Ad

Ad

3 August 2016

ເກີດໄຟໄໝ້ສ້າງເກັບມ້ຽນເຄື່ອງບໍລິສັດຂົນສົ່ງດາວໃຈ ຢູ່ບ້ານດົງນາໂຊກເໜືອເສຍຫາຍເປັນຈຳນວນຫຼາຍ

          ເຊົ້າວັນທີ 2 ສິງຫານີ້, ໄດ້ເກີດເຫດໄຟໄໝ້ສາງເກັບມ້ຽນເຄື່ອງຂອງບໍລິສັດຂົນສົ່ງດາວໃຈ (ບໍລິສັດເອກະຊົນ) ຕັ້ງຢູ່ບ້ານດົງນາໂຊກເໜືອ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ, ເປັນສາງຂະໜາດໃຫຍ່ກວ້າງປະມານ 25 x 50 ແມັດ, ເສຍຫາຍເກືອບໝົດຫຼັງ, ເຈົ້າໜ້າທີ່ຕ້ານ ແລະ ສະກັດກັ້ນອັດຄີໄພນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ເຫດດັ່ງກ່າວເກີດຂຶ້ນໃນເວລາປະມານ 5 ໂມງເຊົ້າ, ຊຶ່ງພາຍຫຼັງໄດ້ຮັບແຈ້ງເຫດໜ່ວຍງານຂອງຕົນກໍໄດ້ຮີບຮ້ອນລະດົມກຳລັງ, ພ້ອມລົດດັບເພີງ 6 ຄັນເພື່ອເຂົ້າມອດໄຟ ແລະ ໃຊ້ເວລາເກືອບ 2 ຊົ່ວໂມງຈຶ່ງສາມາດຄວມຄຸມໄຟໄດ້, ສ່ວນສາເຫດໃນເບື້ອງຕົ້ນເຈົ້າໜ້າທີ່ສັນນິຖານວ່າອາດເກີດຈາກໄຟຟ້າລັດວົງຈອນ, ເນື່ອງຈາກວ່າຈຸດເກີດປະກາຍໄຟແມ່ນຢູ່ບໍລິເວນກາງ
ສາງ, ບວກັບເວລາທີ່ເກີດເຫດເປັນຕອນເຊົ້າ, ສ່ວນສາເຫດທີ່ແທ້ຈຶ່ງແມ່ນເຈົ້າໜ້າທີ່ພວມເລັ່ງພິສູດຫາຄວາມຈິງ ແລະ ຈະລາຍງານໃຫ້ຮູ້ພາຍຫຼັງ.

          ອຳນວຍການສາງດັ່ງກ່າວໃຫ້ຮູ້ວ່າ: ສາງຂອງຕົນເປັນສາງເກັບມ້ຽນເຄື່ອງທົ່ວໄປ, ຊຶ່ງປະ ກອບມີເຄື່ອງສິນຄ້າອຸປະໂພກ-ບໍລິພາກ, ອຸປະກອນກໍ່ສ້າງ, ເຄື່ອງໄຟຟ້າ ແລະ ລົດບັນທຸກ 6 ຄັນ, (ສາມາດເອົາອອກມາໄດ້ 2 ຄັນ) ສ່ວນສິນຄ້າແມ່ນຖືກໄຟໄໝ້ເສຍຫາຍເກືອບທັງໝົດ, ຊຶ່ງລາຍລະອຽດແມ່ນຈະຕ້ອງໄດ້ສະຫຼຸບເບິ່ງບັນຊີຕົວຈິງ.

No comments:

Post a Comment