Ad

Ad

3 August 2016

ຝຶກການລົງເກັບກຳຂໍ້ມູນຜູ້ຫວ່າງງານໃນ 4 ຕົວເມືອງ ນະຄອນຫລວງວຽງຈັນ

          ຂໍ້ມູນຂ່າວສານຕະຫຼາດແຮງງານຖືວ່າເປັນໝາກຫົວໃຈຫຼັກຂອງວຽກແຮງງານໃນການດັດ ສົມມະຫາພາກດ້ານແຮງງານ ແລະ ມີເປົ້າໝາຍລວມ ເພື່ອສ້າງຕັ້ງລະບົບຂໍ້ມູນຂ່າວສານຕະຫຼາດແຮງງານຮັບໃຊ້ໃຫ້ແກ່ການກຳນົດຄວາມຕ້ອງ ການ ແລະ ການສະໜອງແຮງງານໃຫ້ໄປຕາມສະ ພາບການປ່ຽນແປງຂອງເສດຖະກິດ ໃນແຕ່ລະໄລຍະ, ຊຶ່ງເຮັດໃຫ້ການສ້າງ ແລະ ພັດທະນາສີມືແຮງງານຂອງກຳລັງແຮງ ງານລາວໃຫ້ສອດຄ່ອງກັບຄວາມຕ້ອງການຂອງຕະຫຼາດແຮງງານ, ພ້ອມດຽວກັນນັ້ນ ກໍ່ເອົາໃຈໃສ່ ໃນການພັດທະນາ ແລະ ຂະຫຍາຍລະບົບເຄືອຄ່າຍຂໍ້ມູນຂ່າວສານຕະຫຼາດແຮງງານ ແຕ່ ສູນກາງລົງຮອດທ້ອງຖິ່ນ. ແຕ່ປັດຈຸບັນ ສິ່ງທ້າທາຍຂອງຄວາມບໍ່ສອດຄ່ອງລະຫວ່າງຂໍ້ມູນຄວາມຕ້ອງການ ແລະ ການສະໜອງ
ແຮງງານກໍຄືການຂາດແຄນດ້ານຂໍ້ມູນ ທະບຽນຂອງກຳລັງແຮງງານ ແລະ ຕຳແໜ່ງງານຫວ່າງ. ສະນັ້ນ, ເພື່ອເປັນຈຸດລິເລີ່ມໃຫ້ ແກ່ວຽກງານດັ່ງກ່າວ ໄລຍະທຳອິດຈຶ່ງກຳນົດເອົາການເກັບກຳຂໍ້ມູນຂອງກຳລັງແຮງງານ ໃໝ່ ຈຳນວນ 5.000 ຕົວຢ່າງ ແລະ ຕຳແໜ່ງງານຫວ່າງ ຈຳນວນ 4.000 ຕົວຢ່າງໃນ 7 ຕົວເມືອງ ຂອງ 4 ແຂວງຄື: ນະ ຄອນຫຼວງວຽງຈັນ, ຫຼວງພະບາງ, ສະຫວັນນະເຂດ ແລະ ຈຳປາສັກ, ປັດຈຸບັນສໍາເລັດການທົດລອງເກັບກຳຢູ່ 3 ແຂວງຄື: ຫຼວງພະບາງ, ສະຫວັນນະເຂດ ແລະ ຈຳປາສັກ, ແລະ ກຳລັງສຸມໃສ່ຈັດຕັ້ງປະຕິບັດຢູ່ 4 ຕົວເມືອງຂອງ ນະຄອນຫຼວງວຽງຈັນຄື: ເມືອງຈັນທະບູລີ, ໄຊເສດຖາ, ຫາດຊາຍຟອງ ແລະ ເມືອງນາ ຊາຍທອງ.

          ການຝຶກອົບຮົມໃຫ້ຜູ້ລົງເກັບກຳຂໍ້ມູນດັ່ງກ່າວຂອງຫົວໜ່ວຍແຮງງານ ຄັ້ງນີ້, ໄດ້ຈັດຂຶ້ນເມື່ອທ້າຍເດືອນກໍລະກົດຜ່ານມາ, ທີ່ນະຄອນຫລວງວຽງຈັນ, ເພື່ອກຽມຄວາມພ້ອມໃນການລົງເກັບກຳຂໍ້ມູນຕຳແໜ່ງງານຫວ່າງໃນແຕ່ລະບ້ານ, ເມືອງ ແລະ ແຂວງຕ່າງໆ, ທັງເປັນການສ້າງຄວາມເຂົ້າເຖິງຈຸດປະສົງ ແລະ ຄວາມສຳ ຄັນໃນການເກັບກຳຂໍ້ມູນໃນຄັ້ງນີ້ໃຫ້ອຳນາດການປົກຄອງບ້ານ ແລະ ພະ ນັກງານກ່ຽວຂ້ອງ, ພ້ອມທັງມີຄວາມເຂົ້າໃຈເປັນເອກະພາບກັນທາງດ້ານເນື້ອໃນ ແລະ ຄຳສັບທີ່ ລະບຸຢູ່ໃນແບບຟອມຕຳແໜ່ງຫວ່າງງານ ຂອງຫົວໜ່ວຍແຮງງານເພື່ອເຮັດໃຫ້ຂໍ້ມູນຖືກ ຕ້ອງ ແລະ ຊັດເຈນ, ພ້ອມນັ້ນກໍ່ຈະໄດ້ແບ່ງຄວາມຮັບຜິດຊອບໃຫ້ແກ່ອຳນາດການ ປົກຄອງບ້ານ ໃນການ ແຈກຢາຍແບບຟອມໃຫ້ຫົວໜ່ວຍແຮງງານທີ່ຕັ້ງຢູ່ແຕ່ລະໝູ່ບ້ານ ທັງນີ້ ກໍເພື່ອເຮັດໃຫ້ວຽກງານດັ່ງກ່າວມີປະສິດທິພາບ ແລະ ບັນລຸຕາມລະດັບ ຄາດໝາຍທີ່ໄດ້ກຳນົດໄວ້.

No comments:

Post a Comment