Ad

Ad

27 July 2016

ອາຊຽນ+3 ຈະເລັ່ງຜັນຂະຫຍາຍຂໍ້ລິເລີ່ມຕ່າງໆ

   ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ+3 (ສປ ຈີນ, ສ.ເກົາ ຫລີ ແລະ ຍີ່ປຸ່ນ)  ທີ່ມີຂຶ້ນໃນວັນທີ 26 ກໍລະກົດນີ້ທີ່ນະຄອນຫລວງວຽງຈັນ, ໄດ້ເນັ້ນໃສ່ບັນຫາການປົກປັກຮັກສາ, ການສົ່ງເສີມສັນຕິ ພາບ, ສະຖຽນລະພາບ ແລະ ການພັດທະນາໃນພາກພື້ນ, ພາຍຫລັງເຫັນວ່າບັນຫາເຫລົ່ານັ້ນແມ່ນກົນໄກສໍາຄັນໃນການຊຸກຍູ້ການເຕີບໃຫຍ່ທາງດ້ານເສດຖະກິດຢູ່ອາຊີຕາເວັນອອກ. ໂດຍສະ ເພາະສືບຕໍ່ຈັດຕັ້ງປະຕິບັດແຜນວຽກໄລຍະແຕ່ປີ 2013-2017 ໃຫ້ມີປະສິດທິຜົນດີຂຶ້ນ ເປັນຕົ້ນ: ການຮ່ວມມືໃນຂອບຂໍ້ລິເລີ່ມຊຽງໃໝ່ຫລາຍຝ່າຍ, ຫ້ອງການຕິດຕາມເສດຖະກິດມະຫາພາກອາຊຽນ+3, ຂໍ້ລິເລີ່ມພັນທະບັດອາຊີເຄື່ອງມືຄໍ້າປະກັນສີນເຊື່ອ ແລະ ການລົງທຶນ ຕ້ອງໃຫ້ໄດ້ຮັບການເສີມຂະຫຍາຍໃຫ້ມີຄວາມເຂັ້ມແຂງເພື່ອຮັບປະກັນສະຖຽນລະພາບທາງການເງິນໃນພາກພື້ນ ແລະ ຈັດຕັ້ງປະຕິບັດຄັງເຂົ້າສຸກເສີນອາຊຽນ+3 ເພື່ອຄໍ້າປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານນໍາກັນ.

No comments:

Post a Comment