Ad

Ad

27 July 2016

ມອບ-ຮັບໂຮງຮຽນປະຖົມບ້ານປຸ່ງຂອງຂວັນຈາກທ່ານ ຄໍາໄຕ ສີພັນດອນ


           ພິທີມອບ-ຮັບໂຮງຮຽນປະຖົມບ້ານປຸ່ງ (ກຸ່ມແກວແສດ), ເມືອງຄໍາ, ແຂວງຊຽງຂວາງຫລັງໃໝ່ທີ່ມີມູນຄ່າທັງໝົດ 500 ລ້ານກີບ, ຊຶ່ງແມ່ນຂອງຂວັນຈາກອະດິດປະທານພັກ, ປະທານປະເທດ ຄໍາໄຕ ສີພັນດອນ, ໄດ້ມີຂຶ້ນໃນບ່າຍວັນທີ 25 ກໍລະກົດນີ້, ໂດຍການເຂົ້າຮ່ວມຂອງທ່ານຮອງນາຍົກລັດຖະ ມົນຕີ ສອນໄຊ ສີພັນດອນ.
           ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງຄູນ ລາຍງານວ່າ: ໂຮງຮຽນດັ່ງກ່າວ
ຕັ້ງຢູ່ຫ່າງຈາກເທດສະບານເມືອງປະມານ 35 ກິໂລແມັດ, ໃນເມື່ອກ່ອນແມ່ນມີສະພາບເກົ່າແກ່ຊຸດ ໂຊມສ້າງຄວາມຫຍຸ້ງຍາກໃຫ້ແກ່ການຮໍ່າຮຽນຂອງລູກຫລານປະຊາຊົນເຂດບ້ານປະຕິວັດໃນເມື່ອກ່ອນທີ່ໄດ້ໃຫ້ການອູ້ມຊູຊ່ວຍເຫລືອພະນັກງານ, ນັກຮົບຂອງກອງທັບປະຊາຊົນລາວ ແລະ ໃນເວລານັ້ນທ່ານ ຄໍາໄຕ
ສີພັນດອນ ເພີ່ນກໍແມ່ນຜູ້ໜຶ່ງທີ່ໄດ້ເຄື່ອນໄຫວຊີ້ນໍາບັ້ນຮົບຢູ່ແຂວງຊຽງແຂວງເປັນເວລາຫລາຍກວ່າ 17 ປີ ແລະ ຍ້ອນເຫັນໄດ້ຄວາມສໍາຄັນດັ່ງກ່າວທ່ານ ຄໍາໄຕ ສີພັນດອນ ຈຶ່ງໄດ້ປະ ກອບສ່ວນທຶນຮອນສ່ວນຕົວຂອງເພີ່ນຈໍານວນ 500 ລ້ານກີບເພື່ອສ້າງອາຄານໂຮງຮຽນຫລັງໃໝ່, ເຊິ່ງກໍດ້ວຍສີມັງ, ມຸງກະເບື້ອງ, ມີ 4 ຫ້ອງຮຽນ ພ້ອມດ້ວຍໂຕະ, ຕັ້ງ ແລະ ກະດານຄົບຊຸດ, ປັດຈຸ ບັນໂຮງຮຽນແຫ່ງນີ້ມີນັກຮຽນສຶກສາຮໍ່າຮຽນຢູ່ 162 ຄົນ, ຍິງ 85 ຄົນ, ພ້ອມດ້ວຍຄູສອນອີກ 7 ຄົນ.
           ໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີກໍໄດ້ໃຫ້ກຽດມີຄໍາເຫັນໂອ້ລົມຕໍ່ອໍານາດການປົກຄອງບ້ານໃຫ້ເອົາໃຈໃສ່ປົກປັກຮັກສາ ແລະ ນໍາໃຊ້ໃຫ້ມີປະສິດທິພາບໃນການສິດສອນ-ຮໍ່າຮຽນ ແລະ ນໍາໃຊ້ໄດ້ຍາວນານ.

           ໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີໄດ້ໄປກວດເບິ່ງໂຄງການກໍ່ສ້າງສະໜາມເປີດງານມະຫາກໍາກິລາແຫ່ງຊາດຄັ້ງທີ 11 ທີ່ແຂວງຊຽງຂວາງຈະເປັນເຈົ້າພາບຈັດໃນປີ 2018 ທີ່ມີມູນຄ່າຫລາຍກວ່າ 215 ຕື້ກີບ, ມາຮອດປັດຈຸບັນການກໍ່ສ້າງມີຄວາມໜ້າແລ້ວປະມານ 30% ແລະ ຄາດວ່າຈະໃຫ້ສໍາເລັດໃນປີ 2017 ທີ່ຈະມາເຖິງນີ້.

No comments:

Post a Comment