Ad

Ad

27 July 2016

ກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືແມ່ນ້ຳຂອງຕອນລຸ່ມ-ສະຫະລັດ ອາເມລິກາ ຄັ້ງທີ 9

          ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ຈອນ ແຄຣີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສະຫະລັດ ອາເມລິກາ ໄດ້ເປັນປະທານຮ່ວມຈັດກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືແມ່ນ້ຳຂອງຕອນລຸ່ມ-ສະຫະລັດ ອາເມ ລິກາ, ໃນຕອນບ່າຍຂອງວັນທີ 25 ກໍລະ ກົດ 2016, ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫລວງວຽງຈັນ ໂດຍມີບັນດາທ່ານລັດຖະມົນຕີກະຊວງການຕ່າງປະເທດຂອງກຳປູເຈຍ, ມຽນມາ, ໄທ, ຫວຽດ ນາມແລະ ທ່ານເລຂາທິການໃຫຍ່ອາຊຽນ ພ້ອມດ້ວຍຄະນະຜູ້ແທນເຂົ້າຮ່ວມຢ່າງພ້ອມພຽງ.
          ບັນດາລັດຖະມົນຕີ ໄດ້ສະແດງຄວາມຍິນດີຕໍ່ຄວາມຄືບໜ້າຂອງການຈັດຕັ້ງປະຕິບັດບັນດາແຜນ
ວຽກ ແລະ ໂຄງການຕ່າງໆໃນ 6 ເສົາຄ້ຳບູລິມະສິດ ເປັນຕົ້ນແມ່ນບັນດາໂຄງການທີ່ເປັນສັນຍາລັກຂອງຂອບຮ່ວມມືດັ່ງກ່າວ ຊຶ່ງໃນນັ້ນ, ສປປ ລາວ ກໍໄດ້ຮ່ວມກັບ ສ.ອາເມລິກາ ກຳລັງຈັດຕັ້ງປະຕິບັດ 3 ໂຄງການ, ພາຍໃຕ້ແຜນວຽກຂອງໂຄງການພື້ນຖານໂຄງລ່າງທີ່ທັນສະໄໝສຳລັບແມ່ນ້ຳຂອງ ແລະ 1 ໂຄງການຝຶກອົບຮົມພາສາອັງກິດ ສະເພາະດ້ານແບບຕໍ່ເນື່ອງໃຫ້ແກ່ພະນັກງານລັດຖະກອນຂອງ ສປປ ລາວ ຢູ່ສະຖາບັນການຕ່າງປະເທດ. ນອກຈາກນີ້ ບັນດາລັດຖະມົນຕີ ຍັງໄດ້ປຶກສາຫາລືກັນ ກ່ຽວກັບເອກກະສານແນວຄວາມຄິດໃໝ່ທີ່ສະຫະລັດອາເມລິກາ ສະເໜີຂຶ້ນຊື່ວ່າ: ຄູ່ຮ່ວມມືເພື່ອການສ້າງພື້ນຖານໂຄງລ່າງທີ່ຍືນຍົງພ້ອມທັງ ແລກປ່ຽນຄວາມຄິດຄວາມເຫັນ ກ່ຽວກັບຂົງເຂດຈຸດສຸມຂອງການຮ່ວມມືໃນຕໍ່ໜ້າ.

          ກອງປະຊຸມດັ່ງກ່າວ ໄດ້ຮັບຮອງເອົາເອກກະສານສຳຄັນ ຈຳນວນ 2 ສະບັບຄື: ບົດຖະແຫລງ ການຮ່ວມຂອງກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືແມ່ນ້ຳຂອງຕອນລຸ່ມ-ສ.ອາເມ ລິກາ ຄັ້ງທີ 9 ແລະ ເອກກະສານແນວຄິດກ່ຽບກັບຄູ່ຮ່ວມມືເພື່ອການສ້າງພື້ນຖານໂຄງລ່າງທີ່ຍືນຍົງ ເພື່ອເປັນທິດທາງໃຫ້ແກ່ການຮ່ວມມືໃນຕໍ່ໜ້າ ແນໃສ່ສົ່ງເສີມການພັດທະນາເສດຖະກິດ-ສັງຄົມ ແລະ ຍົກສູງລະດັບຊີວິດການເປັນຢູ່ຂອງປະຊາຊົນໃນອະນຸພາກພື້ນແມ່ນ້ຳຂອງໃຫ້ດີຂຶ້ນເທື່ອລະກ້າວ.

No comments:

Post a Comment