Ad

Ad

27 July 2016

ອາຊຽນແລະຄູ່ຮ່ວມພັດທະນາຢືນຢັນເພີ່ມທະວີການຮ່ວມມືເຮັດໃຫ້ວິໄສທັດອາຊຽນເປັນຮູບປະທໍາ

            ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນກັບບັນດາປະເທດຄູ່ຮ່ວມພັດທະນາໃນວັນທີ 25 ກໍລະກົດນີ້, ທີ່ນະຄອນຫລວງວຽງຈັນ, ໄດ້ເຫັນດີນໍາກັນເພື່ອເພີ່ມທະວີການຮ່ວມມືຕາມວິໄສທັດຂອງອາຊຽນໃຫ້ເປັນຮູບປະທໍາຕາມແຜນກໍານົດໄວ້, ໂດຍສະເພາະກອງປະຊຸມລະຫວ່າງລັດຖະມົນຕີຕ່າງປະເທດອາຊຽນ ແລະ ການາດາ ໄດ້ມີຄວາມໝາຍໝັ້ນນໍາກັນທີ່ຈະຮັດແໜ້ນການຮ່ວມມືນໍາກັນໃຫ້ຫລາຍຂຶ້ນໂດຍການສ້າງຕັ້ງສໍານັກງານການທູດຂອງຕົນປະຈໍາຢູ່ທຸກປະເທດສະມາຊິກອາຊຽນ ແລະ ແຕ່ງຕັ້ງທູດການາດາປະຈໍາອາຊຽນ, ພ້ອມທັງສືບຕໍ່ການຮ່ວມມືໃນດ້ານການຄ້າ, ການລົງທຶນ, ການຕ້ານການກໍ່ການຮ້າຍ ແລະ ອາດຊະຍາກໍາຂ້າມຊາດ, ຊ່ວຍເຫລືອດ້ານເຕັກນິກ-ວິຊາການ ເພື່ອສ້າງຂີດຄວາມສາມາດໃຫ້ບັນດາປະເທດສະມາຊິກອາ
ຊຽນ ແລະ ກອງເລຂາອາຊຽນ ລວມເຖິງການຈັດການສະເຫລີມສະຫລອງການຮ່ວມມືອາຊຽນ-ການາດາຄົບຮອບ 40 ປີໃນປີ 2017 ນໍາດ້ວຍ.
             ສໍາລັບກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ແລະ ສະຫະພາບເອີຣົບ (EU) ນອກ ຈາກໄດ້ທົບທວນຄືນການຈັດຕັ້ງປະຕິບັດແຜນປະຕິບັດງານອາຊຽນ-ອີຢູແຕ່ປີ 2013-2017 ແລ້ວ, ສອງຝ່າຍຍັງເຫັນດີສືບຕໍ່ຮ່ວມມືເພື່ອກ້າວໄປສູ່ການຍົກລະດັບເປັນຄູ່ຮ່ວມມືຍຸດທະສາດອາຊຽນ, ໂດຍສະເພາະການສ້າງຕັ້ງສໍານັກງານການທູດ ແລະ ການແຕ່ງຕັ້ງ ທູດອີຢູປະຈໍາອາຊຽນ ລວມເຖິງການຮ່ວມມືໃນດ້ານຕ່າງໆ ເຊັ່ນ: ການເຊື່ອມຈອດ, ການຄ້າ-ການລົງທຶນ, ການຮ່ວມມືທາງທະເລ, ການປ່ຽນແປງສະພາບດິນຟ້າອາກາດ, ຕ້ານການກໍ່ການຮ້າຍ ແລະ ອາດສະຍາກໍາຂ້າມຊາດ ແລະ ກອງປະຊຸມລະຫວ່າງ ລັດຖະມົນຕີຕ່າງປະເທດອາຊຽນ-ອົດສະຕາລີ ກໍຢືນຢັນໃນການຮ່ວມມືຊ່ວຍເຫລືອໃນການຮັດແຄບຄວາມແຕກໂຕນດ້ານການພັດທະນາໃນອາຊຽນ, ພ້ອມທັງການແລກປ່ຽນບົດຮຽນ

ເຊິ່ງກັນ ແລະ ກັນໃນດ້ານຕ່າງໆ ເຊັ່ນ: ການສຶກສາ, ວິທະຍາສາດ ແລະ ເຕັກໂນໂລຊີ, ພະລັງານທົດແທນ, ຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ການເຊື່ອມຈອດ. ນອກຈາກນີ້ອົດສະຕາລີມີຄວາມໝາຍໝັ້ນທີ່ຈະຖືເອົາອາຊຽນເປັນບູລິມະສິດໃນການຮ່ວມມື, ເຊິ່ງຈະສ້າງຕັ້ງສູນອາຊຽນ-ອົດສະຕາລີ ເພື່ອສົ່ງເສີມການຄ້າ, ການລົງທຶນ ແລະ ການໄປມາຫາສູ່ກັນຂອງປະຊາຊົນສອງພາກພື້ນ. ສ່ວນກອງປະຊຸມລະຫວ່າງອາຊຽນ-ອິນເດຍນັ້ນເຫັນວ່າອິນເດຍຈະສືບຕໍ່ໃຫ້ຄວາມສໍາຄັນຕໍ່ພາກພື້ນອາ ຊຽນຫລາຍຂື້ນໂດຍຜ່ານນະໂຍບາຍຫັນເປັນຮູບປະທໍາສູ່ຕາເວັນອອກ, ໂດຍສະເພາະຮ່ວມມືດ້ານການເຊື່ອມຈອດດ້ານພື້ນຖານໂຄງລ່າງ ແລະ ແລກປ່ຽນຂໍ້ມູນຂ່າວສານ. ສ່ວນກອງປະຊຸມອາຊຽນ ແລະ ສະຫະລັດອາເມລິກາ, ສອງຝ່າຍເຫັນດີເພີ່ມທະວີການຮ່ວມມື ແລະ ປະສານງານກັນຢ່າງໃກ້ສິດໃນການຕ້ານການກໍ່ການຮ້າຍ, ການຄ້າຂາຍຢາເສບຕິດ, ອາດຊະຍາກໍາທາງອີນເຕີເນັດ, ການຄ້າມະນຸດ ແລະ ອື່ນໆ ແລະ ກອງປະຊຸມລະຫວ່າງອາຊຽນ-ນິວຊີແລນ ເຫັນວ່າສອງຝ່າຍມີຄວາມຍີນດີຕໍ່ການຍົກລະດັບການຮ່ວມມືຂື້ນເປັນຄູ່ຮ່ວມຍຸດທະສາດ ແລະ ການປະຕິບັດຂໍ້ລິເລີ່ມໃໝ່ຂອງນິວຊີແລນເພື່ອສ້າງການຕິດຕໍ່ພົວພັນຂອງປະຊາຊົນ ແລະ ເພື່ອຄວາມສົມບູນພູນສຸກຂອງສອງພາກພື້ນ, ພ້ອມທັງເຫັນດີເພີ່ມທະວີການຮ່ວມມືດ້ານການສຶກສາ, ການຄ້າ-ການລົງທຶນ, ການພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ, ເຕັກໂນໂລຊີນະວັດຕະກໍາ, ກະສິກໍາ, ຄວາມປອດໄພ ແລະ ການຜະລິດສະ ບຽງອາຫານ, ການເຊື່ອມຈອດ ແລະ ການແລກປ່ຽນຊາວໜຸ່ມນໍາກັນ. ສໍາລັບກອງປະຊຸມລະຫວ່າງອາຊຽນ ແລະ ຣັດເຊຍ, ເຫັນວ່າຣັດເຊຍຢືນຢັນສືບຕໍ່ສະໜັບສະໜູນປະຊາຄົມອາຊຽນ ແລະ ຄວາມເປັນແກນກາງຂອງອາຊຽນໃນທຸກໂຄງສ້າງໃນພາກພື້ນທີ່ອາຊຽນລິເລີ່ມ ເພື່ອກ້າວໄປສູ່ການຍົກລະ ດັບເປັນຄູ່ຮ່ວມມືຍຸດທະສາດໃນຕໍ່ໜ້າ ແລະ ສອງຝ່າຍກໍານົດເອົາປີ 2016 ເປັນປີແລກປ່ຽນວັດທະ ນະທໍາອາຊຽນ-ຣັດເຊຍ ເພື່ອສົ່ງເສີມການຮ່ວມມື, ສ້າງຄວາມຮັບຮູ້, ຄວາມເຂົ້າໃຈເຊິ່ງກັນ ແລະ ກັນໃຫ້ນັບມື້ຫລາຍຂຶ້ນ. 

No comments:

Post a Comment