Ad

Ad

27 July 2016

ລາວ-ເອີຣົບຮ່ວມຫາລືຄວາມພ້ອມໃນການເຈລະຈາເປັນຄູ່ຮ່ວມສັນຍາການຄ້າໄມ້ແບບສະໝັກໃຈ

          ວັນທີ 26 ກໍລະກົດນີ້, ກົມກວດກາປ່າໄມ້, ກະຊວງກະສິກຳ ແລະ ປ່າໄມ້,ຮ່ວມກັບສະຖາບັນປ່າໄມ້ ເອີຣົບ ( EFI )  ແລະ ອົງການຈັດຕັ້ງກ່ຽວຂ້ອງອື່ນໆໄດ້ຈັດກອງປະຊຸມປຶກສາຫາລືດ້ານວິຊາການເພື່ອກຽມຄວາມພ້ອມໃນການເຈລະຈາການເປັນຄູ່ຮ່ວມສັນຍາການຄ້າໄມ້ແບບສະໝັກໃຈ ( VPA ) ລະຫວ່າງ ສປປລາວ ກັບ ສະຫະພາບເອີຣົບຄັ້ງທຳອິດ ຊຶ່ງຈະຈັດຂື້ນໃນທ້າຍປີ 2016 ນີ້ ແລະ ຄວາມຄືບໜ້າໃນການຮ່າງນິຍາມໄມ້ຖືກຕ້ອງຕາມລະບຽບກົດໝາຍ ແລະ ແຜນພັດທະນາວຽກງານຈັດຕັ້ງປະຕິບັດກົດໝາຍວ່າດ້ວຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ( FIEGT ) ຂື້ນ,ທີ່ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງທ່ານຫົວໜ້າກົມກວດກາປ່າໄມ້, ແລະ ຜູ້ຕ່າງໜ້າຈາກສະຖາບັນປ່າໄມ້, ເອີຣົບເຂົ້າຮ່ວມນຳດ້ວຍ.


          ປະທານກອງປະຊຸມກ່າວວ່າ: ກອງປະຊຸມຄັ້ງນີ້ແມ່ນມີຄວາມໝາຍສຳຄັນຫຼາຍໃນການຮ່ວມກັນສືບຕໍ່ປະກອບຄຳຄິດເຫັນຕໍ່ວຽກງານກະກຽມຂອງຝ່າຍວິຊາການ,ເພື່ອເຮັດໃຫ້ມີເອກະສານອ້າງອີງທີ່ຄົບຖ້ວມທາງດ້ານວິຊາການເພື່ອສົ່ງໃຫ້ຄະນະເປັນຂໍ້ມູນເພື່ອຈະນຳໃຊ້ເຂົ້າໃນການເຈລະຈາຄູ່ຮ່ວມການຄ້າໄມ້ແບບສະໝັກໃຈ ລະຫວ່າງ ສປປລາວ ແລະ ສະຫະພາບເອີຣົບ ຄັ້ງທຳອີດໃນທ້າຍປີນີ້ແລະ ປະກອບສ່ວນເຂົ້າໃນຂະບວນ ການພັດທະນາວຽກງານການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍປ່າໄມ້,ການຄຸ້ມຄອງ ແລະ ການຄ້າໄມ້ສຳລັບປະເທດເຮົາໃນຕໍ່ໜ້າ,ເຖິງຢ່າງໃດກໍດີເມື່ອມໍໆມານີ້, ຄະນະກຳມະການຊີ້ນຳລະດັບຊາດກ່ຽວກັບຄູ່ຮ່ວມສັນຍາຄ້າໄມ້ແບບສະໜັກໃຈກໍໄດ້ຈັດກອງປະຊຸມຂື້ນເປັນຄັ້ງທີ 2 ແລະ ກໍໄດ້ຕີລາຄາສູງຕໍ່ຄວາມຄືບໜ້າໃນການຈັດຕັ້ງປະຕິບັນແຜນງານ, ການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍປ່າໄມ້ໃນໄລຍະຜ່ານມາ, ໂດຍສະເພາະແມ່ນຄວາມຄືບໜ້າບາງກຸ່ມວິຊາການສະເພາະດ້ານ ແລະ ມາຮອດປັດຈຸບັນຖືວ່າເປັນຜົນສຳເລັດໃນເບຶ້ອງຕົນຂອງ 3 ກຸ່ມວິຊາການສະເພາະດ້ານ ແລະ ຍັງ 4 ກຸ່ມວິຊາການສະເພາະດ້ານກ່ຽວກັບຮ່າງນິຍາມຄວາມຖືກຕ້ອງໄມ້ຄື: ກຸ່ມພາກເອກະຊົນ, ກຸ່ມຂັ້ນຕອນການສົ່ງອອກ, ກຸ່ມປ່າໄມ້ ກຸ່ມຫຼັກການ ແລະ ມາດຖານຊຶ່ງຈະເລີ່ມຈັດຕັ້ງປະຕິບັດໃນໄວໆນີ້, ດັ່ງນັ້ນກອງປະຊຸມຄັ້ງນີ້ພວກເຮົາຈະໄດ້ຮ່ວມກັນແລກປ່ຽນຂໍ້ມູນ - ຂ່າວສານ ແລະ ຄວາມຄິດເຫັນກ່ຽວກັບຜົນສຳເລັດບາງວຽກງານ, ກໍຄືງານທີ່ກຳລັງດຳເນີນ,ໂດຍສະເພາະແມ່ນແນວຄວາມຄິດທາງດ້ານວິຊາການເພື່ອປັບປຸງແຜນງານການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ເພື່ອກ້າວໄປສູ່ການເປັນຄູ່ຮ່ວມສັນຍາຄ້າໄມ້ແບບສະໝັກໃຈໃນຕໍ່ໜ້າ.

No comments:

Post a Comment