Ad

Ad

29 July 2016

ປກສ ຄໍາມ່ວນສາມາດຈັບຜູ້ຄ້າຢາເສບຕິດຕົວອັນຕະລາຍມາດໍາເນີນຄະດີ

ພາບ-ຂ່າວ : ຫນັງສືພິມ ປກສ
          ແຫລ່ງຂ່າວທ້ອງຖິ່ນ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ເຈົ້າໜ້າທີ່ ປກສ ແຂວງ ຄໍາມ່ວນ ສາມາດຈັບຜູ້ຄ້າຢາເສບຕິດຕົວອັນຕະລາຍມາດໍາເນີນຄະດີຄື: ທ້າວ ແສງສະຫວັນ ອາຍຸ 39 ປີຢູ່ບ້ານນາເຮືອງ, ເມືອງຄໍາເກີດ, ແຂວງບໍລິຄໍາໄຊ ແລະ ທ້າວ ເລີດໃຈ ອາຍຸ 30 ປີ ຢູ່ບ້ານດົງດໍາດວນ, ເມືອງໄກສອນ, ແຂວງສະຫວັນນະເຂດ ພ້ອມຂອງກາງຢາບ້າຈໍານວນ 1.994 ເມັດ ຈຶ່ງໄດ້ຢຶດໄວ້ເປັນຫລັກຖານເພື່ອດໍາເນີນຄະດີຕາມລະບຽບກົດໝາຍ.
            ເຈົ້າໜ້າທີ່ໃຫ້ຮູ້ວ່າ: ການມ້າງຄະດີຢາເສບຕິດລາຍນີ້, ມີຂຶ້ນພາຍຫລັງໄດ້ຮັບແຈ້ງຈາກພົນລະເມືອງດີວ່າຈະມີການເຄື່ອນໄຫວຊື້-ຂາຍຢາເສບຕິດໃນເຂດບ້ານໃໝ່ໂພສີ ຫາບ້ານໂພນສູງ, ເມືອງທ່າແຂກ, ເຈົ້າໜ້າທີ່ຈຶ່ງໄດ້ຈັດກໍາລັງລົງຕິດຕາມເປົ້າໝາຍ ແລະ ໃນທີ່ສຸດກໍສາມາດຈັບຕົວພວກເຂົາໄດ້ ແລະ ນໍາຕົວໄປສືບສວນ-ສອບສວນຂະຫຍາຍຜົນຫາຜູ້ຮ່ວມຂະບວນການ ເພື່ອມາດໍາເນີນຄະດີຕາມກົດໝາຍໂດຍໄວ.

No comments:

Post a Comment