Ad

Ad

28 July 2016

ລາວຈະເລັ່ງຄວບຄຸມພະຍາດປາກເປື່ອຍລົງເລັບ

          ສປປ ລາວ, ຈະເລັ່ງດໍາເນີນມາດຕະການຄວບຄຸມພະຍາດປາກເປື່ອຍລົງເລັບສັດໃນຫລາຍທ້ອງຖິ່ນ, ພາຍຫລັງໄດ້ຮັບການຊ່ວຍເຫລືອທຶນຈໍານວນ 3 ລ້ານໂດລາສະຫະລັດ ຫລື ປະມານ 25 ຕື້ກີບຈາກລັດຖະບານນີວຊີແລນ ເພື່ອນໍາໃຊ້ເຂົ້າໃນວຽກງານດັງກ່າວໃນໄລຍະ 5 ປີ (2016-2020) ຢູ່ແຂວງຊຽງຂວາງ, ສະຫວັນະເຂດ ແລະ ຈໍາປາສັກ ໂດຍຈະສຸມໃສ່ການສັກຢາກັນພະຍາດ, ຄວບຄຸມການເຄື່ອຍຍ້າຍສັດ, ການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານກ່ຽວກັບການປ້ອງກັນ, ປີ່ນປົວພະຍາດດັ່ງກ່າວ, ການປະຕິບັດລະບຽບກົດໝາຍທີ່ກ່ຽວຂ້ອງ ແລະ ການບໍລິການດ້ານສັດຕະວະແພດ ແລະ ອື່ນໆ ເພື່ອຊ່ວຍ
ໃຫ້ແຜນງານແຫ່ງຊາດໃນການຄວບຄຸມພະຍາດດັ່ງກ່າວແຕ່ 2015-2018 ຂອງ ສປປ ລາວ ມີຜົນສໍາເລັດ ແລະ ແນໃສ່ໃຫ້ຂົງເຂດອາຊີຕາເວັນອອກສ່ຽງໃຕ້ປອດຈາກພະ
ຍາດປາກເປື່ອຍລົງເລັບໃນປີ 2020.

          ພິທີມອບ-ຮັບການຊ່ວຍເຫລືອດັ່ງກ່າວມີຂຶ້ນໃນວັນທີ 26 ກໍລະກົດນີ້ທີ່ນະຄອນຫລວງວຽງຈັນ ລະຫວ່າງທ່ານລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ລຽນ ທີແກ້ວ ແລະ ທ່ານ ເມີເຣ ແມກຄູຣີ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າ ນິວຊີແລນ.    

No comments:

Post a Comment