Ad

Ad

28 July 2016

ລາວເຜີຍແຜ່ມະຕິ X ໃຫ້ພາກທຸລະກິດ

           ໃນເຊົ້າວັນທີ 27 ກໍລະກົດນີ້, ທີ່ໂຮງແຮມດອນຈັນພາເລດ, ນະຄອນຫລວງວຽງຈັນ, ທ່ານຮອງປະທານປະເທດ ພັນຄໍາ ວິພາວັນ ໄດ້ໃຫ້ກຽດເຜີຍແຜ່ມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວໃຫ້ແກ່ຜູ້ປະກອບການທຸລະກິດໃນຂອບເຂດທົ່ວປະເທດ ເພື່ອແນໃສເຮັດໃຫ້ພາກທຸລະກິດໄດ້ຮັບຮູ້ເຂົ້າໃຈເລິກເຊິ່ງຕໍ່ແນວທາງນະໂຍບາຍຂອງພັກ ແລະ ພ້ອມກັນຕັ້ງໜ້າຈັດຕັ້ງຜັນຂະຫຍາຍໃຫ້ມີໝາກຜົນຕົວຈິງ ແລະ ກ້າວໄປສູ່ການສ້າງ ພື້ນຖານເສດຖະກິດແຫ່ງຊາດທີ່ໜັກແໜ້ນເຂັ້ມແຂງໃນຕໍ່ໜ້າ.
            ໃນໂອກາດນີ້, ທ່ານຮອງປະທານປະເທດ ໄດ້ຍົກໃຫ້ເຫັນບົດບາດການນໍາພາໃນແນວທາງປ່ຽນແປງໃໝ່ຮອບດ້ານ ແລະ ມີຫລັກການຂອງພັກ, ພ້ອມທັງຊີ້ໃຫ້ເຫັນເນື້ອໃນຈິດໃຈ ແລະ ທິດທາງຂອງ
ພັກເພື່ອສ້າງບາດລ້ຽວໃນການພັດທະນາປະເທດໃນຕໍ່ໜ້າ, ໂດຍສະເພາະສູ້ຊົນນໍາເອົາປະເທດຊາດຫລຸດພົ້ນອອກຈາກສະພາວະດ້ອຍພັດທະນາໃນປີ 2020 ແລະ ສ້າງພື້ນຖານອັນໜັນແໜ້ນໃຫ້ແກ່ການພັດທະນາແບບຍືນຍົງສູ່ຈຸດໝາຍສັງຄົມນິຍົມ ແລະ ຢາກບັນລຸໄດ້ແນວນັ້ນ, ທຸກພາກສ່ວນນັບທັງພາກລັດ ແລະ ເອກະຊົນຕ້ອງໄດ້ມີຄວາມຕັດສີນໃຈສູງເພື່ອພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍທົດສອບຕ່າງໆຢ່າງເດັດຂາດ ດ້ວຍການແກ້ໄຂຂໍ້ຄົງຄ້າງຕ່າງໆໃນຜ່ານມາທັງໃນຖັນແຖວພາກລັດ ແລະ ພາກທຸລະກິດ ເພື່ອຮັບປະກັນການບຸກທະລຸດ້ານແນວຄິດຈີນຕະນາການ ແລະ ກ້າວສູ່ການຫັນປ່ຽນຢ່າງຈະແຈ້ງ, ເພື່ອຮັບປະກັນໃຫ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ VIII (2016-2020) ປະກົດຜົນເປັນຈິງ.

          ພິທີດັ່ງກ່າວຈັດຂຶ້ນໂດຍສະພາການຄ້າ ແລະ ອຸດສະຫະກໍາແຫ່ງຊາດ, ເຊິ່ງມີຜູ້ປະກອບການ, ຫົວໜ່ວຍທຸລະກິດໃນທົ່ວປະເທດ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນຈໍານວນຫລາຍ.

No comments:

Post a Comment