Ad

Ad

29 July 2016

ພະອາຈານວັດມະຫາພຸດທະວົງສາປ່າຫລວງມອບເຄື່ອງບໍລິໂພກໃຫ້ທະຫານເມືອງຮົ່ມ

           ເມື່ອມໍ່ໆມານີ້, ພະອາຈານ ຊ່ອງແກ້ວ ວໍລະກຸມມານ ເຈົ້າອະທິການວັດມະຫາພຸດທະວົງສາປ່າຫລວງ ໄດ້ຕາງໜ້າໃຫ້ພະອາຈານໃນວັດດັ່ງກ່າວ ໄດ້ນຳເອົາເຄື່ອງບໍລິໂພກ ແລະ ອຸປະໂພກຈຳ ເປັນຈຳນວນໜຶ່ງເຊັ່ນ: ປ໋ອງປາ, ໝີ່ແຫ້ງ, ນ້ຳດື່ມ, ຢາຖູແຂ້ວ, ກາເຟ, ສະບູຝຸ່ນ ແລະ ອື່ນໆອີກ ລວມເປັນມູນຄ່າຫລາຍກວ່າ 13 ລ້ານກີບ ໄປມອບໃຫ້ອ້າຍນ້ອງທະຫານເມືອງຮົ່ມ ແຂວງໄຊສົມບູນ ເພື່ອເປັນກຳລັງໃຈໃຫ້ເຂົາເຈົ້າສຸມໃສ່ເຮັດໜ້າທີ່ປົກປັກຮັກສາຄວາມສະຫງົບຂອງບ້ານເມືອງ.

           ໃນໂອກາດນີ້, ທ່ານເຈົ້າເມືອງດັ່ງກ່າວ ກໍໄດ້ສະແດງຄວາມຂອບໃຈຢ່າງເລິກເຊິ່ງຕໍ່ກາຊ່ວຍ ເຫລືອດັ່ງກ່າວ ແລະ ຫວັງວ່າຈະເປັນຜົນດີທີ່ສຸດໃຫ້ອ້າຍນ້ອງນັກຮົບຜູ້ປະຕິບັດງານຢູ່ເຂດຫ່າງໄກສອກຫລີກດັ່ງກ່າວ.

No comments:

Post a Comment