Ad

Ad

28 July 2016

ລັດຖະມົນຕີຕ່າງປະເທດອາເມລິກາໄດ້ຢືນຢັນເພີ່ມທະວີຮ່ວມມືກັບອາຊີໃຫ້ກວ້າງຂວາງ


         ລັດຖະມົນຕີຕ່າງປະເທດສະຫະລັດອາເມລິກາ ຈອນ ແຄຣີ ໄດ້ເດີນທາງມາຮ່ວມກອງປະຊຸມເວທີພາກພື້ນອາຊຽນ, ກອງປະຊຸມລັດ ຖະມົນຕີຕ່າງປະເທດອາຊຽນ ແລະ ກອງປະຊຸມຂອບການຮ່ວມມືອາເມ ລິກາກັບບັນດາປະເທດລຸ່ມແມ່ນໍ້າຂອງ, ຖືເປັນຄັ້ງທີສອງຂອງປີນີ້ທີ່ທ່ານ ຈອນ ແຄຣີ ໄດ້ມາຢ້ຽມຢາມລາວເພື່ອເສີມຂະຫຍາຍການພົວພັນຮ່ວມມືກັບ ສ ປປ ລາວ ແລະ ອາຊີ ໃຫ້ກວ້າງ ຂວາງຫລາຍຂຶ້ນ.
           ໃນລະຫວ່າງກອງປະຊຸມຂອງການຮ່ວມມືອາເມລິກາກັບບັນດາປະເທດລຸ່ມແມ່ນໍ້າຂອງໃນວັນທີ 25 ກໍລະກົດນີ້, ທ່ານລັດຖະມົນຕີຕ່າງປະເທດ ຈອນ ແຄຣີ ໄດ້ເນັ້ນເຖິງຄວາມສໍາຄັນການເປັນສູນກາງ
ຂອງຂອງອາຊຽນ, ທ່ານ ຈອນ ແຄຣີ ຍັງໄດ້ຮ່ວມກັບບັນດາປະເທດຄູ່ເຈລະຈາໃນຂົງເຂດລຸ່ມແມ່ນໍ້າຂອງໃນການລິເລີ່ມຄູ່ຮ່ວມພັດທະນາແບບຍືນຍົງທາງດ້ານໂຄງລ່າງພື້ນຖານ, ຊຶ່ງຈະໄດ້ມີການຈັດຝຶກອົບຮົມໃຫ້ບຸກຄະລະກອນຈາກທົ່ວພາກພື້ນແມ່ນໍ້າຂອງຕອນລຸ່ມເພື່ອການພັດທະນານະໂຍ ບາຍດ້ານສື່ມວນຊົນ, ຄວາມອາດສາມາດທາງດ້ານວິຊາການດ້ານໂຄງສ້າງພື້ນຖານ, ພ້ອມໄດ້ປຶກ ສາຫາລືຂອບການຮ່ວມມືດ້ານຄວາມປອດໄພຂອງພາກພື້ນ ແລະ ສິ່ງທ້າທາຍຕ່າງໆ.

           ໃນໄລຍະທີ່ຢູ່ນະຄອນຫລວງວຽງຈັນ, ທ່ານລັດຖະມົນຕີຕ່າງປະເທດ ຈອນ ແຄຣີ ຍັງໄດ້ພົບປະກັບທ່ານລັດຖະມົນຕີກະຊວງການຕ່າງປະເທດ ສະເຫລີມໄຊ ກົມມະສິດ ເພື່ອປຶກສາຫາລືແນໃສເສີມຂະຫຍາຍການພັວພັນຮ່ວມມືລະຫວ່າງສະຫະລັດອາເມລິກາ ແລະ ສປປ ລາວ ແລະ ເນັ້ນເຖິງການມາຢ້ຽມຢາມລາວຂອງທ່ານປະທານາທິບໍດີ ບາຣັກ ໂອບາມາ ໃນເດືອນກັນຍານີ້.

No comments:

Post a Comment