳຄັນແມ່ນບັນດາລັດຖະມົນຕີຕ່າງປະເທດອາຊຽນບວກສາມ ໄດ້ຢ້ຳຄືນຄວາມສຳຄັນຂອງກົນໄກອາຊຽນບວກສາມຕໍ່ການປົກປັກສາຮັກສາ ແລະ ສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາໃນພາກພື້ນ ແລະ ເປັນກົນໄກຂັບເຄື່ອນການເຕີບໂຕທາງດ້ານເສດຖະກິດຢູ່ອາຊີຕາເວັນອອກ, ພ້ອມນັ້ນ ກໍໄດ້ຊຸກຍູ້ໃຫ້ເຈົ້າໜ້າທີ່ກ່ຽວຂ້ອງສືບຕໍ່ຈັດຕັ້ງປະຕິບັດແຜນວຽກໄລຍະປີ 2013-2017 ໃຫ້ມີປະສິດທິຜົນສູງ ແນໃສ່ເສີມຂະຫຍາຍການຮ່ວມມືອາຊຽນບວກສາມໃຫ້ນັບມື້ຂະຫຍາຍຕົວຍິ່ງຂຶ້ນ.

          ກອງປະຊຸມລັດຖະມົນຕີການຕ່າງປະເທດຂອງກອງປະຊຸມສຸດຍອດອາຊີຕາເວັນອອກ (ອີເອເອສ) ຄັ້ງທີ 6 ໄດ້ສະແດງຄວາມຍິນດີຕໍ່ຜົນສຳເລັດຂອງຂອບການຮ່ວມມືອີເອເອັສ ຕະຫລອດໄລຍະ 10 ປີຜ່ານມາ, ໂດຍສະເພາະແມ່ນອີເອເອສເປັນກົນໄກທີ່ມີລັກສະນະພິເສດ ກໍຄືເປັນເວທີປຶກ ສາຫາລືຂອງຜູ້ນຳ (Leaders-Forum) ທີ່ໄດ້ເຕົ້າໂຮມບັນດາຜູ້ນຳຢູ່ພາກພື້ນອາຊີ-ປາຊີຟິກ ແລະ ອາຊີຕາເວັນອອກ ເພື່ອມາປຶກສາຫາລືກ່ຽວກັບບັນຫາຍຸດທະສາດ, ການເມືອງ ແລະ ເສດຖະກິດ ທີ່ມີຄວາມສຳຄັນ ແນໃສ່ສົ່ງເສີມຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ແລະ ອຳນວຍຄວາມສະດວກໃຫ້ແກ່ການຮ່ວມມືເພື່ອພັດທະນາ, ເຊິ່ງທັງໝົດນີ້ ໄດ້ປະກອບສ່ວນເຂົ້າໃນການສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ຄວາມສົມບູນພູນສຸກຢູ່ພາກພື້ນອາຊີຕາເວັນອອກ. ບັນດາລັດຖະມົນຕີຕ່າງປະ ເທດຂອງກອງປະຊຸມສຸດຍອດ ອີເອເອສ ຍັງໄດ້ປຶກສາຫາລືກ່ຽວກັບຖະແຫລງການ ກົວລາລຳເປີ ວ່າດ້ວຍການສ້າງຕັ້ງ ອີເອເອສ ຄົບຮອບ 10 ປີ ແລະ ຊຸກຍູ້ການຈັດຕັ້ງປະຕິບັດກິດຈະກຳຕ່າງໆພາຍໃຕ້ 6 ຂົງເຂດບູລິມະສິດຄື: ການເງິນ, ພະລັງງານ ແລະ ສິ່ງແວດລ້ອມ, ການສຶກສາ, ບັນຫາສຸຂະ ພາບ ແລະ ພະຍາດລະບາດ, ການຄຸ້ມຄອງໄພພິບັດ ແລະ ການເຊື່ອມຈອດອາຊຽນ ໃນໂອກາດນີ້ ກອງປະຊຸມຍັງໄດ້ແລກປ່ຽນຄວາມຄິດເຫັນ ກ່ຽວກັບບັນຫາພາກພື້ນ ແລະ ສາກົນທີ່ພົ້ນເດັ່ນ ໂດຍສະເພາະແມ່ນການກໍ່ຄວາມບໍ່ສະຫງົບຂອງລັດທິຫົວຮຸນແຮງ ແລະ ການກໍ່ການຮ້າຍຢູ່ອີຣັກ, ຊີຣີ, ຝຣັ່ງ, ແລະ ພາກພື້ນອື່ນໆຂອງໂລກ ລວມທັງບັນຫາອື່ນໆທີ່ມີຄວາມສົນໃຈຮ່ວມມກັນ.

No comments:

Post a Comment